ໃນລາຍການຊຸມຊົນຊາວລາວໃນທະວີບອາເມຣິກາສຳລັບຄ່ຳຄືນນີ້ ວີໂອເອລາວ ຈະນຳທ່ານໄປພົບກັບຍານາງມະນີຈັນ ຣາຊະຈັກ ຜູ້ທີ່ໄດ້ເຂົ້າມາຕັ້ງຖິ່ນຖານຢູ່ໃນສະຫະລັດ ຕັ້ງແຕ່ປີ 1981 ຊຶ່ງເພິ່ນໄດ້ບາກບັ່ນ ຮ່ຳຮຽນເອົາຄວາມຮູ້ ແລະໄດ້ຊ່ອຍເຫຼືອບັນດາພີ່ນ້ອງຊາວລາວອົບພະຍົບຫລາຍຄົນ ທີ່ປະສົບບັນຫາດ້ານພາສາໃນເວລາເຂົ້າມາຕັ້ງຖິ່ນຖານໃໝ່ ໃນເມືອງໂລວ, ລັດແມັສຊາຈູແຊສ ຊຶ່ງບົວສະຫວັນ ຈະນຳເອົາການສຳພາດກັບຍານາງ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ຍານາງມະນີຈັນ ຣາຊະຈັກ, ເປັນປະທານສະມາຄົມສະຕີລາວປະຈຳເມືອງໂລວ ຊຶ່ງເປັນເມືອງນ້ອຍໆ ທີ່ມີຄົນເຊື້ອສາຍກຳປູເຈຍ ແລະເຊື້ອສາຍລາວອາໄສຢູ່ເປັນຈຳນວນຫລາຍພັນຄົນ. ຄອບຄົວຂອງຍານາງມີຖານະໝັ້ນຄົງ ລູກຫລານໄດ້ຮ່ຳຮຽນສູງແລະມີອາຊີບທີີ່ດີ. ກ່ອນຈະມາເຖິງຈຸດນີ້ໄດ້ຍານາງໄດ້ເລົ່າສູ່ຟັງວ່າ ຍານາງເອງເປັນລູກຊາວໄຮ່ ຊາວນາ ເກີດຢູ່ບ້ານຫາດດອກແກ້ວ, ເມືອງຫາດຊາຍຟອງ, ນະຄອນຫລວງວຽງຈັນ ແລະກໍບໍ່ໄດ້ມີວິຊາອາຊີບ ຈຶ່ງໄດ້ຕັດສິນໃຈອອກຈາກບ້ານໄປຢູ່ສູນອົບພະຍົບໜອງຄາຍທີ່ປະເທດໄທ ດ້ວຍຄວາມຫວັງທີ່ຈະຊອກໂອກາດສ້າງອະນາຄົດອັນແຈ່ມໃສ ໃນປະເທດທີ 3 ຊຶ່ງ ຍານາງເລົ່າສູ່ຟັງດັ່ງນີ້:
ເຖິງແມ່ນຈະຮຽນຈົບພຽງແຕ່ຊັ້ນປະຖົມເທົ່ານັ້ນກໍຕາມໃນຕອນຢູ່ລາວ ແຕ່ຍານາງກໍບຶກບືນຮຽນພາສາ ແລະກໍສາມາດສອບເສັງເຂົ້າຮຽນໃນວິທະຍາໄລຂອງຊຸມຊົນໄດ້. ແຕ່ເນື່ອງຈາກວ່າຍານາງໄດ້ຮຽນພາສາອັງກິດພຽງແຕ່ 6 ເດືອນກ່ອນເຂົ້າຮຽນໃນວິທະຍາໄລ ແລະກໍບໍ່ໄດ້ຮຽນຊັ້ນມັດທະຍົມ ແລະອຸດົມກ່ອນຈະເຂົ້າຮຽນຊັ້ນສູງແລ້ວບວກໃສ່ກັບການເກີດລູກ ແລະລ້ຽງດູລູກນ້ອຍ 3 ຄົນ ໄປພ້ອມໆກັບການຮຽນ ຍານາງຈຶ່ງພົບຄວາມຫຍຸ້ງຍາກຫລາຍ. ສະນັ້ນຈຶ່ງໃຊ້ເວລາ 5 ປີ ແທນທີ່ຈະເປັນສອງປີຈຶ່ງຮຽນຈົບ ແລະກໍໄດ້ປ່ຽນວິຊາຮຽນຈາກການອອກແບບເຄື່ອງນຸ່ງໃນຕອນທຳອິດ ມາເປັນວິຊາຈອດເຄື່ອງອີເລັກໂຕຣນິກ ຊຶ່ງຍານາງເລົ່າເຖິງຊີວິດແລະຄວາມບຸກບືນໃນການສຶກສາໃນຕອນນັ້ນສູ່ຟັງວ່າ:
ຫລັງຈາກຮຽນຈົບວິຊາຊີບໃນວິທະຍາໄລໃນປີ 1988 ແລ້ວ ຄອບຄົວຂອງຍານາງ ກໍໄດ້ຍ້າຍມາຢູ່ໃນເມືອງໂລວ, ລັດແມັສຊາຈູແຊັສຈົນຮອດທຸກວັນນີ້. ແຕ່ ກໍເໝືອນກັນກັບຊາວອົບພະຍົບ ແລະຄົນເຂົ້າເມືອງສ່ວນໃຫຍ່ທີ່ບໍ່ຮູ້ພາສາອັງກິດດີ ເຖິງແມ່ນຈະໄດ້ຮັບໃບປະກາດຊັ້ນສູງກໍຕາມ ແຕ່ຍານາງກໍຍັງບໍ່ກ້າໃຊ້ໃບປະກາດດ້ານວິຊາຊີບຂອງຕົນໃນການໄປສະໝັກງານ ຍ້ອນບໍ່ມີຄວາມສາມາດສື່ສານເປັນພາສາອັງກິດໄດ້ຢ່າງຄ່ອງແຄ້ວ. ສະນັ້ນຍານງຈຶ່ງໄປສະໝັກວຽກເປັນກຳມະກອນໃນລະດັບຕົ້ນໆ ເທົ່ານັ້ນ ດັ່ງທີ່ຍານາງເລົ່າເລື້ອງທັງໝົດສູ່ຟັງວ່າ:
ແຕ່ຢ່າງໃດກໍຕາມ ຄວາມຮູ້ທີ່ຍານາງໄດ້ຮຽນມາກໍບໍ່ໄດ້ສູນໄປ ມັນຊ່ວຍໃຫ້ຍານາງຮຽນຮູ້ວຽກໄດ້ໄວຂຶ້ນ ແລະກໍພາໃຫ້ໄດ້ຖືກເລື່ອນຊັ້ນຂຶ້ນເປັນຫົວໜ້າກຸ່ມຄົນງານພາຍໃນສອງສາມປີຫລັງຈາກເຂົ້າການໄປ. ນອກຈາກນັ້ນ ເມື່ອໄດ້ຖືກປ່ຽນວຽກໃໝ່ ຫລັງຈາກໂຮງງານທຳອິດທີ່ຍານາງເຮັດນັ້ນປິດລົງ ຍານາງກໍຮຽນວຽກໃໝ່ໄດ້ງ່າຍຊຶ່ງເຮັດໃຫ້ຍານາງຖືກເລື່ອນຊັ້ນເປັນຫົວໜ້າຄຸມງານ ແລະຕໍ່ມາກໍໄດ້ ເປັນຜູ້ຊ່ວຍຫົວໜ້າຝຶກງານ ແກ່ກຳມະກອນທີ່ເຂົ້າມາເຮັດວຽກໃໝ່ຈົນຮອດປັດຈຸບັນນີ້.
ເມືອງໂລວໂດຍລວມແລ້ວເປັນບ່ອນຕັ້ງຖິ່ນຖານຂອງຄົນທີ່ມາຈາກຫລາຍຂົງເຂດຂອງໂລກມາໄດ້ຫລາຍເຊັ່ນຄົນແລ້ວ ຊຶ່ງໃນເມື່ອກ່ອນແມ່ນມີຄົນມາຈາກປະເທດຢູໂຣບ ແລະເຂດອາເມຣິກາລາຕິນ ແຕ່ວ່າດຽວນີ້ ເຖິງແມ່ນຈະມີຄົນທີ່ມີເຊື້ອສາຍມາຈາກເຂດອື່ນຫລາຍຢູ່ ແຕ່ວ່າຄົນທີ່ມາຈາກຂົງເຂດເອເຊຍ ກໍກວມເອົາ 25 ເປີເຊັນຂອງປະຊາຊົນທີ່ມີທັງໝົດ 115,000 ພັນຄົນຂອງເມືອງນັ້ນ, ອີງຕາມວີໂອເອພາກພາສາອັງກິດ ທີ່ກ່າວໃນວັນພຸດຜ່ານມາ. ໃນນັ້ນ ທ່ານ ໂສກຮາຣີ ໂຈ (Sokhary Chau) ສະມາຊິກສະພາເທດສະບານເມືອງໂລວ (Lowell) ກໍໄດ້ຖືກເລືອກໃຫ້ເປັນເຈົ້າຄອງກຳແພງເມືອງ ຄົນທຳອິດ ທີ່ເປັນ ຄົນອາເມຣິກັນເຊື້ອສາຍເອເຊຍຫຼັງຈາກສະພາເມືອງໄດ້ເລືອກເອົາທ່ານ ແລະ ທ່ານໄດ້ເຂົ້າຮັບຕຳແໜ່ງໃນວັນຈັນຜ່ານມານີ້ເອງ.
ເມື່ອຖາມເຖິງການທຳມາຫາກິນກໍຄືອາຊີບຂອງຄົນລາວ ແລະຄົນໃນເມືອງໂລວຍານາງມະນີຈັນກໍໄດ້ເລົ່າເຖິງເລື້ອງນີ້ສູ່ຟັງດັ່ງນີ້:
ນອກນັ້ນແລ້ວ ຍານາງມະນີຈັນກໍເລົ່າສູ່ຟັງວ່າ ຄົນເຊື້ອສາຍເອເຊຍໃນເມືອງດັ່ງກ່າວ ໂດຍສະເພາະແມ່ນຄົນລາວ, ກຳປູເຈຍ, ຫວຽດນາມ ແລະໄທ ແມ່ນມີຄວາມປຸ້ມລຸມສາມັກຄີກັນດີ. ປະຊາຄົມລາວໃນເມືອງໂລວເປັນທີ່ຮູ້ກັນດີວ່າ ເຂົາເຈົ້າມີຊື່ສຽງໃນການຈັດງານບຸນຊ່ວງເຮືອອັນຍິ່ງໃຫຍ່ ຊຶ່ງອາດເປັນທີສອງຮອງລົງມາຈາກນະຄອນແຊນດິເອໂກໃນພາກໃຕ້ລັດຄາລິຟໍເນຍ. ຍານາງມະນີຈັນເອງ ໃນນາມເປັນຜູ້ນຳໃນສະມາຄົມສັດຕີລາວ ແລະກໍເປັນນັກຮ້ອງສຽງດີອີກດ້ວຍ ໄດ້ປະກອບສ່ວນອັນຫລວງຫລາຍເຂົ້າໃນການເຮັດບຸນປະເພນີລາວຕ່າງໆ ເພື່ອຫາລາຍໄດ້ມາສ້າງສາວັດວາອາຮາມ. ພ້ອມກັນນັ້ນ ຍານາງກໍເປັນຄົນມີການພົວພັນຢ່າງກວ້າງຂວາງກັບຄົນເຊື້ອຊາດອື່ນທີ່ມີບົດບາດໃນວົງການການເມືອງຂອງສະຫະລັດອີກ, ຊຶ່ງຍາເລົ່າເລື້ອງນີ້ສູ່ຟັງວ່າ:
ເມືອງໂລວ ເປັນເມືອງສູນກາງຂອງອຸດສາຫະກຳຕ່ຳແຜ່ນອັນທຳອິດໃນສະຫະລັດ ແຕ່ໃນຫລາຍທົດສະວັດຜ່ານມານີ້ອຸດສາຫະກຳດັ່ງກ່າວຖືກປິດລົງແລ້ວ ໂຮງງານຜະລິດແຜ່ນແພຕ່າງໆ ກໍໄດ້ເອົາຫັນມາເປັນຫໍພິພິດທະພັນເພື່ອໃຫ້ຄົນໄປເບິ່ງໄປຊົມ ແລະກາຍມາເປັນແຫລ່ງທ່ອງທ່ຽວທີ່ມີຊື່ສຽງຢູ່ໃນເມືອງນ້ອຍໆ ທີ່ຕັ້ງຢູ່ພາກຕາເວັນອອກສຽງເໜືອຂອງປະເທດແຫ່ງນັ້ນ, ອີງຕາມຍານາງມະນີຈັນ.
ເມື່ອຫວນຄືນຫລັງແລ້ວຍານາງບອກວ່າດີໃຈທີ່ໄດ້ຕັດສິນໃຈໜີອອກຈາກບ້ານເກີດເມືອງນອນມາຕັ້ງຖິ່ນຖານໃນສະຫະລັດ ຊຶ່ງຍານາງເປີດເຜີຍສູ່ຟັງວ່າ:
ສະຫລຸບແລ້ວຊີວິດຂອງຍານາງມະນີຈັນ ທີ່ໄດ້ໜີອອກຈາກບ້ານເພື່ອມາຕັ້ງຖິ່ນ ຖານໃນສະຫະລັດນັ້ນ ແມ່ນຖືວ່າປະສົບຜົນສຳເລັດດັ່ງໃຈຫວັງ. ລູກຂອງຍານາງສາມຄົນກໍໄດ້ກໍຮຽນຈົບປະລິນຍາຕີ ແລະມີອາຊີບວຽກງານດີ. ທັງໝົດນີ້ຍານາງບອກວ່າ ກໍເປັນຍ້ອນສະຫະລັດທີ່ເປັນດິນແດນໃຫ້ໂອກາດ ແລະການຊ່ວຍເຫລືອແກ່ທຸກຄົນທີ່ມີຄວາມມານະອົດທົນ.
ທີ່ທ່ານໄດ້ຮັບຟັງຜ່ານໄປນັ້ນ ເປັນການສຳພາດກັບຍານາງມະນີຈັນ ຣາຊະຈັກ ທີ່ອາໄສຢູ່ໃນໂລວລັດແມສຊາຈູແຊັສມາເປັນເວລາຫຼາຍສິບປີແລ້ວ ຂໍເຊີນທ່ານມາພົບກັບພວກເຮົາໄດ້ອີກ ໃນລາຍການຊຸມຊົນຊາວລາວ ໃນທະວີບອາເມຣິກາແລງວັນອາທິດໜ້າ ເວລາດຽວກັນນີ້.
ວີດິໂອງານຕີລາທີ່ຍານາງມະນີຈັນເປັນນັກຮ້ອງ