ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາຍທີ່ຍິງ ສາມຄົນຕາຍ ຢູ່ລັດແຄນຊັສ ຈະຖືກຂໍ້ຫາ ກໍ່ອາຊະຍາກຳ ຍ້ອນຄວາມກຽດຊັງ (ວີດີໂອ/ສະໄລດ໌)


Police Pursue Hate Crime Charges Against Kansas Shooting Suspect
please wait

No media source currently available

0:00 0:02:25 0:00

ລາຍງານວີດີໂອ ກ່ຽວກັບຂ່າວນີ້.

ບັນດາໄອ​ຍະ​ການລັດຖະບານ​ທ້ອງ​ຖິ່ນ​ແລະ​ລັດຖະບານ​
ກາງ ກຳລັງກຽມ​ການເພື່ອຕັ້ງຂໍ້​ຫາ​ໃສ່ຊາຍ​ຄົນ​ນຶ່ງທີ່​ຖືກ​
ຈັບ ​ໃນ​ຖານ​ມີ​ສ່ວນພົວພັນ​ກັບ​ການອາ​ລະວາ​ດ​ຍິງ​ຜູ້​ຄົນ
ທີ່​ເຮັດ​ໃຫ້​ສາມ​ຄົນ​ເສຍ​ຊີວິດ​ ໃນ​ວັນ​ອາທິດຜ່ານ​ມາ ຢູ່​ທີ່
​ລັດ Kansas ​ໃນ​ເຂດ Midwest ຫລືພາກ​ກາງຂ້ອນ​ໄປ​
ທາງຕາ​ເວັນ​ຕົກ ຂອງ ສະຫ​ະລັດ.

ຄາດ​ວ່າ​ ບັນດາ​ເຈົ້າ​ໜ້າ​ທີ່ຈະ​ໃຫ້​ລາຍ​ລະອຽດ​ເພີ້​ມ​ເຕີມ
ກ່ຽວ​ກັບ​ຂໍ້​ກ່າວຫາ​ໃນ​ວັນ​ອັງຄານ​ມື້​ນີ້. ​ເຂົາ​ເຈົ້າໄດ້​ກ່າວ​ວ່າ
ການ​ສັງຫານ​ຢູ່​ນອກ ສູນ​ກາງ​ປະຊາ​ຄົມຊາວ​ຢິວ​ແຫ່ງ​ນຶ່ງ
​ແລະ​ທີ່​ພັກຂອງ​ຊາວ​ຢິວເບ້ຍບຳນານ ແມ່ນ​ການ​ກໍ່​ອາ​ຊະ
​ຍາ​ກຳ​ຍ້ອນ​ຄວາມ​ກຽດ​ຊັງ.

ຜູ້​ຕ້ອງ​ສົງ​ໄສ​ໃນຄະດີ​ດັ່ງກ່າວ ຄື ນາຍ Frazier Glenn Cross ອາຍຸ 73 ປີ​ແມ່ນ​ເປັນ
​ຄົນທີ່​ຖື​ລັດທິ​ຜິວ​ຂາວເປັນ​ໃຫຍ່ ມາ​ເປັນ​ເວລາ​ດົນ​ນານ ​ແລະ​ເປັນສະ​ມາ​ຊິກຂອງກຸ່ມ​ນິ
ຍົມ​ຜິວ​ຂາວ Ku Klux Klan.

ປະທານາທິບໍດີ Barack Obama ​ໄດ້ກ່າວຢູ່ໃນພິທີ​ສູດ​ມົນ​ໃນ​ງານຮັບ​ປະທານອາຫານ
​ເຊົ້າ ທີ່ທຳນຽບຂາວ​ໃນວັນ​ຈັນ​ວານ​ນີ້​ວ່າ ຄວາມຮຸນ​ແຮງ​ທາງສາສະໜາ ​ບໍ່​ມີ​ບ່ອນຢູ່​ໃນ​
ສັງຄົມ​ຂອງສະຫະລັດ. ​ປະທານາທິບໍດີ Obama ​ເວົ້າ​ວ່າ :

“ບໍ່​ຄວນມີ​ຜູ້​ໃດຈັກ​ຄົນ ທີ່​ຈະຕ້ອງ​ເປັນ​ຫ່ວງ​ກ່ຽວ​ກັບ​ຄວາມ​ປ​ອດ​ໄພ​ຂອງ​ເຂົາ​
ເຈົ້າ ​ໃນ​ເວລາ​ເຕົ້າ​ໂຮມ​ກັນ​ກັບ​ບັນດາ​ໝູ່ເພື່ອນ ​ທີ່​ມີ​ຄວາມ​ເຊື່ອຖື​ແນວ​ດຽວ​ກັນ.
ບໍ່ ຄວນມີ​ຜູ້​ໃດຈັກ​ຄົນ ​ທີ່​ຈະຕ້ອງຢ້ານ​ກົວ​ວ່າ ​ເຂົາ​ເຈົ້າ​ຈະ​ບໍ່​ປອດ​ໄພ​ໃນ​ເວລາ​
ເຂົາ​ເຈົ້າ​ໄປສູດ​ມົນ​ພາ​ວັນນາ.”


ທ່ານ Obama ກ່າວ​ວ່າ ການ​ທີ່​ວ່າ ການ​ໂຈມຕີ​ຄັ້ງ​ນີ້ໄດ້​ເກີດ​ຂື້ນ ​ໃນ​ຂະນະ​ທີ່​ຊາວ​ຢິວ
ພາກັນ​ຕຽມສະຫລອງ​ບຸນ Passover ​ແລະ ຊາວ​ຄຣິສຕຽນ ຕຽມ​ ​ສະຫລອງ​ບຸນ
Easter ນັ້ນ ​ເຮັດ​ໃຫ້​ໂສກນາດຕະກຳ​ດັ່ງກ່າວ​ນີ້ “​ຮ້າຍ​ແຮງ​ຍິ່ງ​ຂຶ້ນ​ໄປ​ອີກ.”

US SHOOTING CNPK
please wait
Embed

No media source currently available

0:00 0:01:35 0:00
XS
SM
MD
LG