ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກຕໍ່ສູ້ ຈີຮາດ ຍອມຮັບຜິດ ຕໍ່ການກ່າວໂທດ ໃນເມືອງ Timbuktu


ທ້າວ Ahmad Al Faqi Al Mahdi ນັ່ງລໍຖ້າໃນຫ້ອງສານ ສຳລັບການປະກົດຕົວຄັ້ງທຳອິດ ທີ່ສານອາຊະຍາກຳສາກົນ ໃນນະຄອນ Hague, ປະເທດ ໂຮນລັງ.
ທ້າວ Ahmad Al Faqi Al Mahdi ນັ່ງລໍຖ້າໃນຫ້ອງສານ ສຳລັບການປະກົດຕົວຄັ້ງທຳອິດ ທີ່ສານອາຊະຍາກຳສາກົນ ໃນນະຄອນ Hague, ປະເທດ ໂຮນລັງ.

ນັກຕໍ່ສູ້ເພື່ອສາສະໜາ ຫຼື ຈີຮາດ ຊາວມາລີ ຄົນໜຶ່ງ ໄດ້ໃຫ້ການຮັບຜິດ ວ່າອອກຄຳສັ່ງໃຫ້ ທຳລາຍ 9 ທາດຝັງສົບ ແລະ ວັດມຸສລິມ ຢູ່ໃນເມືອງ Timbuktu.

ທ້າວ Ahmad Al Faqi Al Mahdi ກ່າວວ່າ ໃນລະຫວ່າງການດຳເນີນຄະດີ ໃນວັນຈັນມື້ ນີ້ ຢູ່ທີ່ ສານອາຊະຍາກຳສາກົນ ຢູ່ນະຄອນ Hague ນັ້ນ ການອະທິບາຍຂອງຝ່າຍ ໄອຍະ ການ ກ່ຽວກັບ ອັນທີ່ນຳໄປສູ່ການໂຈມຕີ ທີ່ໄດ້ທຳລາຍ ຫຼື ສ້າງຄວາມເສຍຫາຍຢ່າງໜັກ ໃຫ້ແກ່ສະຖານວັດທະນະທຳ ນັ້ນ ແມ່ນຖືກຕ້ອງແລ້ວ.

ຜູ້ກ່ຽວໄດ້ສະແດງຄວາມເສຍໃຈ ແລະ ໄດ້ຂໍຮ້ອງໃຫ້ປະຊາຊົນຂອງ ມາລີ ຈົ່ງໃຫ້ອະໄພ ໂທດ.

ບັນດາໄອຍະການ ກ່າວວ່າ ທ້າວ Al Mahdi ໄດ້ເປັນສະມາຊິກຂອງກຸ່ມຫົວຮຸນແຮງ Ansar Dine ທີ່ໄດ້ມີສ່ວນຮ່ວມໃນການຍຶດຄອງ Timbuktu ໃນປີ 2012 ໃນຂະນະທີ່ ພວກຫົວຮຸນແຮງອິສລາມ ໄດ້ຍຶດເອົາອຳນາດ ພາກເໜືອຂອງມາລີ.

ພວກຫົວຮຸນແຮງດ່ັງກ່າວ ໄດ້ທຳລາຍ 14 ທາດເກັບສົບ ໃນຈຳນວນ 16 ທາດຂອງ Timbuktu ຫຼັງຈາກ ໄດ້ປະນາມພວກທາດນັ້ນ ວ່າເປັນແບບຢ່າງຂອງການນັບຖືບູຊາ ຮູບປັ້ນ. ສິ່ງກໍ່ສ້າງຕ່າງໆ ໄດ້ຮັບການສ້ອມແປງຄືນ ໂດຍອົງການສະຫະປະຊາຊາດ ຫຼັງ ຈາກ ການປະຕິບັດການທີ່ນຳພາໂດຍທະຫານຝຣັ່ງ ໄດ້ຂັບໄຫລ່ ພວກຫົວຮຸນແຮງ ອອກ ຈາກອຳນາດ ຢູ່ໃນພາກເໜືອຂອງມາລີ ເມື່ອປີ 2013.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Mali ICC
please wait
Embed

No media source currently available

0:00 0:01:24 0:00

XS
SM
MD
LG