ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ລມຕ ຂອງມາລີ ລາອອກ ຫລັງຈາກຖືກຈັບ (ວີດິໂອ)


ນາຍົກລັດຖະມົນຕີລະຍະຂ້າມຜ່ານຂອງປະເທດມາລີ ທ່ານ Cheick Modibo Diarra
ນາຍົກລັດຖະມົນຕີລະຍະຂ້າມຜ່ານຂອງປະເທດມາລີ ທ່ານ Cheick Modibo Diarra
ນາຍົກລັດຖະມົນຕີລະຍະຂ້າມຜ່ານຂອງປະເທດມາລີ ທ່ານ
Cheikh Modibo Diarra ໄດ້ລາອອກ ພຽງບໍ່ເທົ່າໃດຊົ່ວໂມງ
ຫຼັງຈາກທີ່ທ່ານໄດ້ຖືກຈັບກຸມ ໂດຍພວກທະຫານ ໃນຂະນະທີ່
ທ່ານກໍາລັງຕຽມຕົວ ຈະຫລົບໝີອອກນອກປະເທດ.

ທ່ານ Diarra ໄດ້ກ່າວຄໍາຖະແຫລງທາງໂທລະພາບທົ່ວປະເທດ
ໃນເຊົ້າວັນອັງຄານມື້ນີ້ປະກາດວ່າ ທ່ານຈະລົງຈາກຕໍາແໜ່ງພ້ອມທັງຄະນະລັດຖະບານ
ທັງໝົດຂອງທ່ານນໍາ.

ນັກຂ່າວຄົນນຶ່ງໃນຂົງເຂດໄດ້ບອກກັບ VOA ພະແນກພາສາຝຣັ່ງ ໄປຍັງອາຟຣິກາ ວ່າ
ທ່ານນາຍົກລັດຖະມົນຕີ ສະແດງຄວາມຮູ້ສຶກສະທ້ານໃຈ ໃນຂະນະທີ່ທ່ານກ່າວຂໍຂະມາ
ໂທດຕໍ່ຊາວມາລີ ແລະວ່າ ທ່ານໄດ້ພະຍາຍາມແລ້ວທີ່ຈະທໍາເພື່ອບ້ານເພື່ອເມືອງ.
ໃນຄໍາຖະແຫຼງສັ້ນໆນັ້ນ, ທ່ານ Diarra ເວົ້າວ່າ ມັນມີບັນຫາບາງຢ່າງ.

ເຈົ້າໜ້າທີ່ກ່າວວ່າ ພວກທະຫານທີ່ຈົງຮັກພັກດີຕໍ່ຮ້ອຍເອກ Amadou Sanogo ຜູ້ທີ່ໄດ້
ນໍາພາການກໍ່ລັດຖະປະຫານໃນມາລີເມື່ອຕົ້ນປີນີ້ ໄດ້ທໍາການຈັບກຸມ ນາຍົກລັດຖະມົນຕີ
ຢູ່ເຮືອນຂອງທ່ານ ໃນແລງວັນຈັນວານນີ້ໃນຂະນະທີ່ທ່ານຕຽມຕົວຈະອອກເດີນທາງໄປ
ຝຣັ່ງ. ແຫຼ່ງຂ່າວຝຣັ່ງ ລາຍງານວ່າ ທ່ານ Diarra ໄດ້ມີແຜນການຈະເດີນທາງໄປກຸງປາຣີ
ເພື່ອທໍາ
ການກວດສຸຂະພາບ.

ຄວາມເຄັ່ງຕຶງໄດ້ເພີ່ມທະວີຂຶ້ນ ໃນບໍ່ເທົ່າໃດອາທິດຜ່ານມານີ້ ໃນຄະນະລັດຖະບານເອກະ
ພາບ ທີ່ປະກອບດ້ວຍທ່ານ Diarra, ຮ້ອຍເອກ Sanogo ແລະ ທ່ານ Diouncounda
Traore ປະທານາທິບໍດີລະຍະຂ້າມຜ່ານຂອງມາລີ ທີ່ໄດ້ຈັດຕັ້ງລັດຖະບານແບ່ງປັນອໍານາດ
ກັນດັ່ງກ່າວພາຍໃຕ້ການນໍາພາຂອງທ່ານ Diarra ໃນເດືອນສິງຫາ.

ກຸ່ມຫົວຮຸນແຮງອິສລາມໄດ້ເຂົ້າຍຶດອໍານາກຄວບຄຸມພາກເໜືອຂອງມາລີ ໃນເດືອນເມສາ
ຜ່ານມານີ້ ບໍ່ເທົ່າໃດມື້ຫຼັງຈາກ ໄດ້ມີການກໍ່ລັດຖະປະຫານໂຄ່ນລົ້ມ ປະທານາທິບໍດີ ທ່ານ
Amadou Toumani Toure ນັ້ນ.

ເບິ່ງວີດິໂອກ່ຽວກັບ ທ່ານ Diarra ເປັນພາສາຝຣັ່ງ:
Related video of Mali's Diarra
please wait

No media source currently available

0:00 0:01:40 0:00
ລິງໂດຍກົງ
XS
SM
MD
LG