ອົງການຂ່າວຂອງອາຟຣິກາແຫ່ງນຶ່ງເວົ້າວ່າ ເຄືອຂ່າຍຂອງກຸ່ມ
ກໍ່ການຮ້າຍ al-Qaida ໃນອາຟຣິກາເໜືອ ໄດ້ປະຫານຊີວິດ ຕົວປະກັນຊາວຝຣັ່ງຄົນນຶ່ງ ເພື່ອ ເປັນການແກ້ແຄ້ນທີ່ທະຫານ ຝຣັ່ງໄດ້ເຂົ້າໄປແຊກແຊງທາງທະຫານຢູ່ໃນມາລີ.
ອົງການຂ່າວ ANI ຂອງ Mauritania ເວົ້າໃນວັນອັງຄານວານ
ນີ້ວ່າ ການປະຫານຊີວິດຂອງທ່ານ Phillipe Verdon ໄດ້ມີ
ການໂທລະສັບ ໄປແຈ້ງໃຫ້ອົງ ການຂ່າວດັ່ງກ່າວຊາບ ຊຶ່ງມີ
ຄວາມຕິດພັນກັບພວກຫົວຮຸນແຮງອິສລາມຢ່າງໃກ້ຊິດຢູ່ໃນ
ຂົງເຂດ. ອົງການດັ່ງກ່າວໄດ້ອ້າງຄໍາເວົ້າຂອງໂຄສົກກຸ່ມ
al-Qaida ໃນເຂດ Maghreb ທີ່ເວົ້າວ່າ ການປະຫານຊີວິດແມ່ນມີຂຶ້ນໃນວັນທີ 10 ມີນາ ຜ່ານມາ.
ການປະຫານຊີວິດຍັງບໍ່ໄດ້ຮັບການຢືນຢັນເທື່ອ ແລະລັດຖະມົນຕີກະຊວງການຕ່າງປະ
ເທດຝຣັ່ງບໍ່ຍອມໃຫ້ຄໍາເຫັນໃດໆ ໃນບ່າຍວັນອັງຄານວານນີ້.
ທ່ານ Verdon ແມ່ນນຶ່ງໃນຕົວປະກັນທີ່ໄດ້ຖືກລັກພາຕົວໄປໃນເດືອນພະຈິກ ປີ 2011
ຢູ່ໃນເມືອງ Hombori ທາງພາກເໜືຂອງມາລີ ຊຶ່ງທ່ານໄດ້ຖືກລາຍງານວ່າ ໄດ້ເດີນ
ທາງໄປທີ່ນັ້ນ ເພື່ອເຮັດທຸລະກິດ.
ເບິ່ງວີດິໂອກ່ຽວຂ້ອງກັບເລື້ອງນີ້: