ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຝຣັ່ງ ວ່າ ການເລືອກຕັ້ງ ໃນມາລີ ເປັນຜົນສໍາເລັດ (ວີດີໂອ)


ຊາວມາລີລໍຖ້າໄປປ່ອນບັດ ໃນການເລືອກຕັ້ງ ປະທານາທິບໍດີ, ວັນທີ 28 ກໍລະກົດ 2013.
ຊາວມາລີລໍຖ້າໄປປ່ອນບັດ ໃນການເລືອກຕັ້ງ ປະທານາທິບໍດີ, ວັນທີ 28 ກໍລະກົດ 2013.
ປະ​ເທດມາລີ ກໍາລັງນັບຄະ​ແນນ​ສຽງ​ ຈາກ​ການປ່ອນ​ບັດ​ເລືອກ​
ຕັ້ງປະທານາທິ ບໍດີ ​ໃນ​ວັນ​ອາທິດ​ວານ​ນີ້. ຂະນະ​ດຽວ​ກັນ ນາ
ຍົກລັດຖະມົນຕີຝຣັ່ງ ທ່ານ Jean Marc Ayrault ​ໄດ້​ຍ້ອງຍໍ
ຊົມ​ເຊີຍ​ການ​ເລືອກ​ຕັ້ງນັ້ນ​ວ່າ “​ເປັນ​ຜົນ​ສໍາ​ເລັດ​ອັນຍິ່ງ​ໃຫຍ່”
ທີ່ຄວນ​ຈະເຮັດ​ໃຫ້ ມາລີ “ມີ​ທຸກ​ໆໂອກາດ” ທີ່​ຈະ​ໄດ້​ເປັນ​ປະ​
ເທດ​ເອກ​ກະລາດ ມີ​ປະຊາທິປະ​ໃຕ ​ແລະຄວນ​ຈະ​ຄໍ້າ​ປະກັນ​
ການ​ພັດທະນາ ຂອງ​ມາລີ​ໄດ້.

ຝຣັ່ງ​ໄດ້​ນໍາພາການ​ແຊກ​ແຊງ​ທາງ​ທະຫານ​ ຢູ່​ໃນມາລີ ຫລັງ​
ຈາກໄດ້​ເກີດຄວາມ​ວຸ້ນວາຍເປັນ​ເວລາ 18 ​ເດືອນ ທີ່​ມີການ​ກໍ່
ລັດຖະປະຫານ​ ​ແລະ​ກຸ່ມ​ອິສລາມຫົວ​ຮຸນ​ແຮງ ​ເຂົ້າ​ຄວບ​ຄຸມ
​ເອົາ​ພາກ​ເໜືອຂອງ​ປະ​ເທດ.

ນັກ​ຂ່າວ ວີ​ໂອ​ເອ ນາງ Anne Look ກ່າວ​ວ່າ ບັນດາ​ເຈົ້າ​ໜ້າ​
ທີ່​ເລືອກ​ຕັ້ງ ລາຍງານ​ວ່າ​ມີ​ຜູ້ໄປປ່ອນ​ບັດ​ໃນ​ຈໍານວນ​ສູງ​ເປັນ​ປະ
ວັດ​ການ ​ແລະ​ບັນ​ລະ​ຍາຍ​ຄວາມ​ຮູ້ສຶກ​ຂອງປະຊາຊົນ​ວ່າ ມີ​
ຄວາມ​ດີ​ໃຈ.

ມີການ​ຮັກສາ​ຄວາມ​ປອດ​ໄພ​ຢ່າງ​ເຄັ່ງ​ຄັດ ​ແລະ​ການ​ປ່ອນ​ບັດ​ໄດ້​ດໍາ​ເນີນ​ໄປ​ໂດຍ​ປາດ
ສະຈາກ​ຄວາມ​ຮຸນ​ແຮ​ງ ​ເຖິງ​ແມ່ນໄດ້​ມີ​ການ​ຂູ່​ຂວັນ ​ຈາກກຸ່ມຊົນ​ເຜົ່າ Tuareg​ ທີ່​ຢາກ​ແຍກ​ດິນ​ແດນ.

ບັນດາ​ຜູ້​ສະ​ໝັກ ທີ່​ລົງ​ແຂ່ງຂັນ​ເອົາ​ຕໍາ​ແໜ່​ງ​ປະທານາທິບໍດີຄົນ​ໃໝ່ ​ແມ່ນມີຮວມ​ ​ອ​ະ
ດີດນາຍົກລັດ​ຖະມົນຕີສອງຄົນ ຄື ທ່ານ Ibrahim Boubacar Keita ​ກັບ ທ່ານ
Modibo Sidibe. ຜູ້​ສະມັກ​ທີ່​ນໍາ​ໜ້າອີກ​ສອງ​ຄົນ ​ຄື ທ່ານ Soumalia Cisse ຫົວ
ໜ້າສະຫະ​ພາບ​ກອງ​ທຶນ​ອາ​ຟຣິກາ​ຕາ​ເວັນ​ຕົກ ​ແລະ ທ່ານ Dramane Dembele ທີ່​
ບໍ່​ຄ່ອຍ​ມີໃຜ​ຮູ້ຈັກ ທີ່​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ ພັກ​ການ​ເມືອງ​ໃຫຍ່​ ADEMA
ຂອງ ມາລີ​.

​ເຂົາ​ເຈົ້າ​ກໍາລັງແຂ່ງ​ກັນ ​ເພື່ອ​ຈະ​ເຂົ້າ​ໄປແທ​ນທີ່ ທ່ານ Dioncounda Traore ​ທີ່​ໄດ້
ຖືກ​ແຕ່ງ​ຕັ້ງ​ເປັນປະທານາທິບໍດີຊົ່ວຄາວ ​ໃນ​ປີ​ແລ້ວ​ນີ້. ຖ້າ​ຫາກ​ວ່າ ບໍ່​ມີ​ຜູ້​ສະໝັກ​ຄົນ​
ໃດ​ໄດ້​ຊະນະຄະ​ແນນ​ສຽງສ່ວນຫລາຍ ຜູ້​ໄດ້​ຄະ​ແນນ​ສຽງ​ສູງ​ສຸດ​ສອງ​ຄົນ ກໍຈະ​ໄປແຂ່ງ
ຂັນ​ກັນ​ບັ້ນ​ສຸດ​ທ້າຍ ​ໃນ​ການ​ເລືອກ​ຕັ້ງ​ຮອບ​ຕັດສິນ​ຊີ້​ຂາດ ​ໃນ​ວັນ​ທີ 11 ສິງຫາ ເດືອນ
ໜ້າ​ນີ້​.

Mali
please wait
Embed

No media source currently available

0:00 0:00:35 0:00
XS
SM
MD
LG