ກຸ່ມສິດທິມະນຸດກ່າວວ່າ ພວກຫົວຮຸນແຮງມຸສະລິມ ທີ່ຄວບຄຸມພາກເໜືອຂອງປະເທດ ມາລີ ກໍາລັງນໍາໃຊ້ເດັກນ້ອຍເປັນທະຫານ ຊຶ່ງວ່າບາງຄົນມີອາຍຸພຽງ 11 ປີ.
ເດັກນ້ອຍຖືກໃຊ້ ເປັນທະຫານ ຢູ່ມາລີ

໑
ອົງການນິລະໂທດກໍາສາກົນເວົ້າວ່າ ອົງການຕົນໄດ້ບັນທຶກການຂົ່ມເຫັງທີ່ຮຸນແຮງຕໍ່ພົນລະເຮືອນ ຢູ່ໃນເຂດທີ່ຄວມຄຸມໂດຍພວກມຸສລິມ ຢູ່ພາກເໜືອຂອງມາລີ ລວມມີ ການເກນເອົາເດັກນ້ອຍໄປເປັນທະຫານ, ການລວນລາມທາງເພດ, ການປະຕິບັດນອກກົດໝາຍ ແລະຕັດຂາ ຕັດແຂນພວກເຂົາເຈົ້າອອກ.

໒
ກໍາລັງທະຫານປົດປ່ອຍຊາດພາກເໜືອ ຊຶ່ງເປັນສ່ວນນຶ່ງຂອງກຸ່ມຫົວຮຸນແຮງ ທີ່ຝຶກອົບຮົມໄວໜຸ່ມຢູ່ທົ່ວປະເທດ ເປັນທະຫານນັ້ນ ດໍາເນີນການດັ່ງກ່າວຢູ່ໃນເຂດທີ່ຖືກຄວບຄຸມຂອງລັດຖະບານ ທີ່ປົກຄອງໂດຍພວກທະຫານມາລີ ໃນປັດຈຸບັນ ແລະໃນອາດີດ.

໓
ພວກຊາວໜຸ່ມ ເຂົ້າຮ່ວມການຝຶກອົບຮົມ ຢູ່ຄ້າຍຂອງກໍາລັງທະຫານປົດປ່ອຍຊາດພາກເໜືອ ຢູ່ໃນເມືອງ Sevare, ປະເທດມາບີ ໃນວັນທີ 24 ກັນຍາ, 2012.

໔
ພວກຊາວໜຸ່ມພາກັນແລ່ນ ໃນຊ່ວງທີ່ຝຶກແອບທະຫານ ຢູ່ຄ້າຍຂອງກໍາລັງທະຫານປົດປ່ອຍຊາດພາກເໜືອ ໃນເມືອງ Sevare ປະເທດມາລີ ໃນວັນທີ 24 ກັນຍາ, 2012.