ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກຫົວຮຸນແຮງ ອີສລາມ ຢູ່ມາລີ ໃຊ້ເດັກນ້ອຍ ເປັນທະຫານ (ສະໄລດ໌)


ຜູ້ຄົນແລ່ນອອກກໍາລັງກາຍໃນລະຫວ່າງການຝຶກທະຫານ ຢູ່ທີ່ຄ້າຍກຸ່ມການເຄື່ອນ FLN (ກອງກໍາລັງແນວໂຮມປົດປ່ອຍແຫ່ງຊາດ) ຢູ່ໃນເມືອງ Sevare ໃນວັນທີ 24 ກັນຍາ, 2012.
ຜູ້ຄົນແລ່ນອອກກໍາລັງກາຍໃນລະຫວ່າງການຝຶກທະຫານ ຢູ່ທີ່ຄ້າຍກຸ່ມການເຄື່ອນ FLN (ກອງກໍາລັງແນວໂຮມປົດປ່ອຍແຫ່ງຊາດ) ຢູ່ໃນເມືອງ Sevare ໃນວັນທີ 24 ກັນຍາ, 2012.
ກຸ່ມປົກປ້ອງສິດທິມະນຸດກຸ່ມນຶ່ງເວົ້າວ່າພວກຫົວຮຸນແຮງອີສລາມ
ທີ່ຄວບຄຸມພາກເໜືອ ຂອງປະເທດມາລີ ໃຊ້ເດັກນ້ອຍອາຍຸຕໍ່າ
ຮອດ 11 ປີ ເປັນທະຫານ.

ກຸ່ມປົກປ້ອງສິດທິມະນຸດ Human Rights Watch ເວົ້າວ່າ
ພວກຫົວຮຸນແຮງກໍາລັງ ໃຊ້ເດັກນ້ອຍ ທັງເພື່ອເປັນທະຫານ ແລະເພື່ອຄວບຄຸມການປະຕິບັດກົດ Sharia ຫລື ກົດໝາຍ ສາສະໜາອິສລາມແບບແຮງຈັດຂອງຕົນ ຊຶ່ງເປັນການຝ່າຝືນ
ກົດໝາຍສາກົນ.

ອົງການດັ່ງກ່າວຍັງເວົ້າອີກວ່າ ພວກອາໄສຢູ່ໃນເຂດພາກເໜືອ
ຂອງປະເທດ ລາຍງານວ່າ ເຫັນເດັກນ້ອຍອາຍຸລະຫວ່າງ 11 ຫາ
17 ປີ ໄດ້ຮັບການຝຶກອົບຮົມການໃຊ້ອາວຸດ ແລະຍາມຊາຍແດນ
ຕາມຈຸດຕ່າງໆ. ນອກນັ້ນ ແລ້ວ ພວກປະຊາຊົນຢູ່ເຂດນັ້ນຍັງເວົ້າວ່າ ພວກເດັກຊາຍໄວ ລຸ້ນ ຍັງລາດຕະເວນໃຫ້ຕໍາຫລວດອິສລາມ ແລະໄດ້ທຸບຕີພວກຜູ້ຍິງທີ່ຍ່າງຕາມທາງ ຖ້າຫາກ
ພວກເຂົາເຈົ້າບໍ່ເອົາຜ້າປົກຫົວ.

ບົດລາຍງານທີ່ໄດ້ນໍາອອກມາເຜີຍແຜ່ໃນວັນອັງຄານວານນີ້ ຍັງໄດ້ເວົ້າລະອຽດເຖິງການ ຕັດມືຕັດແຂນ, ການຂ້ຽນຕີ ແລະທັບມ້າງສະຖານທີ່ສາສະໜາຫລາຍບ່ອນ ໂດຍກຸ່ມຫົວ ຮຸນແຮງຕ່າງໆ.

ພ້ອມກັນນັ້ນ ກຸ່ມປົກປ້ອງສິດທິມະນຸດດັ່ງກ່າວ ຍັງໄດ້ເວົ້າອີກວ່າ ບົດລາຍງານຂອງກຸ່ມ ແມ່ນອີງໃສ່ການສໍາພາດເກືອບຮອດ 100 ຄົນ ທີ່ຫລົບໜີອອກຈາກພາກເໜືອຂອງມາລີ ຫລື ບໍ່ກໍຍັງອາໄສຢູ່ທີ່ນັ້ນ ແລະໃຫ້ສໍາພາດຜ່ານທາງໂທລະສັບ.

ເບິ່ງສະໄລດ໌ຮູບກ່ຽວກັບການໃຊ້ເດັກນ້ອຍເປັນທະຫານ

XS
SM
MD
LG