ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກາະ ມ​າ​ລ​ດີ​ຟ ເປີດ​ໜ່ວຍປ່ອນບັດ ສຳ​ລັບ​ການ​ເລືອກ​ຕັ້ງ ​ປະ​ທາ​ນາ​ທິ​ບໍ​ດີ


ຜູ້​ສະ​ໜັບ​ສະ​ໜູນ​ປະ​ທາ​ນາ​ທິ​ບໍ​ດີ ມາ​ລດ​ີ​ຟ ທ່ານ ອັບ​ດຸ​ລ​ລາ ຢາ​ມີນ (Abdulla Yameen) ຂີ່​ລົດ​ຈັກ​ຂອງ​ເຂົາ​ເຈ້າ ໃນ​ລະ​ຫວ່າງ​ການ​ເດີນ​ຂະ​ບວນ​ໂຄ​ສະ​ນາ​ຫາ​ສຽງ​ຄັ້ງ​ສຸດ​ທ້າຍໃນ​ນະ​ຄອນຫຼວງ ມາ​ເລ (Male), ເກາະ ມາ​ລ​ດີ​ຟ. 22 ກັນ​ຍາ, 2018.
ຜູ້​ສະ​ໜັບ​ສະ​ໜູນ​ປະ​ທາ​ນາ​ທິ​ບໍ​ດີ ມາ​ລດ​ີ​ຟ ທ່ານ ອັບ​ດຸ​ລ​ລາ ຢາ​ມີນ (Abdulla Yameen) ຂີ່​ລົດ​ຈັກ​ຂອງ​ເຂົາ​ເຈ້າ ໃນ​ລະ​ຫວ່າງ​ການ​ເດີນ​ຂະ​ບວນ​ໂຄ​ສະ​ນາ​ຫາ​ສຽງ​ຄັ້ງ​ສຸດ​ທ້າຍໃນ​ນະ​ຄອນຫຼວງ ມາ​ເລ (Male), ເກາະ ມາ​ລ​ດີ​ຟ. 22 ກັນ​ຍາ, 2018.

ບັນ​ດາ​ຜູ້​ລົງ​ຄະ​ແນນ​ສຽງ​ໃນ​ເກາະ ມາ​ລ​ດີ​ຟ ໄດ້​ພາ​ກັນ​ໄປ​ສະ​ຖານ​ທີ່​ເລືອກ​ຕັ້ງ​ໃນ​ວັນ​
ອາທິດມື້ນີ້ ເພື່ອປ່ອນບັດຂອງເຂົາເຈົ້າໃນການເລືອກຕັ້ງປະທານາທິບໍດີທີ່ມີບັນຫາ.

ທັງ​ປະ​ທາ​ນາ​ທິ​ບໍ​ດີ ອັບ​ດຸ​ລ​ລາ ຢາ​ມີນ (Abdullah Yameen) ກັບ​ຜູ້​ລົງ​ແຂ່ງ​ຂັນ​ພັກ
ຝ່າຍຄ້ານ ທ່ານ ອີບຣາຣິມ ໂມຮາເມັດ ໂຊລີ (Ibrahim Mohamed Solih) ໄດ້ປ່ອນ
ບັດຂອງພວກເພິ່ນໃນຕອນເຊົ້າທີ່ນະຄອນຫຼວງ ມາເລ.

ທ່ານ ຢາ​ມີນ ແມ່ນ​ກຳ​ລັງ​ຕໍ່​ສູ້ ເພື່ອ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ສະ​ໄໝ​ທີ​ສອງ. ເສັ້ນ​ທາງ​ສູ່​ການ​
ເລືອກເຂົ້າດຳລົງຕຳແໜ່ງຄືນຂອງທ່ານ ເບິ່ງຄືວ່າຈະມີຄວາມແນ່ນອນ ພ້ອມກັບຄູ່
ແຂ່ງຄົນສຳຄັນຂອງທ່ານຈະຖືກຈັບເຂົ້າຄຸກ ຫຼືບໍ່ກໍຂັບໄລ່ອອກຈາກປະເທດ. ທ່ານໄດ້
ປະກາດພາວະສຸກເສີນໃນຕົ້ນປີນີ້ ຫຼັງຈາກໄດ້ປະຕິເສດທີ່ຈະປະຕິບັດຕາມຄຳສັ່ງຂອງ
ສານສູງສຸດ ເພື່ອປ່ອຍຕົວບັນດາຜູ້ນຳການເມືອງທີ່ຖືກກັກຂັງ.

ການ​ເລືອກ​ຕັ້ງ​ໃນວັນ​ອາ​ທິດມື້ນີ້ ໄດ້​ຖືກັນ​ຢ່າງກວ້າງ​ຂວາງວ່າ​ເປັນ​ການ​ລົງ​ປະ​ຊາ​ມະ​ຕິ
ກ່ຽວກັບວ່າ ປະຊາທິປະໄຕວ່າ ຈະຢູ່ລອດໃນປະເທດຫຼືບໍ່ ໃນຂະນະທີ່ທ່ານ ຢາມີນ
ໄດ້ສະເໜີການປະຕິຮູບຫຼຸດຄວາມເປັນປະຊາທິປະໄຕເສລີຫຼາຍຢ່າງຕໍ່ປະເທດ.

ຕຳຫຼວດ​ໄດ້​ດຳ​ເນີນ​ການ​ບຸກກວດ​ຄົ້ນ ​ໃນ​ຫ້ອງ​ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ພວກ​ຝ່າ​ຍ​
ຄ້ານທີ່ສຳຄັນໃນວັນເສົາວານນີ້, ເວົ້າວ່າ ເຂົາເຈົ້າຢາກຢຸດ “ກິດຈະກຳທີ່ຜິດກົດໝາຍ
ຕ່າງໆ.”

ທ່ານ ໂມ​ຮາ​ເມັດ ນາ​ຊີດ (Mohamed Nasheed), ເຊິ່ງ​ແມ່ນ​ປະ​ທາ​ນາ​ທິ​ບໍ​ດີ ມ​າ​ລ​ດີ​ຟ
ທີ່ຖືກເລືອກເອົາຢ່າງເປັນປະຊາທິປະໄຕໄດ້ກ່າວວ່າ “ໃນທາງຄະນິດສາດແລ້ວ, ມັນບໍ່
ມີຄວາມເປັນໄປໄດ້ ສຳລັບທ່ານ ຢາມີນ ທີ່ຈະໄດ້ຮັບໄຊຊະນະ ເພາະວ່າ ພັກຝ່າຍຄ້ານ
ທຸກພັກ ໄດ້ສາມັກຄີກັນຕໍ່ຕ້ານລາວ. ຜົນຄະແນນທີ່ເຂົາເຈົ້າຈະປະກາດອອກ ແມ່ນຈະ
ແຕກຕ່າງກັບສິ່ງທີ່ມີຢ່າງແທ້ຈິງ ຢູ່ໃນຕູ້ບັດຄະແນນສຽງນັ້ນ.”

ທ່ານ ນາ​ຊີດ ໄດ້​ຖືກ​ເລືອກ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ການ​ເລືອກ​ຕັ້ງຫຼາຍ​ພັກເປັນ​ຄັ້ງ​ທຳ​
ອິດຂອງເກາະ ມາລດີຟ ໃນປີ 2008, ແຕ່ໄດ້ລາອອກຈາກຕຳແໜ່ງໃນປີ 2012 ທ່າມ
ກາງການເຂົ້າຍຶດອຳນາດຂອງທະຫານ. ທ່ານໄດ້ເສຍການເລືອກຕັ້ງປີ 2013 ໃຫ້ແກ່
ທ່ານ ຢາມີນ, ແລະ ຫຼັງຈາກນັ້ນທ່ານກໍຖືກດຳເນີນຄະດີ ແລະ ຖືກຕັດສິນວ່າ ມີຄວາມ
ຜິດ ກ່ຽວກັບ ຂໍ້ຫາລັດທິກໍ່ການຮ້າຍ ໃນການດຳເນີນຄະດີທີ່ຖືກວິພາກວິຈານໂດຍບັນ
ດານັກເຄື່ອນໄຫວສິດທິມະນຸດ. ທ່ານໄດ້ຖືກຕັດສິນຂັງຄຸກ 13 ປີ, ແຕ່ຫຼັງຈາກນັ້ນກໍ
ໄດ້ຮັບອະນຸຍາດໃຫ້ອອກມາປິ່ນປົວສຸຂະພາບເມື່ອປີກາຍນີ້ ເພື່ອເດີນທາງໄປປະເທດ
ອັງກິດ, ບ່ອນທີ່ທ່ານໄດ້ຮັບການຂໍລີ້ໄພ.

Voters in the Maldives are going to the polls Sunday to cast their votes in the controversial presidential election.

Both President Abdullah Yameen and opposition candidate Ibrahim Mohamed Solih voted early in Male, the capital.

Yameen is seeking a second five-year term in office.His path to re-election seems assured with his main rivals either in jail or in exile.He imposed a state of emergency earlier this year after refusing to comply with a Supreme Court order to release detained political leaders.

Sunday's election is widely seen as a referendum on whether democracy will survive in the country as Yameen has rolled back many of the democratic freedoms introduced to the nation.

Police conducted a raid on the main opposition's campaign office Saturday, saying that they wanted to stop "illegal activities."

"Mathematically, it is not possible for Yameen to win because all opposition parties are united against him," said Mohamed Nasheed, the Maldives' first democratically elected president. "The results they will announce will be different to what is actually in the ballot boxes."

Nasheed was elected president in the Maldives' first multi-party election in 2008, but he resigned in 2012 amid a military takeover.He lost the 2013 presidential race to Yameen, and was then tried and convicted of terrorism charges in a trial criticized by human rights activists.He was sentenced to 13 years in prison, but later granted medical leave last year to travel to Britain, where he was granted asylum.

XS
SM
MD
LG