ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອອສ​ເຕຣ​ເລຍ ຢາກໃຫ້ ຄຸ້ມ​ກັນ ບໍລິ​ເວນ ທີ່​ເຮືອບິນ ມາ​ເລ​ເຊຍ​​ຕົກ ໃນຢູເຄຣນ (ວີດີໂອ/ສະໄລດ໌)


Ukraine Plane SOTVO
please wait
Embed

No media source currently available

0:00 0:01:08 0:00

ອອສ​ເຕຣ​ເລຍ​ໄດ້​ສົ່ງ​ຕຳຫຼວດ 50 ຄົນ​ໄປ​ຍັງ​ລອນ​ດອນ ​ໃນ​ການ​
ຄາດຄະເນວ່າ ຈະສົ່ງຕຳຫຼວດເຫຼົ່ານີ້ໄປປະຕິບັດງານໃນພາກ
ຕາເວັນອອກຂອງຢູເຄຣນ ເພື່ອຍາມຄຸ້ມກັນຢູ່ບໍລິ​ເວນທີ່​ເຮືອບິນ
​ມາ​ເລ​ເຊຍ​ຖືກຍິງ​ຕົກ ຊຶ່ງ​ເປັນ​ພາກສ່ວນນຶ່ງ​ຂອງ​ຄະນະປະຕິບັດ
ງານນາໆ​ຊາດ ທີ່ໄດ້ມີການສະເໜີໄປນັ້ນ.

ນາຍົກລັດຖະມົນຕີອອສ​ເຕຣ​ເລຍ ທ່ານ Tony Abbot ​ໄດ້ກ່າວ​ວ່າ
ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ຕົນ​ແລະ​ຂອງ Netherlands
ຈະ​ເດີນທາງ​ໄປ​ນະຄອນ Kyiv ​ເພື່ອ​ໂອ້ລົມກັນກ່ຽວກັບລາຍ​ລະອຽດ​
ຕ່າງ​ໆ ໃນການສົ່ງ​ຄະນະປະຕິບັດງານ​ດັ່ງກ່າວ ທີ່ຢູ່ພາຍ​ໃຕ້​ການ
​ຄຸ້ມຄອງ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ ໄປຍາມຄຸ້ມ​ກັນບໍລິ​ເວນ​ເຮືອບິນຕົກ ຊຶ່ງ​ຢູ່​ໃນ​ເຂດຄວບຄຸມ​ຂອງ​ພວກກະບົດ ໃນພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ.

​ໃນ​ຂະນະ​ດຽວ​ກັນ ກໍມີ​ເຮືອບິນອີກສອງ​ລຳຈະອອກ​ເດີນທາງຈາກ​ຢູ​ເຄຣນໄປຍັງ Netherlands ທີ່ລຳລຽງສົບ​ພວກ​ເຄາະ​ຮ້າຍ​ອີກຫຼາຍ​ສິບ​ຄົນ ຊຶ່ງ​ໄດ້​ເສັຍ​ຊີວິດ​ໃນ​ຖ້ຽວ​ບິນ MH 17 ຂອງ​ມາ​ເລ​ເຊຍ ທີ່​ຖືກ​ຍິງຕົກ​ໃນ​ອາທິດ​ແລ້ວ​ນີ້.​ ຜູ້​ໂດຍສານ 298 ຄົນທີ່​ໄປ​ກັບ​ເຮືອບິນ​ລຳ​ນັ້ນ​ໄດ້​ເສຍ​ຊີວິດ ທັງ​ໝົດ​ເລີຍ.

ກົດບ່ອນນີ້ເພື່ອຂະຫຍາຍຮູບໃຫ້ໃຫຍ່
ກົດບ່ອນນີ້ເພື່ອຂະຫຍາຍຮູບໃຫ້ໃຫຍ່

​ຜູ້ຄົນ​ຈຳນວນ​ຫຼາຍສິບ​ພັນ​ຄົນ​ໃນ Netherlands ​ໄດ້​ພາ​ກັນ​ໄປ​ຮ່ວມ​ພິທີ​ໄວ້ອາ​ໄລ​ ໃນຂະນະ​ທີ່​ຖ້ຽວ​ບິນຊຸດ​ທຳ​ອິດ ​ທີ່​ໄດ້​ລຳລຽງ​ສົບ​ຂອງ​ພວກ​ເຄາະ​ຮ້າຍ​ຈາກ​ເຫດ​ໂສກ​ນາດຕະກຳ​ດັ່ງກ່າວ ​ໄປ​ຮອດ​ Netherlands ໃນ​ວັນ​ພຸດ​ວານ​ນີ້ ຊຶ່ງ 193 ຄົນຂອງ​ພວກ​ເຄາະ​ຮ້າຍ​ແມ່ນ​ເປັນ​ຊາວເນເທີ ແລນ.

​ໃນ​ເຊົ້າ​ວັນ​ພະຫັດ​ມື້​ນີ້ ຣັດ​ເຊຍ ​ໄດ້​ຮຽກຮ້ອງ​ໃຫ້​ສະຫະລັດ ພິສູດ​ວ່າ
​ເຮືອບິນອາຍພົ່ນໂດຍສານ​ຂອງມາເລເຊຍໄດ້​ຖືກ​ຍິງ​ຕົກ ໂດຍລູກ
​ສອນ​ໄຟທີ່​ຍິງ​ຈາກ​ພື້ນ​ດິນ​ສູ່​ອາກາດ SA-11 ຂອງ​ພວກ ຫົວ​ແບ່ງ​
ແຍກ​ດິນ​ແດນ ທີ່ໜຸນຫຼັງ​ໂດຍຣັດ​ເຊຍ ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ. ຮອງລັດຖະ
ມົນຕີ​ປ້ອງ​ກັນ​ປະ​ເທດຣັດເຊຍ ທ່ານ Anatoly Antonov ຮ້ອງ​ຮຽກໃຫ້​ສະຫະລັດ​ ນຳເອົາຫຼັກຖານມາພິສູດວ່າ ຕົນມີຂໍ້​ມູນ​ທາງ​ດ້ານ​ເທັກ​ນິກ​ແລະພາບ​ຈາກ​ດາວ​ທຽມ​ມາສະໜັບສະໜຸນຕໍ່​ຂໍ້​ກ່າວ​ຫາ​ນີ້.

MH17's 'Black Boxes' Could Reveal Crash Details
please wait

No media source currently available

0:00 0:02:50 0:00

ພວກນັກວິເຄາະຂອງໜ່ວຍ​ສືບ​ລັບສະຫະລັດ ​ໄດ້​ສະຫຼຸບ​ວ່າ ລູກ​ສອນ​ໄຟ SA-11 ຫຼື “Buk” ​ທີ່ເຮັດໂດຍຣັດເຊຍ ໄດ້​ຍິງ​ເຮືອບິນ​ລຳ​ດັ່ງກ່າວຕົກ ແລະມີທ່າທາງວ່າ ພວກກະບົດ
ທີ່ບໍ່ໄດ້ຮັບ ການເຝິກແອບຢ່າງພຽງພໍ ​ເປັນຜູ້​ຍິງລູກ​ສອນ​ໄຟ​ໃສ່​ເຮືອບິນລຳນັ້ນ​ໂດຍ​ເຊື່ອ
ວ່າ​ ເປັນເຮືອບິນ​ຂອງ​ຢູ​ເຄຣນ.

​ໃນ​ວັນ​ພຸດ​ວານ​ນີ້ ​ເຮືອບິນ​ລົບອາຍພົ່ນ​ຂອງ​ຢູ​ເຄຣນ 2 ລຳ ​ກໍໄດ້​ຖືກ​ຍິງ​ຕົກ​ ​ໃນພາກ​ຕາ​ເວັນ​ອອກ​ຂອງ​ປະເທດໃນ​ຂະນະ​ທີ່​ການ​ສູ້​ລົບ​ກັນ​ ເພີ້ມ​ທະ​ວີຄວາວມຮຸນ​ແຮງ​ຂຶ້ນ ຢູ່ໃນ
ເຂດດັ່ງກ່າວ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG