ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນາຍົກ ມາເລເຊຍ ໃຫ້ສັນຍານ ຕໍ່ການຢືນຢັດ ອັນເດັດດ່ຽວ ກ່ຽວກັບ ທະເລຈີນໃຕ້


ນາຍົກລັດຖະມົນຕີ ມາເລເຊຍ ທ່ານ ມາຮາເທຍ ໂມຮາມັດ ກ່າວຄຳປາໄສ ໃນລະຫວ່າງ ກອງປະຊຸມໃຫຍ່ສາກົນ ກ່ຽວກັບ "ອະນາຄົດຂອງ ເອເຊຍ" ໃນນະຄອນຫຼວງ ໂຕກຽວ, ຍີ່ປຸ່ນ, 11 ມິຖຸນາ, 2018.
ນາຍົກລັດຖະມົນຕີ ມາເລເຊຍ ທ່ານ ມາຮາເທຍ ໂມຮາມັດ ກ່າວຄຳປາໄສ ໃນລະຫວ່າງ ກອງປະຊຸມໃຫຍ່ສາກົນ ກ່ຽວກັບ "ອະນາຄົດຂອງ ເອເຊຍ" ໃນນະຄອນຫຼວງ ໂຕກຽວ, ຍີ່ປຸ່ນ, 11 ມິຖຸນາ, 2018.

ນາຍົກລັດຖະມົນຕີຄົນໃໝ່ ຂອງ ມາເລເຊຍ ໄດ້ສະແດງໃຫ້ເຫັນສັນ ຍານຕ່າງໆທີ່ກ້າ
ຫານຫຼາຍຂຶ້ນ ໃນການອ້າງກຳມະສິດຢູ່ທະເລຈີນໃຕ້ທີ່ເປັນບັນຫາ, ເຊິ່ງ ປັກກິ່ງ ຕອນ
ນີ້ໄດ້ໃຊ້ອຳນາດເຂົ້າຄວບຄຸມພື້ນທີ່ສ່ວນໃຫຍ່ນັ້ນ.

ທ່ານ ມາຮາເທຍ ໂມຮາມັດ (Mahathir Mohamad), ຜູ້ທີ່ໄດ້ເຂົ້າດຳລົງຕຳແໜ່ງ
ໃນເດືອນທີ່ຜ່ານມາ ຫຼັງຈາກໄດ້ຮັບໄຊຊະນະຢ່າງບໍ່ຄາດຝັນ ໃນການເລືອກຕັ້ງສະພາ
ແຫ່ງຊາດນັ້ນ, ຢາກໃຫ້ ມາເລເຊຍ ຮັກສາ 5 ເກາະທີ່ເຂົາເຈົ້າຄວບຄຸມຢູ່ໃນເວລານີ້,
ອີງຕາມການຄຳເວົ້າ ຂອງທ່ານ ໃນການສຳພາດກັບໜັງສືພິມ South China
Morning ທີ່ມີຫ້ອງການຕັ້ງຢູ່ ຮົງກົງ. ທ່ານໄດ້ເວົ້າຕື່ມວ່າ ທ່ານຫວັງວ່າບັນດາຜູ້ອ້າງ
ກຳມະສິດ ໃນທະເລຈີນໃຕ້ທັງຫຼາຍ ຈະຍ້າຍກຳປັ່ນລົບອອກຈາກທະເລດັ່ງກ່າວ
ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງ.

ທ່ານນາຍົກລັດຖະມົນຕີຄາດວ່າ ຈະປະຕິບັດຕາມຄວາມຮຽກຮ້ອງຕ້ອງການຂອງມະ
ຫາຊົນ ດ້ວຍການທົບທວນໂຄງການຕ່າງໆ ທີ່ໄດ້ຮັບທຶນຊ່ວຍເຫຼືອຈາກບັນດາບໍລິສັດ
ຈີນ, ອີງຕາມຄຳເວົ້າຂອງທ່ານ ອີບຣາຮິມ ຊັຟຟຽນ (Ibrahim Suffian), ຜູ້ອຳນວຍ
ການໂຄງການ ຈາກສູນກາງ ເມີເດກາ ເຊິ່ງແມ່ນກຸ່ມສຳຫຼວດຄວາມຄິດເຫັນທີ່ມີຫ້ອງ
ການຕັ້ງຢູ່ນະຄອນຫຼວງ ກົວລາ ລຳເປີ.

ບັນດານັກວິຊາການເຊື່ອວ່າ ການຫຼຸດອິດທິພົນ ທາງດ້ານເສດຖະກິດຂອງ ຈີນ ລົງ
ຈະເຮັດໃຫ້ທ່ານ ມາຮາເທຍ ອາຍຸ 92 ປີ, ອ້າງເອົາກຳມະສິດຂອງມາເລເຊຍ ໃນຫຼາຍ
ພາກສ່ວນຂອງທະເລຈີນໃຕ້ ດ້ວຍຄວາມສ່ຽງທີ່ຈະຖືກຕອບໂຕ້ຄືນຈາກ ຈີນ ທີ່ໜ້ອຍ
ກວ່າ.

ຜູ້ດຳລົງຕຳແໜ່ງກ່ອນໜ້າທ່ານ ມາຮາເທຍ ໄດ້ກ່າວຕ້ອງຕິ ຈີນ ດົນໆເທື່ອນຶ່ງ, ແມ່ນ
ກະທັ້ງທີ່ເຂົາເຈົ້າໄດ້ສົ່ງກຳປັ່ນຍາມຝັ່ງເຂົ້າໄປໃກ້ໆເຂດອ້າງກຳມະສິດຂອງ ມາເລ
ເຊຍ ກໍຕາມ, ໃນເວລາທີ່ສາຍພົວພັນ ໃນການລົງທຶນໄດ້ຈະເລີນເຕີບໂຕ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG