ຄວາມເຄັ່ງຕຶງພື້ນຖານກ່ຽວກັບເຊື້ອຊາດ ແລະການສໍ້ລາດບັງຫຼວງ ພາຍໃນລັດ ຖະບານຊຸດໃໝ່ ທີ່ມີຄວາມແຕກຕ່າງກັນຂອງມາເລເຊຍ ເບິ່ງຄືວ່າຈະເປັນການທົດສອບເຖິງຄວາມຢູ່ລອດໃນຊ່ວງນຶ່ງ ຫຼື ສອງປີທໍາອິດ, ພ້ອມທັງຈະເປັນການສົ່ງເສີມຄວາມກ້າວໜ້າຂອງນາຍົກລັດຖະມົນຕີຈາກການຊຸກຍູ້ການຟື້ນຟູຄໍາໝັ້ນສັນຍາທີ່ຍາວນານ ສໍາລັບຄວາມເທົ່າທຽມທາງເຊື້ອຊາດຂອງປະເທດ, ອີງຕາມການກ່າວຂອງນັກວິເຄາະ.
ນັບເປັນຄັ້ງທໍາອິດສຳລັບປະເທດມາເລເຊຍ, ທີ່ການເລືອກຕັ້ງແຫ່ງຊາດໃນວັນທີ 19 ພະຈິກ ສິ້ນສຸດລົງໂດຍບໍ່ຮູ້ວ່າ ໃຜເປັນຜູ້ຊະນະຢູ່ໃນສະພາ, ດ້ວຍຜົນການແຂ່ງຂັນທີ່ບໍ່ມີພັກໃດ ສາມາດຍາດເອົາບ່ອນນັ່ງສຽງສ່ວນຫຼາຍຢູ່ໃນສະພາ 222 ບ່ອນ.
ຫຼັງຈາກເປັນເວລາຫຼາຍມື້ຂອງການເຈລະຈາທ່າມກາງກຸ່ມຕ່າງໆ ທີ່ຍັງຄົງບໍ່ສາ ມາດດຶງເອົາພັນທະມິດ ສຽງສ່ວນຫຼາຍມາລວມເຂົ້າກັນໄດ້, ກະສັດ ອາລ-ຊຸລຕານ ອັບດຸລລາ ຊຸລຕານ ອາມາດ ຊາ (Al-Sultan Abdullah Sultan Ahmad Shah), ເຊິ່ງເປັນກະສັດພາຍໃຕ້ລັດຖະທໍາມະນູນຂອງປະເທດ ໄດ້ແຕ່ງຕັ້ງທ່ານອານວາ ອິບຣາຮິມ (Anwar Ibrahim) ຫົວໜ້າພັກຝ່າຍຄ້ານ ໃຫ້ມາເປັນນາຍົກລັດຖະມົນຕີຄົນໃໝ່ ແລະໃຫ້ທ່ານສາບານຕົວເຂົ້າຮັບຕໍາແໜ່ງໃນວັນພະຫັດທີ່ຜ່ານມາ ເຊິ່ງມັນໄດ້ກາຍເປັນຂີດໝາຍທີ່ໜ້າປະຫຼາດໃຈໃນການຕ່າວປີ້ນຜູ້ຊາຍຄົນນຶ່ງ ເຊິ່ງເຄີຍຖືກໂທດຂັງຄຸກ ມາເປັນເວລາເກືອບ 10 ປີ ໃນຂໍ້ຫາສໍ້ລາດບັງຫຼວງ ແລະຄວາມຜິດໃນຂໍ້ຫາຮັກຮ່ວມເພດ, ໂດຍທ່ານກ່າວວ່າ ເປັນການໃສ່ຮ້າຍທາງການເມືອງ.
ເພື່ອເປັນຂັ້ນຕອນສຸດທ້າຍ ໃນການສ້າງຕັ້ງລັດຖະບານທີ່ມີສຽງສ່ວນຫຼາຍ, ກະ ສັດຂອງມາເລເຊຍ ຍັງໄດ້ສັ່ງໃຫ້ກຸ່ມ ປາກາທານ ຮາຣາພານ (Pakatan Harapan) ທີ່ມີຫຼາຍເຊື້ອຊາດ ຂອງທ່ານອານວາ ລວມເຂົ້າເປັນສ່ວນນຶ່ງ ໃນພັນທະມິດກັບພັກຄູ່ແຂ່ງແຫ່ງຊາດບາຣິຊານ, ຊຶ່ງເປັນພັກທີ່ສະໜັບສະໜຸນສິດທິພິເສດສຳລັບຊາວມາເລມຸສລິມ ເຊິ່ງເປັນຊົນກຸ່ມໃຫຍ່ ຢູ່ໃນປະເທດ. ສ່ວນກຸ່ມນ້ອຍສອງກຸ່ມ ທີ່ເປັນໂຕແທນຂອງຊົນເຜົ່າພື້ນເມືອງຊາວມາເລເຊຍທີ່ອາໄສຢູ່ໃນເກາະບໍນຽວ (Borneo) ກໍໄດ້ໃຫ້ຄໍາໝັ້ນ ທີ່ຈະມອບຄວາມຈົງຮັກພັກດີຂອງພວກເຂົາເຈົ້າ ແກ່ລັດຖະບານຊຸດໃໝ່ ນັບແຕ່ນັ້ນມາເຊັ່ນກັນ.