ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝ່າຍຄ້ານ ມາເລເຊຍ ຊຸມນຸມ ປະທ້ວງ ຜົນການເລືອກຕັ້ງ (ສະໄລດ໌/ວີດີໂອ)


Malaysia
please wait
Embed

No media source currently available

0:00 0:00:52 0:00
ຊາວ​ມາ​ເລ​ເຊຍ ທີ່​ສະໜັບສະໜຸນຝ່າຍ​ຄ້ານຫລາຍສິບ​ພັນ​ຄົນ
ພາກັນ​ເຕົ້າ​ໂຮມ ກັນ​ໃນ​ຕອນ​ແລງ​ວັນ​ພຸດ​ວານ​ນີ້ ເພື່ອ​ປະ​ທ້ວງ
ອັນ​ທີ່​ເຂົາ​ເຈົ້າ​ຮ້ອງ​ວ່າ ການສໍ້​ໂກງ​ຄະ​ແນນ​ສຽງ​ໃນການປ່ອນ​
ບັດ​ເລືອກ​ຕັ້ງ ຊຶ່ງເຮັດ​ໃຫ້​ພັກແນວ​ໂຮມທີ່​ປົກຄອງປະເທດ​ມາ
ດົນນານ​ແລ້ວນັ້ນ ສາມາດ​ຮັກສາ​ອໍານາດ ໄວ້ອີກ​ຕໍ່​ໄປ.

ທ່ານ Anwar Ibrahim ຜູ້​ນໍາ​ພັກຝ່າຍ​ຄ້ານ ​ໄດ້​ກ່າວ​ຕໍ່​ຝູງ​ຊົນ​
ຢູ່​ນອກນະຄອນຫລວງ Kuala Lumper ວ່າ ​ມັນເປັນ​ການ​
ເລີ້ມ​ຕົ້ນຂອງ “ການ​ເຄື່ອນ​ໄຫວ​ທີ່​ຮຸນ​ແຮງ” ​ເພື່ອ​ທ້າ​ທາຍ​ຕໍ່​
ການ​ລົງ​ຄະ​ແນນ​ສຽງ ​ແລະການ​ປະຕິ​ຮູບ​ລະບົບ​ປ່ອນ​ບັດ
ເລືອກຕັ້ງຂອງມາ​ເລ​ເຊຍ.



ບັນດາ​ຜູ້​ສະໜັບສະໜຸນ ​ໄດ້ປະຕິ​ບັດ​ຕາມຄໍາ​ແນະ​ນໍາ​ຂອງ ທ່ານ Ibrahim ​ທີ່ ໃຫ້​ນຸ່ງ​ເສື້ອ​ຍືດສີດໍາ​ໄປ​ປະ​ທ້ວງພ້ອມ​ກັບມີໂຕ​ເລກ "050513" ​ຊຶ່ງເປັນ​ຂີດ​ໝາ​ຍ ວັນ​ທີຂອງ​ການປ່ອນ​ບັດທີ່​ໄດ້ໄຊຊະນະ​ໂດຍພັກແນວ​ໂຮມ​ຂອງນາຍົກລັດຖະມົນ ​ຕີ Najiv Razak.

ທ່່ານ Razak ຜູ້​ທີ່ໄດ້​ສາບານ​ໂຕເຂົ້າ​ຮັບ​ຕໍາ​ແໜ່​ງ ໃນ​ວັນ​ຈັນ​ຜ່ານ​ມານີ້ ​ໄດ້​ປະ ຕິ​ເສດ
ຢ່າງແຂງ​ຂັນ ຕໍ່​ການ​ກ່າວ​ຫາວ່າສໍ້​ໂກງຄະ​ແນນ​ສຽງ ​ແລະ​ຢືນຢັດ​ວ່າ ຜົນ​ການ​ນັບ​ບັດ​ຄະ​ແນນ​ສຽງ​ແມ່ນ​ສອດ​ຄ່ອງ​ກັບ​ການ​ຢັ່ງຫາງ​ສຽງ ທີ່​ສະ​ເໜີ​ແນະໃຫ້​ເຫັນ​ວ່າ ພັກແນວ​ໂຮມຂອງ​ທ່ານມີ​ທ່າ​ທາງ​ວ່າຈະ​ໄດ້​ຮັບໄຊຊະນະ. ສະຫະ​ລັດ ​ໄດ້​ຮັບ​ຮູ້​ຜົນ​ການ​ເລືອກ​ຕັ້ງດັ່ງກ່າວ​ນີ້​ແລ້ວ.

ວີດິໂອລາຍງານ ກ່ຽວກັບການແຕກແຍກໃນມາເລເຊຍ ຍ້ອນການເລືອກຕັ້ງ:

Deep Divisions Surface After Landmark Malaysian Elections
please wait

No media source currently available

0:00 0:02:51 0:00
ລິງໂດຍກົງ
XS
SM
MD
LG