ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມາເລເຊຍກ່າວວ່າ ຊິ້ນສ່ວນ ຂອງເຮືອບິນ ຖືກຄົ້ນພົບ ເພີ່ມເຕີມ ໃນເກາະ Reunion


Malaysia PM: Plane Part on Reunion Island Belonged to MH370
please wait

No media source currently available

0:00 0:02:27 0:00

ຊົມວິດີໂອ ລາຍງານໂດຍ ນັກຂ່າວ ວີໂອເອ Mike Richman.

ລັດຖະມົນ​ຕີ​ຂົນ​ສົ່ງ​ຂອງ​ ມາ​ເລ​ເຊຍ​ ​ກ່າວ​ວ່າ ຊິ້ນ​ສ່ວນເພີ່​ມ​ເຕີມຂອງ​ເຮືອບິນ​ໄດ້​ຖືກ​ພົບ​ເຫັນ​ອີກ ຢູ່​ເກາະ Reunion ​ໃນ​ມະຫາ​ສະມຸ​ດອິນ​

ເດ​ຍ, ບ່ອນ​ດຽວ​ກັບ​ຊິ້ນ​ສ່ວນ​ຂອງ​ປີກເຮືອບິນ ມາ​ເລ​ເຊຍ ທີ່​ຫາຍ​ສາບ​ສູນ ໄດ້​ຖືກ​ຄົ້ນ​ພົບ ເມື່ອສັບປະດາ​ທີ່​ຜ່ານ​ມາ.

ທ່ານ Liow Tiong Lai ກ່າວ​ວ່າ ຊິ້ນ​ສ່ວນ​ໃໝ່​ທີ່​ຖືກ​ຄົ້ນ​ພົບ​ນີ້​ລວມມີ​ນວມ​ຂອງ​ຕັ່ງ​ນັ່ງ, ​ແຜ່ນ​ແກ້ວ​ຂ​ອງປ່ອງຢ້ຽມ ​ແລະ ເສດ​ຊິ້ນ​ສ່ວນ​ອື່ນໆ. ​ແຕ່ໃນ​ຂະນະທີ່​ທ່ານ ​ໄດ້ເວົ້າ​ລວມ​ວ່າ​ຊິ້ນ​ສ່ວນ​ຕ່າງໆເປັນ​ຊິ້ນ​ສ່ວນ​ຂອງ​ເຮືອບິນ, ທ່ານ​ບໍ່​ສາມາດ​ກ່າວ​ຢ່າງ​ແນ່ນອນ​ວ່າ ​ມັນ​ເປັນ​ຂອງ​ເຮືອ​ບິນ​ ສາຍການບິນ ມາ​ເລ​ເຊຍ ຖ້ຽວ​ບິນ MH370.

ກ່ອນ​ໜ້າ​ນີ້​, ນາຍົກລັດຖະມົນ​ຕີ ນາ​ຈິບ ຣາຊາກ ​ໄດ້​ຢືນຢັນ​ວ່າ ຊິ້ນ​ສ່ວນ​ພື​ພັບ​ຂອງ​ເຮືອບິນ ​ທີ່​ໄດ້​ຖືກພົບ​ເຫັນ​ຢູ່​ຫາດ​ຊາຍ ​ຂອງເກາະ Reunion ສັບປະດາ​ທີ່​ແລ້ວນີ້​ແມ່ນ​ຊິ້ນ​ສ່ວນຂອງ ​ເຮືອບິນ​ໂບອິງ 777 ທີ່​ໄດ້​ຫາຍ​ສາບ​ສູນ, ​ເຊິ່ງສູນຫາຍ​ໄປ​ໄດ້ 17 ​ເດືອນ​ແລ້​ວ ໂດ​ຍບໍ່​ມີ​ຮ່ອງ​ຮອຍ.

ທ່ານ ນາ​ຈິບ ກ່າວ​ວ່າ “ຫາ​ຮ້ອຍກັບສິບຫ້າ​ມື້ ​ຕັ້ງ​ແຕ່​ເຮືອບິນ​ໄດ້​ຫາຍ​ສາບ​ສູນ​ໄປ, ມັນ​ແມ່​ນຄວາມ​ຮູ້​ສຶກ​ເສຍ​ໃຈ​ຢ່າງ​ຍິ່ງ ທີ່​ຂ້າພະ​ເຈົ້າ​ຕ້ອງ​ກ່າວ​ໃຫ້​ບັນ​ດາ​ທ່ານ​ຮັບ​ຮູ້ວ່າ ທີມງານຂອງ​ຜູ້​ຊ່ຽວຊານ​ສາກົນ​ໄດ້​ສະ​ຫຼຸບ​ຢືນຢັນ​ວ່າ​ ຊິ້ນ​ສ່ວນ​ຂອງ​ເຮືອບິນ ​ທີ່​ຖືກ​ຄົ້ນ​ພົບ​ຢູ່​ເກາະ Reunion ​ແນ່ນອນ​ແມ່ນ​ມາ​ຈາກຖ້ຽວບິນ MH370.”

​ແຕ່​ວ່າ​ຜູ້​ຊ່ຽວຊານ​ໃນ​ນະຄອນຫຼວງ ປາ​ຣີ, ບ່ອນ​ທີ່​ຊິ້ນ​ສ່ວນ​ໄດ້​ຖືກ​ນຳ​ໄປ​ວິ​ເຄາະ, ​ແມ່ນ​ຍັງບໍ່​ທັນ​ພ້ອມ​ທີ່​ຈະ​ກ່າວແນ່ນອນ​ວ່າ ສິ່ງ​ທີ່​ໄດ້​ຖືກ​ພົບ​ເຫັນ​ ຢູ່ໃນດິນແດນ​ພາຍໃຕ້ການ ຄຸ້ມຄອງຂອງ ຝຣັ່ງ ​ແມ່ນ​ຊິ້ນ​ສ່ວນ​ຂອງ​ເຮືອບິນ​ທີ່​ຫາຍ​ໄປ. ​ໄອ​ຍະ​ການຂອງ ຝຣັ່ງ ຄົນ​ໜຶ່ງ​ໄດ້​ກ່າວ​ວ່າ ມັນ​ເປັນ “ສົມມຸດ​ຖານ​ທີ່ແ​ຂງ​ແຮງ” ວ່າ ມັນມາ​ຈາກຖ້ຽວບິນ MH370, ​ແຕ່​ວ່າການ​ຄົ້ນ​ພົບ​ຂອງ​ພວກ​ເຂົາ​ແມ່ນ​ຍັງ​ຕ້ອງ​ໄດ້​ຮັບ​ການ​ຢືນຢັນ​ກ່ອນ.

Malaysia plane
please wait
Embed

No media source currently available

0:00 0:02:00 0:00

Malaysia plane update
please wait
Embed

No media source currently available

0:00 0:02:23 0:00

XS
SM
MD
LG