ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມາເລເຊຍ ປະຕິເສດ ຕໍ່​ລາຍ​ງານ​ທີ່ວ່າ ເຮືອບິນ ທີ່ຫາຍໄປນັ້ນ ຍັງສາມາດ ບິນໄປ​ໄດ້ໄກ (ສະໄລດ໌/ວີດີໂອ)


ຮູບຖ່າຍທາງດາວທຽມ ທີ່ແຈກຢາຍໃຫ້ ໂດຍສູນກາງຊັບຍາກອນຂໍ້ມູນທາງດາວທຽມຂອງຈີນ ແລະການນຳໃຊ້ ຫຼື CCRSDA ສະແດງໃຫ້ເຫັນວັດຖຸ ໃນບໍລິເວນທີ່ສົງໄສ ເປັນບ່ອນ ເຮືອບິນຕົກ ໃນທະເລຈີນໃຕ້ ເມື່ອວັນທີ 9 ມີນາ 2014 ຜ່ານມາ.
ຮູບຖ່າຍທາງດາວທຽມ ທີ່ແຈກຢາຍໃຫ້ ໂດຍສູນກາງຊັບຍາກອນຂໍ້ມູນທາງດາວທຽມຂອງຈີນ ແລະການນຳໃຊ້ ຫຼື CCRSDA ສະແດງໃຫ້ເຫັນວັດຖຸ ໃນບໍລິເວນທີ່ສົງໄສ ເປັນບ່ອນ ເຮືອບິນຕົກ ໃນທະເລຈີນໃຕ້ ເມື່ອວັນທີ 9 ມີນາ 2014 ຜ່ານມາ.
ເຈົ້າໜ້າທີ່ມາເລເຊຍ ໄດ້ປະຕິເສດຕໍ່ລາຍງານຂ່າວທີ່ວ່າເຮືອບິນ
ອາຍພົ່ນໂດຍ ສານທີ່ຫາຍສາບສູນໄປນັ້ນ ຍັງບິນຕໍ່ໄປອີກ ເປັນ
ເວລາຫຼາຍຊົ່ວໂມງຫລັງຈາກໄດ້ສົ່ງສັນຍານການຕິດຕໍ່ໃຫ້ຮູ້ເທື່ອ
ສຸດທ້າຍ ແລະກ່າວວ່າ ຮູບຖ່າຍທາງດາວທຽມຂອງຈີນ ບໍ່ໄດ້ສະ ແດງໃຫ້ເຫັນເຄື່ອງຂອງໃດໆ ຈາກເຮືອບິນເລີຍ.

ລັດຖະມົນຕີກະຊວງຂົນສົ່ງຂອງມາເລເຊຍ ທ່ານ Hishamuddin
Hussein ກ່າວໃນວັນພະຫັດມື້ນີ້ວ່າ ສາຍການບິນມາເລເຊຍໄດ້
ຊັກຖາມໄປຍັງບໍລິສັດໂບອີ້ງທີ່ຜະລິດເຮືອບິນແລະບໍລິສັດ Rolls
Royce ທີ່ຜະລິດຈັກຂອງເຮືອບິນກ່ຽວກັບຂໍ້ມູນທີ່ສະແດງໃຫ້ເຫັນ
ວ່າ ເຮືອບິນດັ່ງກ່າວ ສາມາດທີ່ຈະບິນໄດ້ອອກ ໄປໄກເຖິງ 4,000
ກິໂລແມັດໃນໄລຍະ 4 ຊົ່ວໂມງກວ່າໆນັ້ນແລະອິງຕາມໂບອິ້ງກັບ Rolls Royce ກໍແມ່ນວ່າ ລາຍງານຂ່າວນັ້ນ ບໍ່ຖືກຕ້ອງ.



ລາຍງານ ຂອງໜັງສືພິມ Wall Street Journal ໃນວັນພະຫັດມື້ນີ້ ໄດ້ອ້າງຄວາມເຊື່ອຂອງ
ເຈົ້າໜ້າທີ່ສະຫະລັດທີ່ອີງຕາມຂໍ້ມູນຊຶ່ງໄດ້ສົ່ງຢ່າງອັດຕະໂນມັດ ໂດຍເຄື່ອງຈັກຂອງເຮືອບິນ
ໃຫ້ເຈົ້າໜ້າທີ່ພາກພື້ນດິນ.

ຈີນໄດ້ເອົາຮູບຖ່າຍທາງດາວທຽມ ອອກເຜີຍແຜ່ໃນມື້ວັນພຸດວານນີ້ ໂດຍທີ່ສື່ມວນຊົນຂອງ
ທາງການຈີນເວົ້າວ່າ ເປັນວັດຖຸທີ່ຂ້ອນຂ້າງໃຫຍ່ 3 ອັນ ໃກ້ໆບໍລິເວນເສັ້ນທາງບິນດັ້ງເດີມ ຂອງເຮືອບິນລຳດັ່ງກ່າວ ທີ່ມຸ້ງໜ້າໄປຍັງກຸງປັກກິ່ງ.

How Can Officials Lose Track of an Airliner?
please wait

No media source currently available

0:00 0:02:16 0:00


ເຮືອບິນຄົ້ນຫາ ຂອງມາເລເຊຍແລະຫວຽດນາມ ໄດ້ບິນໄປຍັງບໍລິເວນດັ່ງກ່າວ ຂອງທະເລ
ຈີນໃຕ້ ໃນວັນພະຫັດມື້ນີ້ ແຕ່ກໍບໍ່ໄດ້ພົບເຫັນຫຍັງເລີຍ.

ທ່ານ Hussein ກ່າວວ່າ ໃນເວລາຕໍ່ມາ ມາເລເຊຍ ໄດ້ຕິດຕໍ່ໄປຍັງສະຖານທູດຈີນ ທີ່ກ່າວ
ວ່າຮູບພາບເຫລົ່ານີ້ໄດ້ຖືກນຳອອກເຜີຍແຜ່ດ້ວຍຄວາມຜິດພາດແລະບໍ່ໄດ້ສະແດງໃຫ້ເຫັນ ຊາກແລະສິ່ງຂອງໃດໆຈາກເຮືອບິນເລີຍ.

XS
SM
MD
LG