ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກະສັດມາເລເຊຍ ປະຕິເສດ ຕໍ່ຄຳຮ້ອງຂໍ ຂອງນາຍົກ ເພື່ອປະກາດ ພາວະສຸກເສີນ


ກະສັດ Al-Sultan Abdullah ຂອງມາເລແຊຍ ເດີນກວດກາກອງກຽດຕິຍົດໃນການສະເຫລີມສະຫລອງ ວັນເອກະລາດ ຄົບຮອບ 62 ປີໃນເມືອງ Putrajaya ໃນວັນທີ 2 ຕຸລາ, 2020
ກະສັດ Al-Sultan Abdullah ຂອງມາເລແຊຍ ເດີນກວດກາກອງກຽດຕິຍົດໃນການສະເຫລີມສະຫລອງ ວັນເອກະລາດ ຄົບຮອບ 62 ປີໃນເມືອງ Putrajaya ໃນວັນທີ 2 ຕຸລາ, 2020

ກະສັດອາລ-ຊຸລຕານ ອັບດຸລລາ (Al-Sultan Abdullah) ຂອງມາເລເຊຍໄດ້ປະຕິເສດຕໍ່ຄຳຮ້ອງຂໍຂອງນາຍົກລັດຖະມົນຕີມູຮິຢິດດີນ ຢາສຊິນ (Muhyiddin Yassin) ເພື່ອປະກາດພາວະສຸກເສີນຍ້ອນການລະບາດຢ່າງໜັກຂອງພະຍາດໂຄວິດ-19.

ພະລາດຊະວັງໄດ້ປະກາດການຕັດສິນໃຈດັ່ງກ່າວ ຢູ່ໃນຖະແຫຼງການສະບັບນຶ່ງ ທີ່ອອກມາໃນວັນອາທິດວານນີ້ ໂດຍກ່າວວ່າກະສັດ "ມີຄວາມຄິດເຫັນວ່າ ບໍ່ມີຄວາມຕ້ອງການໃດໆ ທີ່ພະອົງຈະປະກາດພາວະສຸກເສີນໃນປະເທດເວລານີ້."

ຖະແຫຼງການນັ້ນຍັງກ່າວອີກວ່າ ກະສັດມີຄວາມຍິນດີ ຕໍ່ການຄວບຄຸມໂຣກລະ ບາດ ດັ່ງກ່າວຂອງນາຍົກລັດຖະມົນຕີ ມູຮິຢິດດີນ (Muhyiddin), ແລະຮຽກ ຮ້ອງໃຫ້ນັກການເມືອງທຸກຄົນ ຢຸດການໂຄສະນາໃດໆ ທີ່ອາດຈະເປັນການທໍາລາຍຕໍ່ສະເຖຍລະພາບຂອງລັດຖະບານຢ່າງຮ້າຍແຮງ.

ຕໍ່ມາທ່ານ ມູຮິຢິດດີນ (Muhyiddin) ກໍໄດ້ອອກຖະແຫຼງການສະບັບນຶ່ງໂດຍກ່າວວ່າ ທ່ານຍິນດີຮັບເອົາຄຳແນະນຳຂອງກະສັດ ແລະຈະປຶກສາຫາລືກັບຄະນະລັດຖະບານຂອງທ່ານ.

ຖ້າກະສັດອະນຸມັດຄຳຮ້ອງຂໍຂອງທ່ານ ມູຮິຢິດດີ (Muhyiddin), ພາວະສຸກເສີນຈະໄດ້ໂຈະການເຮັດວຽກຂອງລັດຖະສະພາໄວ້ ກ່ອນທີ່ທ່ານຈະມີກຳນົດສະເໜີງົບປະມານໃນຕົ້ນເດືອນພະຈິກນີ້. ການບໍ່ສາມາດຜ່ານງົບປະມານໄດ້ເທົ່າກັນກັບເປັນການລົງຄະແນນສຽງ ບໍ່ມີຄວາມໄວ້ວາງໃຈຕໍ່ທ່ານມູຮິຢິດດີນ (Muhyiddin) ແລະກໍ່ກົດດັນໃຫ້ທ່ານຮຽກໃຫ້ມີການເລືອກຕັ້ງທົ່ວໄປ.

ແຕ່ຕໍ່ມາພະລາດຊະວັງໄດ້ອອກຖະແຫຼງການສະບັບນຶ່ງ ໂດຍກ່າວວ່າທ່ານອານວາ (Anwar) ພຽງແຕ່ບອກໃຫ້ກະສັດຮູ້ກ່ຽວກັບທີ່ຈຳນວນສະມາຊິກສະພາທີ່ຈະສະໜັບສະໜຸນ ການແຂ່ງຂັນໃນການຄວ້າເອົາຕໍາແໜ່ງແທນທ່ານ ໂດຍບໍ່ເປີດ ເຜີຍຕົວຕົນຂອງພວກເຂົາເຈົ້າ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG