ໃນການເລືອກຕັ້ງແຫ່ງຊາດ ທີ່ພວກນັກວິເຄາະເຫດການເວົ້າ
ວ່າ ອາດພາໃຫ້ມີການໂຄ່ນລົ້ມພັກປະສົມທີ່ປົກຄອງປະເທດ
ມາເປັນເວລາເກືອບ 56 ປີນັ້ນ ລົງກໍໄດ້.
ກຸ່ມປະສົມດັ່ງກ່າວທີ່ນໍາພາໂດຍ ພັກອົງການສາມັກຄີແຫ່ງຊາດ
ຊາວມາເລ ຂອງນາຍົກລັດຖະມົນຕີ Najib Razak ແມ່ນບໍ່
ເຄີຍໄດ້ເສຍໄຊໃນການ ເລືອກຕັ້ງຈັກເທື່ອ ນັບແຕ່ໄດ້ຮັບເອ
ກະລາດຈາກອັງກິດ ໃນປີ 1975 ເປັນຕົ້ນມາ.
ແຕ່ເຖິງຢ່າງໃດກໍຕາມ ທ່ານ Anwar Ibrahim ຜູ້ນໍາຂອງແນວໂຮມສາມ ພັກຝ້າຍຄ້ານ
ກໍຫວັງວ່າ ຄວາມບໍ່ພໍໃຈທີ່ມີຢູ່ຢ່າງແຜ່ຫລາຍນໍາກຸ່ມທີ່ປົກຄອງປະເທດຢູ່ໃນປັດຈຸບັນ
ຈະຍັງຜົນໃຫ້ມີການຖີບຂຶ້ນໃນຈໍານວນຄະແນນ ສຽງສະໜັບສະໜຸນ ເພື່ອຊຸກດັນໃຫ້
ພວກເຂົາເຈົ້າໄດ້ຂຶ້ນກໍາອໍານາດ.
ເວລານີ້ ບ່ອນປ່ອນບັດແມ່ນໄດ້ອັດລົງແລ້ວ ແລະພວກພະນັກງານເລືອກຕັ້ງກໍເລີ້ມພາ
ກັນລົງມືນັບບັດຄະແນນສຽງແລ້ວ.
ພວກມີສິດເລືອກຕັ້ງ ຍັງຈະໄດ້ປ່ອນບັດເອົາຜູ້ແທນເຂົ້າໄປນັ່ງໃນສະພາແຫ່ງຊາດ ທີ່ມີ
222 ບ່ອນນັ່ງ ແລະອີກສິບກ່ວາບ່ອນນັ່ງ ສໍາລັບຜູ້ແທນປະຈໍາລັດຕ່າງໆ ນໍາອີກດ້ວຍ.
ເບິ່ງວີດິໂອກ່ຽວກັບຂ່າວນີ້: