ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມາເລເຊຍ ຈັບກຸມ ຜູ້ຕ້ອງສົງໄສ ວາງແຜນ ກໍ່ການຮ້າຍ 17 ຄົນ


ແຜນທີ່ ປະເທດມາເລເຊຍ
ແຜນທີ່ ປະເທດມາເລເຊຍ

ເຈົ້າໜ້າ​ທີ່​ມາ​ເລ​ເຊຍ ​ໄດ້​ຈັບ​ກຸມ 17 ຄົນ ​ລວມທັງ 2 ຄົນ ​ທີ່ຫາ​ກໍ​
ກັບ​ຄືນ​ມາ​ຈາກ ປະ​ເທດ​ຊີ​ເຣຍ ​ໃນ​ຂໍ້​ກ່າວ​ຫາ​ວ່າ ວາງ​ແຜນ
ການ​ໂຈມ​ຕີ​ກໍ່​ການ​ຮ້າຍ ​ໃນ​ນະຄອນຫລວງ Kuala Lumpur.

ຜູ້​ບັນຊາ​ການ​ຕຳຫລວດ ທ່ານ Khalid Aabu Bakar ກ່າວ
ໃນ​ຂໍ້ຄວາມຜ່ານ​ທາງ Twitter ​ໃນ​ວັນ​ຈັນ​ມື້​ນີ້ ວ່າ ພວກ 17 ຄົນ
​ດັ່ງກ່າວ ຖືກ​ຈັບ​ກຸມ​ໃນ​ວັນ​ອາທິດ​ວານ​ນີ້. ທ່ານ​ບໍ່​ໄດ້​ໃຫ້​ຂໍ້​ມູນ
​ເພີ້​ມຕື່ມ​ອີກ ​ພຽງ​ແຕ່ກ່າວ​ວ່າ ຈະ​ມີ​ການອອກ​ຖະ​ແຫລ​ງການ​ ​
ໃນພາຍ​ຫລັງ.

ການ​ຈັບ​ກຸມ​ໃນ​ຄັ້ງນີ້ ມີ​ຂຶ້ນຫຼັງຈາກ​ທີ່ ​ກະຊວງ​ພາຍ​ໃນ ໄດ້
​ນຳ​ສະ​ເໜີ ກົດ​ໝາຍ​ໃໝ່ ຕໍ່ຕ້ານການ​ກໍ່​ການ​ຮ້າຍ 2 ສະບັບ ເມື່ອອາທິດ​ແລ້ວນີ້ ທີ່​ຈະ​ນຳ​
ເອົາ​ການ​ກັກ​ຂັງ ​ຢ່າງ​ບໍ່​ມີ​ກຳນົດ ໂດຍປາດ​ສະ​ຈາກ​ການ​ດຳ​ເນີນ​ຄະດີ ກັບຄືນ​ມາ​ໃຊ້ ​ແລະ
ອະນຸຍາດ​ໃຫ້​ທາງ​ການ​ຢຶດ​ເອກະສານ​ເດີນທາງ​ຂອງ​ຜູ້​ໃດ​ກໍ​ຕາມ​ ທີ່​ສົງ​ໄສ​ວ່າ ​ໃຫ້ການ
ສະໜັບສະໜຸນ​ການ​ກໍ່ການ​ຮ້າຍ.

ບັນ​ດາ​ນັກວິຈານ ກ່າວ​ວ່າ ການ​ເຄື່ອນໄຫວ​ດັ່ງກ່າວ ​ແມ່ນ​ເປັນ​ການ​ຟື້ນ​ຟູ ກົດໝາຍ​ຄວາມ​
ໝັ້ນຄົງສະບັບ​ນຶ່ງ ທີ່​ມີ​ການ​ໂຕ້​ຖຽງກັນມາ​ແລ້ວແລະ​ ໄດ້​ຖືກ​ລົບ​ລ້າງ​ໄປ​ໃນ​ປີ 2012 ​ແລະ​
ກ່າວ​ເຕືອນ​ວ່າ ກົດໝາຍ​ໃໝ່​ນັ້ນ ອາດ​ຖືກ​ນຳ​ມາໃຊ້ ເພື່ອ​ຈຳກັດ​ສິດ​ເສລີພາບຕ່າງໆ​ຂອງ​
ພົນລະ​ເຮືອນ​ ຢ່າງ​ເຄັ່ງ​ຄັດ.

ບັນດາ​ເຈົ້າໜ້າ​ທີ່​ມາ​ເລ​ເຊຍ ​ໄດ້ເລີ້ມຈັບ​ກຸມ​ພົນລະ​ເມືອງ ຫຼາຍສິບຄົນ ​ມາຕັ້ງ​ແຕ່​ຕົ້ນປີ​ກາຍ​ນີ້​ແລ້ວ ​ໃນ​ຂໍ້​ກ່າວ​ຫາ ໃຫ້ການ​ສະໜັບສະ​ໜຸນ ກຸ່ມ​ລັດ​ອິສລາມ.

ມາເລເຊຍພະຍາຍາມ ຂັດຂວາງຄົນຂອງຕົນ ບໍ່ໃຫ້ໄປຮ່ວມກຸ່ມ IS:

XS
SM
MD
LG