ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກໂຈນສະລັດ​ໂຊ​ມາ​ເລຍ 7 ຄົນ ໄປເຖິງມາເລເຊຍແລ້ວ​ ເພື່ອ​ລໍຖ້າການດໍາເນີນຄະດີ


ໜ່ວຍ​ກ້າ​ຕາຍ​ຂອງກອງທັບເຮືອມາເລເຊຍ ກັບໂຈນທະເລໂຊມາເລຍ ທີ່ຖືກຈັບ ເທິງກໍາປັ່ນທີ່ຍຶດຄືນມາໄດ້.
ໜ່ວຍ​ກ້າ​ຕາຍ​ຂອງກອງທັບເຮືອມາເລເຊຍ ກັບໂຈນທະເລໂຊມາເລຍ ທີ່ຖືກຈັບ ເທິງກໍາປັ່ນທີ່ຍຶດຄືນມາໄດ້.

ພວກໂຈນສະລັດ​ໂຊ​ມາ​ເລຍ 7 ຄົນ ທີ່ຖືກກໍາລັງຮັກສາ
ຄວາມປອດໄພຂອງມາເລເຊຍຈັບ​ໄດ້ ໃນການຂຶ້ນບຸກ
ໂຈມຕີເພື່ອປົດປ່ອຍກໍາ​ປັ່ນ​ບັນທຸກເຄມີ ລໍາ​ນຶ່ງ​ທີ່​ຖືກ​ພວກ
ໂຈ​ນທະ​ເລ​ຈີ້​ໄປ​ນັ້ນ ໄດ້​ໄປຮອດມາເລເຊຍແລ້ວ​ເພື່ອ​ລໍຖ້າການດໍາເນີນຄະດີ ທີ່​ອາດ​ມີຂຶ້ນ​ໄດ້.

ພວກໂຈນສະລັດ ທັງ 7 ​ໄປຮອດມາເລເຊຍໃນເຊົ້າວັນຈັນມື້ນີ້ທີ່ທ່າເຮືອ Klang,
ພາກໃຕ້ຂອງເມືອງຫຼວງKuala Lumpur ​ແລະ​ໄດ້​ຖືກພວກເຈົ້າໜ້າທີ່ນໍາ​ໂຕໄປ​ຍັງ
ສະຖານີຕໍາຫຼວດ​ແຫ່ງ​ນຶ່ງ ກ່ອນ​ຈະ​ນໍາ​ສົ່ງໂຮງພະຍາບານ.

ພວກໂຈນດັ່ງກ່າວ ຖືກກ່າວຫາວ່າ ໄດ້ຈີ້ເອົາກໍາປັ່ນ​ບັນທຸກເຄມີ MT Bunga Laurel
ພ້ອມ​ກັບລູກເຮືອ 23 ຄົນ ໃນວັນທີ່ 20 ເດືອນມັງກອນ ໃນເຂດອ່າວ Aden.

ໜ່ວຍ​ກ້າ​ຕາຍ​ຂອງກອງທັບເຮືອມາເລເຊຍ ຈາກກໍາ​ປັ່ນ​ລໍາ​ນຶ່ງທີ່​ຄຸ້ມ​ກັນ​ການ​ເດີນ​ເຮືອ​ຢູ່​ໃນ
ບໍລິ​ເວນ​ນັ້ນໄດ້​ເຂົ້າຍຶດເອົາເຮືອຄືນແລະຈັບກຸມພວກໂຈນດັ່ງກ່າວ​ໄດ້ໃນບໍ່ເທົ່າໃດຊົ່ວໂມງ
ຕໍ່ມາ.

XS
SM
MD
LG