ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີມາລາວີ ເຖິງແກ່ມໍລະນະກໍາ ຍ້ອນໂຣກຫົວໃຈວາຍ (ເບິ່ງສະໄລດ໌)


ແຫລ່ງຂ່າວການ​ແພດ​ກ່າວ​ວ່າ ປະ​ທາ​ນາ​ທິບໍດີ ປະ​ເທດມາລາ​ວີ ທ່າ​ນ Bingu wa
Mutharika ​ໄດ້ເສຍ​ຊີວິດ ຫລັງ​ຈາກ​ເກີດ​ໂຣກ​ຫົວ​ໃຈ​ວາຍ ​ແຕ່​ວ່າ​ທາງ​ການບໍ່​ໄດ້​
ປະກາດ​ຂ່າວ​ການ​ຕາຍ​ຂອງ​ທ່ານ​ເທື່ອ.

ແຫລ່ງຂ່າວ​ການ​ທູດ​ເວົ້າວ່າ ທ່ານ​ໄດ້​ລົ້ມ​ລົງ​ຫລັງ​ຈາກ​ບໍ່​ສະບາຍ ຢູ່ທີ່ເຮືອນຂອງ​ທ່ານ
ໃນເມືອງ​ຫລວງ Lilongwe ​ໃນ​ວັນ​ພະຫັດ​ວານ​ນີ້.

ທ່ານ​ໄດ້​ຖືກ​ນໍາໄປ​ໂຮງໝໍ​ຢ່າງ​ຮີບ​ດ່ວນ ບ່ອນ​ທີ່​ແຫລ່ງຂ່າວ​ເວົ້າ​ວ່າ​ ທ່ານ​ໄດ້​ເສຍ​ຊີວິດ.

ທ່ານ Mutharika ​ໄດ້​ຖືກ​ເລືອກຕັ້ງ​ໃຫ້​ເປັນປະທານາທິບໍດີ ມາລາ​ວີ ​ໃນ​ປີ 2004 ​
ແລະ​ໄດ້​ຮັບ​ໄຊຊະນະອີກ​ເປັນສະ​ໄໝທີ່​ສອງ​ໃນ​ປີ 2009.

ທ່ານ​ໄດ້ຖືກ​ຮັບ​ຮູ້​ວ່າ ​ເປັນ​ຜູ້​ປັບປຸງ​ຄວາມ​ໝັ້ນຄົງ​ດ້ານສະບຽງອາຫານ​ ​ຢູ່​ໃນມາລາ​ວີ
ໃຫ້ດີ​ຂື້ນ​ ແລະ​ເຮັດໃຫ້​ປະ​ເທດຂອງທ່ານ​ເປັນ​ແບບຢ່າງ​ ທາງ​ດ້ານການ​ເມືອງ ແລະ
ເສດຖະກິດ​ແກ່​ປະ​ເທດອື່ນໆ​ໃນອາ​ຟຣິກາ.

ແຕ່​ວ່າ ​ໃນ​ລະຫວ່າງບໍ່​ເທົ່າ​ໃດ​ປີ​ຜ່ານ​ມາ​ນີ້ ​ເສດຖະກິດ​ມາລາ​ວີ ໄດ້​ຢຸດ​ສະ​ງັກລົງ ​ແລະ​
ການ​ຫວ່າງ​ງານ​ສູງ​ຂື້ນ. ບັນດາ​ຜູ້​ຕິຕຽນປະທານາທິບໍດີ ກ່າວ​ວ່າ ທ່ານໄດ້​ກາຍ​ມາ​
ເປັນ​ຜູ້ໃຊ້ອໍານາດຫລາຍ​ຂື້ນ. ມີ 19 ຄົນເສຍ​ຊີວິດໃນການ​ປະ​ທ້ວງຕໍ່ຕ້ານ​ລັດຖະບານ​
ໃນ​ເດືອນ​ກໍລະກົດປີ​ກາຍ​ນີ້.

XS
SM
MD
LG