ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມາລາວີ ຢືນຢັນ ຂ່າວມໍລະນະກໍາ ຂອງປະທານາທິບໍດີ


ປະທານາທິບໍດີ ແຫ່ງປະເທດມາລາວີ ທ່ານ Bingu wa Mutharika ທີ່ໄດ້ເຖິງແກ່ມໍລະນະກໍາໄປ ຍ້ອນໂຣກຫົວໃຈວາຍ ເມື່ອວັນພະຫັດ ທີ 5 ເມສາ 2012.
ປະທານາທິບໍດີ ແຫ່ງປະເທດມາລາວີ ທ່ານ Bingu wa Mutharika ທີ່ໄດ້ເຖິງແກ່ມໍລະນະກໍາໄປ ຍ້ອນໂຣກຫົວໃຈວາຍ ເມື່ອວັນພະຫັດ ທີ 5 ເມສາ 2012.

ວິທະ​ຍຸ​ລັດຖະບານມາລາ​ວີ ​ໄດ້ປະກາດ​ຂ່າວ​ຢືນຢັນ​ການ​ເຖິງແກ່ມໍລະນະ​ກໍາ ຂອງປະທາ
ນາທິບໍດີ Bingu wa Mutharika.

ການ​ປະກາດ​ຢ່າງເປັນ​ທາງ​ການ​ໃນ​ວັນ​ເສົາມື້​ນີ້ ຕິ​ດຕາມ​ມາ​ດ້ວຍ​ ​ຫລາຍໆລາຍ​ງານ ທີ່​
ອ້າງ​ ຄໍາ​ເວົ້າ​ຂອງ​ແຫ​ລ່ງຂ່າວ​ການ​ແພດ​ແລະ​ລັດຖະບານ ກ່ຽວ​ກັບ ​ການ​ເສຍ​ຊີວິດ​ຂອງ
ປະທານາທິບໍ​ດີ.

ທ່ານ Mutharika ​ໄດ້​ຖືກ​ນໍາ​ສົ່ງ​ໂຮງ​ໝໍຢ່າງຮີບ​ດ່ວນ ​ໃນ​ມື້ວັນ​ພະຫັດ​ ທີ່​ນະຄອນຫລວງ
Lilongwe ຫລັງ​ຈາກ​ໄດ້​ລົ້ມ​ປ່ວຍ​ລົງ ຢູ່​ທີ່​ບ້ານ​ພັກ​ຂອງ​ທ່ານ.

ໃນ​ວັນ​ສຸກ​ວານ​ນີ້ ແຫ​ລ່ງຂ່າວ​ການ​ແພດ​ແລະ​ລັດຖະບານ ທີ່​ຂໍ​ບໍ່​ໃຫ້​ບອກ​ຊື່ ​ເວົ້າ​ວ່າ​ທ່ານ
Mutharika ​ໄວ 78 ປີ ​ໄດ້​ເສຍ​ຊີວິດ​ຍ້ອນ​ໂຣກຫົວ​ໃຈ​ວາຍ ​ແຕ່​ທາງ​ລັດຖະບານ​ຍັງ​ບໍ່​ຍອ​ມ
ຢືນຢັນ​ຂ່າວ​ເທື່ອ​ໃນ​ເວລາ​ນັ້ນ.

ທ່ານ Mutharika ​ໄດ້​ຖືກ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ ​ມາລາ​ວີ ​ໃນ​ປີ 2004 ​ແລະ​ໄດ້​ຖືກ​
ເລືອກ​ຕັ້ງ​ອີກ​ ​ເປັນ​ສະ​ໄໝ​ທີ​ສອງ ​ໃນ​ປີ 2009.

XS
SM
MD
LG