ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດທີ່ສະໜອງ ການກວດພະຍາດ ທາງອອນລາຍ ສາມາດ ກວດໄຂ້ມາເລເຣຍໃຫ້ຄົນ ໄດ້ໄວຂຶ້ນ ໃນຊ່ວງລະບາດ ຂອງ ໂຄວິດ-19


ພະນັກງານການແພດສັກຢາກັນໄຂ້ມາເລເຣຍຢູ່ບ້ານ Ndhiwa, ເມືອງ Homabay, ພາກຕາເວັນຕົກຂອງເຄັນຢາ, ວັນທີ 13 ກັນຍາ 2019.
ພະນັກງານການແພດສັກຢາກັນໄຂ້ມາເລເຣຍຢູ່ບ້ານ Ndhiwa, ເມືອງ Homabay, ພາກຕາເວັນຕົກຂອງເຄັນຢາ, ວັນທີ 13 ກັນຍາ 2019.

ອົງການອະນາໄມໂລກໄດ້ເຕືອນວ່າ ຈໍານວນຄົນເສຍຊີວິດຍ້ອນພະຍາດໄຂ້ມາເລເຣຍໃນເຂດໃຕ້ທະເລຊາຍ-ຊາຮາຣາຂອງທະວີບອາຟຣິກາອາດຈະເພີ້ມຂຶ້ນ ເປັນສອງເທົ່າ ໃນປີນີ້ ເຖິງ 769,000 ຄົນ ຍ້ອນການປິ່ນປົວ ຢຸດສະງັກລົງ ໂດຍມີສາເຫດມາຈາກການລະບາດຢ່າງໜັກຂອງໄວຣັສໂຄໂຣນາ. ໄນຈີເຣຍ ແມ່ນມີກໍລະນີຄົນເປັນໄຂ້ມາເລເຣຍສູງ ທີ່ສຸດໃນໂລກ ແຕ່ວ່າທັງໂລກພາກັນສຸມໃສ່ຄວບຄຸມການແຜ່ລະບາດ ຂອງພະຍາດໂຄວິດ-19, ຄົນປ່ວຍຫລາຍຄົນແມ່ນບໍ່ໄດ້ໄປໂຮງໝໍແລະມາດຕະການຊ່ວຍລະງັບພະຍາດນີ້ອາດຈະຕົກ ລົ່ນໄປ. ບໍລິສັດເລີ້ມຕົ້ນໃໝ່ຂອງໄນຈີເຣຍ, ແວລລາແຮລດ໌ (Wellahealth) ກໍາລັງພະຍາຍາມຫາທາງອັດຊ່ອງຫວ່າງອັນນີ້ ດ້ວຍການກວດພະຍາດມາເລເຣຍທີ່ວ່ອງໄວ. Timothy Obiezu ນັກຂ່າວວີໂອເອ ມີລາຍງານກ່ຽວກັບເລື້ອງນີ້ ມາຈາກນະຄອນ ອາບູຈາ (Abuja) ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານ ໃນອັນດັບຕໍ່ໄປ.

ນາງ ແບລສຊິງ ອາຈູ (Blessing Achu) ເປັນໄຂ້ ຄີງຮ້ອນ ມາໄດ້ຫລາຍ ມື້ແລ້ວ ແລະສົງໄສວ່າ ລາວອາດເປັນໄຂ້ມາເລເຣຍ.

ປົກກະຕິແລ້ວ, ລາວຈະໄປໂຮງໝໍເພື່ອກວດພະຍາດ. ແຕ່ວ່າ ຍ້ອນການລະ ບາດຢ່າງໜັກຂອງໄວຣັສໂຄໂຣນາ, ລາວໄດ້ລອງເຮັດວິທີອື່ນ ຄື “ການກວດ ພະຍາດມາເລເຣຍຢ່າງວ່ອງໄວ” ຢູ່ຮ້ານຂາຍຢາຂອງປະຊາຄົມ ທີ່ຢູ່ໃກ້ບ້ານ ຂອງລາວ.

ນາງແບລສຊິງ ອາຈູ (Blessing Achu), ຄົນປ່ວຍເປັນໄຂ້ມາເລເຣຍ ເວົ້າ
ວ່າ:
“ຂ້ອຍເຄີຍໄປກວດພະຍາດແບບນີ້ໃນຫ້ອງທົດລອງ ບ່ອນທີ່ເຂົາເຈົ້າເອົາເລືອດ ຕົວຢ່າງໄປກວດ ແລ້ວບອກເຈົ້າໃຫ້ກັບໄປໃນມື້ຕໍ່ໜ້າ ຫລືບໍ່ກໍໃນອີກ 4 ຊົ່ວ ໂມງ ຕໍ່ມາ ແຕ່ວ່າສໍາລັບກັບບໍລິສັດແວລລາແຮລດ໌ (Wellahealth) ແລ້ວ, ການກວດພະຍາດແມ່ນໄວຫລາຍ ແລະເຈົ້າກໍໄດ້ຮັບຜົນກວດໄວຫລາຍ.”

ຮ້ານຂາຍຢານີ້ ແມ່ນນຶ່ງໃນຫລາຍພັນແຫ່ງຢູ່ທົ່ວໄນຈີເຣຍທີ່ລົງທະບຽນຢູ່ໃນ ເຄືອ ຂ່າຍເຄື່ອນທີ່ຂອງບໍລິສັດແວລລາແຮລດ໌ (Wellahealth).

ບໍລິສັດເລີ້ມຕົ້ນໃໝ່ນີ້ ກໍາລັງໃຊ້ຄົນຂາຍຢາທ້ອງຖິ່ນໃນໄນຈີເຣຍ ເພື່ອເອົາການ ກວດພະຍາດມາເລເຣຍ ແລະການປິ່ນປົວທີ່ວ່ອງໄວ ແລະເຊື່ອຖືໄດ້ໄປໃຫ້ແກ່ ຄົນຫລາຍພັນຄົນ ແລະຢູ່ໃກ້ບ່ອນທີ່ເຂົາເຈົ້າຢູ່.

ທ່ານນາງ ໂອລູກັງກາ ໂອລາຍແທນ (Olukunga Olaitan), ນັກວິຊາການດ້ານຢາເວົ້າວ່າ:
“ຂ້າພະເຈົ້າສາມາດເວົ້າໄດ້ວ່າ 60 ເປີເຊັນຂອງຄົນທີ່ຈົ່ມວ່າເຈັບປ່ວຍໃນມື້ນຶ່ງໆ ໂດຍລວມແລ້ວ ແມ່ນລວມມີອາການຂອງໄຂ້ມາເລເຣຍ ແລະການເປັນໄຂ້ສູງ ຊຶ່ງໃນທີ່ສຸດ ພວກເຮົາກໍພົບວ່າເປັນຍ້ອນຕິດເຊື້ອໄຂ້ມາເລເຣຍເພາະວ່າ ພວກ ເຂົາເຈົ້າມາຫາພວກເຮົາ ໂດຍມີອາການທີ່ຄືກັນ ທີ່ພວກເຮົາຮູ້ແລ້ວ, ມີໄຂ້ສູງ, ປວດຕາມຮ່າງກາຍ, ບາງຄົນກໍອາດຈະເປັນໄຂ້ຫວັດທີ່ມີນໍ້າມູກໄຫລ, ໄອຫລື ເຈັບຫົວອີກດ້ວຍ. ສະນັ້ນ, ສິ່ງທີ່ພວກເຮົາເຮັດຢ່າງແນ່ນອນ ກໍຄືແນະນໍາໃຫ້ ເຮັດການກວດພະຍາດໃຫ້ເຂົາເຈົ້າ.”

ໄນຈີເຣຍມີຈໍານວນຄົນເປັນໄຂ້ມາເລເຣຍຢ່າງຫລວງຫລາຍ ປະມານ 25 ເປີ
ເຊັນ. ການເຈັບປ່ວຍຍັງກວາມເອົາຈໍານວນຄົນປ່ວຍເກືອບໝົດທຸກຄົນທີ່ເຂົ້າໄປ ໂຮງໝໍຕ່າງໆ.

ແຕ່ວ່າ ນັບແຕ່ມີການລະບາດຢ່າງໜັກຂອງໄວຣັສໂຄໂຣນາເປັນຕົ້ນມາ ບັນດາ ເຈົ້າໜ້າທີ່ທາງການແພດເວົ້າວ່າ ພວກເຂົາເຈົ້າໄດ້ເຫັນວ່າ ມີຈໍານວນການໃຫ້ ຄໍາປຶກສາ ທີ່ບໍ່ກ່ຽວກັບພະຍາດໂຄວິດ-19 ຢູ່ຄລີນິກຕ່າງໆ ຫລຸດລົງຫລາຍ.

ບໍລິສັດແວລ ລາແຮລດ໌ (Wellahealth) ສະໜອງທາງເລືອກອື່ນທີ່ນອກເໜືອ
ໄປຈາກໂຮງໝໍແລ້ວ.

ທ່ານ ເນໂຕ ອິກເພມ (Neto Ikpeme), ຜູ້ສ້າງຕັ້ງບໍລິສັດແວລລາແຮລດ໌ (Wellahealth) ເວົ້າວ່າ:
“ໂຄງການກວດພະຍາດໄຂ້ມາເລເຣຍ ຢ່າງວ່ອງໄວ ຂອງພວກເຮົາ ເຮັດໃຫ້ມີ ການປ່ຽນແປງໄດ້ແທ້ໆ ເພາະວ່າມັນເຮັດໃຫ້ບໍ່ຕ້ອງການຄວາມເອົາໃຈໃສ່ຂອງໂຮງໝໍ ຊຶ່ງວ່າເຮົາຕ້ອງເອົາໄວ້ປິ່ນປົວຄົນທີ່ມີອາການເຈັບປ່ວຍໜັກກວ່າ, ແລະ ຈັດການ ກັບປິ່ນປົວຄົນປ່ວຍທີ່ຕິດໄວຣັສໂຄໂຣນານັ້ນ ຕ້ອງໄດ້ມາສົນໃຈກວດພະຍາດນີ້.”

ໃນເດືອນແລ້ວນີ້, ອົງການອະນາໄມໂລກ ໄດ້ເຕືອນວ່າ ການຢຸດສະງັກລົງຂອງ ການປິ່ນປົວພະຍາດນີ້ ຍ້ອນການລະບາດຢ່າງໜັກຂອງໄວຣັສໂຄໂຣນາ ອາດ ສາມາດເຮັດໃຫ້ການຊ່ວຍສະກັດກັ້ນມາເລເຣຍຢູ່ໃນເຂດໃຕ້ທະເລຊາຍຊາຮາຣາ ໃນທະວີບອາຟຣິກາຊັກຊ້າລົງ ແລະເຮັດໃຫ້ຈໍານວນຄົນເປັນພະຍາດນີ້ ຢູ່ໃນຂົງເຂດດັ່ງກ່າວເພີ້ມຂຶ້ນເປັນສອງເທົ່າຮອດ 769,000 ຄົນ ກໍເປັນໄດ້ ໃນທ້າຍປີນີ້.

ອົງການຕ່າງໆ ແລະອົງການບໍ່ຂຶ້ນກັບລັດຖະບານທີ່ສຸມໃສ່ພະຍາດມາເລເຣຍ ໄດ້ໂຕ້ຕອບກັບໄພຂົ່ມຂູ່ອັນນີ້ ໂດຍການແຈກຢາຍມຸ້ງຍ້ອມຢາຂ້າແມງໄມ້ໃຫ້ຄົນ ຢູ່ໃນພາກຕ່າງໆ ຂອງໄນຈີເຣຍ ທີ່ມີລະດັບຄວາມສ່ຽງຕໍ່ການເປັນພະຍາດນີ້ ສູງນັ້ນ.

ທ່ານນາງ ໂຊນາຈິ ອີໄຊໂຣ (Sonachi Ezeiro), ຫົວໜ້າໂຄງການໄຂ້ມາເລ ເຣຍຂອງອົງການບັນເທົາທຸກຂອງສາສະໜາກາໂຕລິກກ່າວວ່າ:
“ກ່ອນໜ້າການລະບາດຢ່າງໜັກ, ພວກເຮົາໄດ້ເຫັນວ່າ ການແຜ່ຜາຍຂອງການ ຂອງພະຍາດໄຂ້ມາເຣເລຍຫລຸດລົງລົງຈາກ 42 ເປີເຊັນ ມາເປັນ 23 ເປີເຊັນ ໃນໄລຍະຫລາຍກວ່າ 10 ປີມາແລ້ວຢູ່ໃນໄນຈີເຣຍ.” ນັ້ນເປັນຜົນງານອັນໃຫຍ່ ຫລວງ ແລະຜົນງານທີ່ໄດ້ມານີ້ ຕ້ອງເຮັດໃຫ້ມັນໝັ້ນຄົງຂຶ້ນ. ພວກເຮົາຈະຕ້ອງ ບໍ່ໃຫ້ສິ່ງທີ່ພວກເຮົາໄດ້ມາແລ້ວ ເສຍໄປຍ້ອນພະຍາດໂຄວິດ-19.”

ໃນຂະນະນີ້ ເມື່ອມີການຈໍາກັດໃນການເຄື່ອນໄຫວ ແລະການຮັກສາການຢູ່ ຫ່າງກັນເປັນບູລິມະສິດ, ການປະດິດຄິດສ້າງໃໝ່ຂອງບໍລິສັດແວລລາແຮລດ໌ (Wellahealth) ແມ່ນເຮັດໃຫ້ແນ່ໃຈວ່າ ຫລາຍຄົນເຊັ່ນນາງ ແບລສຊິງ ມີ ຊ່ອງທາງເຂົ້າເຖິງການປິ່ນປົວໄຂ້ມາເລເຣຍໄດ້ຢ່າງວ່ອງໄວ ແລະໂດຍຫລຸດຜ່ອນການສ່ຽງໄພຕໍ່ການຖືກສໍາຜັດກັບພະຍາດໂຄວິດ-19 ລົງໄດ້.

ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG