ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ນະຄອນ Detroit ໃນ ສຫລ ຍື່ນຄໍາຮ້ອງ ລົ້ມລະລາຍ ຕໍ່ສານ (ສະໄລດ໌/ວີດິໂອ)


Detroit Becomes Largest US City to Declare Bankruptcy
please wait

No media source currently available

0:00 0:02:07 0:00
ລິງໂດຍກົງ

ເບິ່ງວີດິໂອ ພາສາອັງກິດ ກ່ຽວກັບຂ່າວນີ້

ນະຄອນ Detroit ​ໃນ​ລັດ Michigan ຂອງສະຫະລັດ ​ໄດ້​ກາຍ​
ມາ​ເປັນຫົວ​ເມືອງ​ໃຫຍ່ທີ່​ສຸດ​ໃນ​ປະຫວັດສາດຂອງສະຫະລັດ
ທີ່​ໄດ້ຍື່ນ​ຄໍາ​ຮ້ອງ ຂໍ​ລົ້ມ​ລະລາຍ ອັນ​ເປັນ​ການ​ເຄື່ອນ​ໄຫວ​ທີ່​
ເຮັດ​ໃຫ້ນະຄອນ​ດັ່ງກ່າວ​ໄດ້​ຮັບ​ການ​ປົກ​ປ້ອງຂອງສານ ຈາກ
​ພວກ​ເຈົ້າໜີ້ທັງ​ຫລາຍ.

ຜູ້​ຄຸ້ມຄອງ​ງົບປະມານ ທີ່​ຈ້າງ​ໂດຍ​ລັດ ​ໄດ້​ຍື່ນຄໍາ​ຮ້ອງ​ໃນ​ວັນ​
ພະຫັດ​ວານ​ນີ້ ຢູ່​ທີ່​ສານ​ລົ້ມ​ລະລາຍ ຂອງ​ລັດຖະບານ​ກາງ.

​ເຈົ້າ​ຄອງ​ນະຄອນ Detroit ທ່ານ Dave Bing ກ່າວ​ວ່າ ທ່ານ​
ຫວັງວ່າການເຄື່ອນ​ໄຫວ​ທີ່​ວ່າ​ນີ້ ​ຈະ​ເປັນ​ຂີດ​ໝາຍ​ການເລີ້ມ​ຕົ້ນ​
ຂອງ​ນະຄອນ​ດັ່ງກ່າວທີ່ໄດ້​ສູ້​ທົນ​ກັບການ​ຂາດ​ດຸນງົບປະມານ ​
ຫລາ​ຍກວ່າ 300 ລ້ານ ແລະ​ການ​ເປັນໜີ້​ສິນ​ລະຍະ​ຍາວ​ເກືອບ
14 ພັນ​ລ້ານ​ໂດ​ລາ. ທ່ານ​ກ່າວ​ວ່າ “ນີ້​ເປັນຄວາມ​ຍາກ​ລໍາບາກ
ຫຼາຍ ແກ່​ພວກ​ເຮົາ​ທຸກໆ​ຄົນ ​ແຕ່​ຖ້າ​ຫາກ​ວ່າ ມັນ​ຈະ​ເປັນ​ການ
ເຮັດ​ໃຫ້​ປະ ຊາຊົນ​ດີ​ຂື້ນ​ ​ເພາະສະນັ້ນ ນີ້​ແມ່ນ​ການ​ເລີ້​ມ​ຕົ້ນ
ໃໝ່​ ສຳລັບພວກ​ເຮົາ.”

ຜູ້​ປົກຄອງ​ລັດ Michigan ທ່ານ Rick Snyder ຍັງ​ຈຳ​ເປັນຈະ​ຕ້ອງ​ເຊັນກ່ຽວ​ກັບ​ການ
​ຕັດ​ສິນ​ໃຈດັ່ງກ່າວ. ​ໃນ​ເດືອນ​ມີນາຜ່ານ​ມາ ທ່ານ Snyder ​ໄດ້​ຈ້າງຜູ້ ຄຸ້ມ​ຄອງ​ງົບປະ
ມານແລະ​ຜູ້​ຊ່ຽວຊານ​ດ້ານລົ້ມ​ລະລາຍ​ ທ່ານ Kervyn Orr ໃຫ້ ຄວບ​ຄຸມ​ເບິ່ງ​ແຍງບັນ
ຫາ​ການ​ເງິນ​ຂອງ​ນະຄອນ Detroit ຊຶ່ງ​ເຮັດ​ໃຫ້​ນະຄອນນີ້ ເປັນ​ຫົວເມືອງ​ໃຫຍ່​ສຸດ​ຂອງ
ສະຫະລັດ ທີ່​ຢູ່​ພາຍ​ໃຕ້​ການ​ກຳກັບ​ຂອງ​ລັດ.

ການ​ປະກາດລົ້ມລະລາຍ ​ໄດ້​ພາ​ໃຫ້​ເກີດ​ມີ​ຄວາມ​ສົງ​ໄສ​ກ່ຽວກັບ​ເງິນ​ເບ້ຍ​ບໍານານ​ຂອງ
ພວກພະນັກງານ​ແລະ​ປະກັນ​ໄພ​ສຸຂະພາບ​ ຢູ່​ໃນ​ນະຄອນ Detroit ທີ່​ມີ​ຄົນ ງານປະ​ມານ 10,000 ຄົນ.

XS
SM
MD
LG