ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຜ່ນດິນໄຫວ ຂະໜາດໃຫຍ່ ກະທົບຍີ່ປຸ່ນ ກະຕຸ້ນໃຫ້ມີການແຈ້ງເຕືອນໄພ ຂອງຄື້ນຊູນາມິ


ປະຊາຊົນຈຳນວນນຶ່ງ ຢືນຢູ່ໃກ້ພື້ນຫົນທາງທີ່ແຕກແຍກອອກຫຼັງຈາກທີ່ໄດ້ພາກັນຍົກຍ້າຍອອກໄປຢູ່ນອກທາງຂອງເມືອງວາຈິມະ, ເທດສະບານອິຊີຄາວາ ຂອງຍີ່ປຸ່ນ ໃນວັນທີ 1 ມັງກອນ 2024, ຫຼັງຈາກທີ່ແຜ່ນດິນໄຫວຂະໜາດໃຫຍ່ ຄວາມແຮງ 7.5 ໄດ້ກະທົບຂົງເຂດ ໂນໂຕະ.
ປະຊາຊົນຈຳນວນນຶ່ງ ຢືນຢູ່ໃກ້ພື້ນຫົນທາງທີ່ແຕກແຍກອອກຫຼັງຈາກທີ່ໄດ້ພາກັນຍົກຍ້າຍອອກໄປຢູ່ນອກທາງຂອງເມືອງວາຈິມະ, ເທດສະບານອິຊີຄາວາ ຂອງຍີ່ປຸ່ນ ໃນວັນທີ 1 ມັງກອນ 2024, ຫຼັງຈາກທີ່ແຜ່ນດິນໄຫວຂະໜາດໃຫຍ່ ຄວາມແຮງ 7.5 ໄດ້ກະທົບຂົງເຂດ ໂນໂຕະ.

ທາງການຂອງຍີ່ປຸ່ນ ໄດ້ຮຽກຮ້ອງໃຫ້ປະຊາຊົນຍົກຍ້າຍອອກຈາກບໍລິເວນແຄມຝັ່ງທະເລທາງພາກຕາເວັນຕົກຂອງຍີ່ປຸ່ນ ຫຼັງຈາກທີ່ເກີດແຜ່ນດິນໄຫວ​ຂະ​ໜາດ​ແຮງໃນວັນຈັນມື້ນີ້ ທີ່ໄດ້ກະຕຸ້ນໃຫ້ມີການແຈ້ງເຕືອນໄພ ຂອງຄື້ນຟອງຊູນາມິ.

ຄວາມແຮງຂອງແຜ່ນດິນໄຫວທີ່ໄດ້ກະທົບເມືອງແຄມຝັ່ງອິຊີຄາວາ ກະປະມານໄດ້ 7.6 ແລະຕິດຕາມມາດ້ວຍການສັ່ນສະເ​ທືອນ​ຂະ​ໜາດ​ນ້ອຍ​ອີກເຖິງແປດຄັ້ງ ພາຍໃນບໍ່ເທົ່າໃດຊົ່ວໂມງຫຼັງຈາກນັ້ນ.

ອົງການອຸຕຸນິຍົມວິທະຍາຂອງຍີ່ປຸ່ນ ໄດ້ອອກການແຈ້ງເຕືອນໄພຂອງຄື້ນຊູນາມິສຳລັບເມືອງອິຊີກາວາ, ນີອິກາຕາ ແລະເຂດເທດສະບານໂຕຢາມະ ໂດຍມີລາຍງານນຶ່ງກ່ຽວກັບຄື້ນຊູນາມິທີ່ສູງເຖິງ 1.2 ແມັດໄດ້ກະທົບຕໍ່ທ່າເຮືອ ວາຈິມະ ໃນເມືອງອິຊີຄາວາ.

ໂຄສົກຂອງລັດຖະບານທ່ານນຶ່ງ ໄດກ່າວວ່າ ບໍ່ມີລາຍງານເຖິງຄວາມຜິດປົກກະຕິໃດໆ ຢູ່ທີ່ໂຮງໄຟຟ້າພະລັງນິວເຄລຍທັງຫຼາຍທີ່ຢູ່ໃກ້ກັບຈຸດສູນກາງຂອງແຜ່ນດິນໄຫວ.

ແຜ່ນດິນໄຫວໄດ້ເຮັດໃຫ້ໄຟຟ້າສຳລັບຫຼາຍສິບພັນຄົວເຮືອນດັບ.

ບັນດາເຈົ້າໜ້າທີ່ໄດ້ປິດທາງຫຼວງທີ່ສຳຄັນຫຼາຍສາຍຢູ່ໃກ້ກັບຈຸດສູນກາງຂອງແຜ່ນດິນໄຫວ ແລະການບໍລິການຂອງລົດໄຟຄວາມໄວສູງ ຫຼືລົດໄຟລູກປືນ ລະຫວ່າງໂຕກຽວ ຫາ ອິຊີຄາວາ ກໍໄດ້ຖືກຍົກເລີກນຳດ້ວຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG