ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Madonna ເປັນນັກບັນເທີງ ທີ່ມີລາຍໄດ້ ສູງທີ່ສຸດ ໃນປີກາຍນີ້ (ວີດິໂອ ພາສາລາວ/ອັງກິດ)


ວີດິໂອ: ດາລາ ທີ່ມີລາຍໄດ້ ສູງທີ່ສຸດ ໃນຮອບປີຜ່ານມາ

ນັກຮ້ອງອາເມຣິກັນຊື່ດັງ Madonna ຕິດອັນດັບນຶ່ງຢູ່ໃນບັນຊີ
ພວກ​ຄົນ​ໃນ​ແວດ​ວົງ​ບັນ​ເທີ​ງທີ່ມີລາຍໄດ້ສູງທີ່ສຸດໃນໂລກຂອງ
ວາລະສານ Forbes ປະຈໍາປີ 2013
(Forbes magazine's 2013 list of the highest-paid celebrities)
ຄືມີລາຍໄດ້​ໃນປີຜ່ານມາ ປະມານ 125 ລ້ານໂດລ່າ. ດາລາດັງ
ຈໍານວນທັງໝົດ 14 ຄົນ ທີ່ຢູ່ໃນສິບອັນດັບສູງສຸດຂອງ​ບັນຊີ ​
ແມ່ນມີລາຍໄດ້ລວມກັນ ຕົກເປັນຫຼາຍກວ່າ 1 ພັນລ້ານໂດລ່າ.
Alex Villarreal ມີລາຍງານເລື່ອງນີ້ເພີ່ມຕື່ມຈາກວົງການທຸລະ
ກິດການບັນເທີງ ຊຶ່ງດາຣາຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.


ແນ່ນອນທີ່ສຸດວ່າ ມາດອນນາ ມີເຫດຜົນທີ່ຈະຍິ້ມໄດ້.

ດ້ວຍລາຍໄດ້ເພີ່ມອີກ 125 ລ້ານໂດລ່າ ຕື່ມເຂົ້າໃນຊື່ຂອງມາດອນນາ ລະຫວ່າງເດືອນ
ມິຖຸນາປີກາຍ ຫາເດືອນມິຖຸນາຂອງປີນີ້ ມາດອນນາ ເຈົ້າຂອງສຽງເພງ Material Girl
ແມ່ນຕິດອັນດັບນຶ່ງ ຢູ່ໃນບັນຊີດາລາທີ່ມີລາຍໄດ້ ສູງສຸດປະຈໍາປີ 2013 ຂອງວາລະສານ Forbes.

ງານຄອນເສີດ ຫຼືງານອອກສະແດງດົນຕີຄັ້ງລ່າສຸດຂອງດາລາທີ່ມີປະສົບການສູງຄົນ​ນີ້ ​
ແມ່ນທໍາລາຍໄດ້ສ່ວນໃຫຍ່​ໃຫ້​ນາງ ແລະ John Simson ຜູ້ອໍານວຍການ ໂຄງການ
ທຸລະກິດແລະການບັນເທີງຂອງມະຫາວິທະຍາໄລ American University ເວົ້າວ່າ ບໍ່
ແມ່ນ​ເລື້ອງແປກຫຍັງເລີຍຍ້ອນ​ວ່າ ລາຄາປີ້​ເຂົ້າ​ຊົມແພງຫລາຍ.

ທ່ານ ຊິມຊັນ ເວົ້າວ່າ: “ງານທົວສະແດງດົນຕີນັ້ນ ຈະສ້າງລາຍໄດ້ໃຫ້ຫຼາຍທີ່ສຸດ
ຍ້ອນລາຄາ
ປີ້​ແພງ​ຫລາຍ ຄືຜູ້ຊົມຈະຍອມຈ່າຍ ຮອດລາຄາ 200 ໂດລ່າ ເພື່ອ
ເຂົ້າຊົມ ທຽບໃສ່ເມື່ອ 20 ປີກ່ອນ ທີ່ຄ່າ​ປີ້ມີແຕ່ 20 ໂດລ່າ ໃນເວລານັ້ນ.”

ຜູ້​ຕິດອັນດັບສອງຮອງ​ລົງ​ມາ ທີ່ມີລາຍໄດ້ໄກກັນສົມຄວນ ຢູ່​ໃນບັນຊີຂອງວາລະສານ
Forbes ນັ້ນ ໄດ້ແກ່ Steven Spielberg ຜູ້ກໍາກັບການສະແດງຮູບ​ເງົາ Hollywood
ທີ່ມີລາຍໄດ້ 100 ລ້ານໂດລ່າ ສ່ວນໃຫຍ່ເປັນລາຍໄດ້ຈາກຮູບເງົາທີ່ທໍາລາຍ​ສະຖິຕິ
ໄດ້​ຮັບ​ຄວາມ​ນິຍົມ​ສູງ ເຊັ່ນເລື້ອງ E.T. ມະນຸດຕ່າງດາວ ແລະ Jurassic Park ເປັນຕົ້ນ.

ທ່ານ ຊິມຊັນ ເວົ້າວ່າ ມັນບໍ່ແມ່ນ​ເລື້ອງບັງເອີນຫຍັງເລີຍ ທີ່ພວກທີ່ມີລາຍໄດ້ສູງສຸດນັ້ນ ຫລາຍໆ​ຄົນ​ແມ່ນ ມາຈາກ ຫຼືມີ​ບ້ານ​ເຮືອນຢູ່ໃນ ສະຫະລັດ .

ທ່ານ ຊິມຊັນ ເວົ້າວ່າ: ຍາມ​ໃດສະຫະລັດກໍ​ແມ່ນຈະມີຄວາມສາມາດເປັນພິ​ເສດ
ຢ່າງ​ໜ້າ​ເຫລືອ​ເຊື່ອ ໃນ​ການ
ສ້າງສັນສິ່ງບັນເທີງ ທີ່ທັງໂລກມັກເບິ່ງ​ມັກ​ຟັງ. ທ່ານ​ລອງເດີນທາງໄປທົ່ວໂລກເບິ່ງ ໃນປະເທດສ່ວນຫຼາຍ ຄືເວົ້າ​ແບບ​ອອມ​ໆຊະ
ປະມານ 30 ຫາ 50 ເປີເຊັນຂອງເພງທີ່ທ່ານ​ຈະ​ໄດ້​ຍິນນັ້ນ ແມ່ນ​ຈະ​ເປັນ​ເພງ​
ທີ່ຜະລິດ​ຢູ່​ໃນ
ສະຫະລັດ ແລະຮູບເງົາຫຼາຍໆເລື້ອງ ກໍ​ຄືກັນ.”

ມີສາມຄົນຕິດອັນດັບສາມໃນບັນຊີ ຄືມີລາຍໄດ້ 95 ລ້ານໂດລ່າເທົ່າກັນ ແມ່ນ​ໄດ້​ແກ່​
ສອງ​ເສດຖີສື່ມວນຊົນ ຄື Simon Cowell ກັບ Howard Stern ແລະນັກປະພັນຍິງຊາວອັງກິດ
E.L. James ຜູ້​ຂຽນນະວະນິ ຍາຍທີ່ມີຍອດຂາຍສູງເລື້ອງ Fifty Shades of Grey ທີ່ໄດ້ຖືກຊື້ເອົາໄປສ້າງຮູບເງົາແລ້ວ.

ຕໍ່າລົງມາ​ຮອດອັນດັບທີ 9 ໄດ້ແກ່ Oprah Winfrey ຜູ້ຈັດລາຍການສົນທະນາທາງໂທລະ
ພາບ ຫຼື talk show ທີ່ສ້າງລາຍໄດ້ອັນດັບສູງສຸດ ເມື່ອປີຜ່ານມາ ຄືຫລຸດ​ຈາກ 88 ລ້ານ
ມາຢູ່ 77​ ລ້ານໂດລ່າ.

ເພື່ອນດາລານັກຮ້ອງ ທໍານອງ pop ແບບດຽວກັບ ມາດອນນາ ຄື Lady Gaga ຂຶ້ນມາຢູ່
ອັນດັບທີເຈັດ ເທົ່າ​ກັບ Jerry Bruckheimer ຜູ້ຜະລິດຮູບເງົາເລຶ່ອງ Pirates of the Caribbean ຊຶ່ງທັງສອງມີລາຍໄດ້ 80 ລ້ານໂດລ່າ ເມື່ອປີຜ່ານມາ.

ເບິ່ງວີດິໂອລາຍງານນີ້ ເປັນພາສາອັງກິດ:

Madonna Tops Highest Paid Entertainers List
please wait

No media source currently available

0:00 0:02:32 0:00
ລິງໂດຍກົງ

John Simson ເວົ້າວ່າ ພວກອຸບປະໂພກບໍລິໂພກ ເບິ່ງຄືວ່າຈະສືບ​ຕໍ່ຈ່າຍເງິນແບບບໍ່ອັ້ນ
ສ້າງ​ລາຍ​ໄດ້​ໃຫ້​ພວກ​ດາລາ​ເຫລົ່າ​ນັ້ນ.

ທ່ານຊິມຊັນ ເວົ້າວ່າ: “ພວກເຮົາມັກຟັງມັກເບິ່ງເລື້ອງລາວ​ຕ່າງໆ ມັກເວົ້າລື້ອງນັ້ນ
ລື້ອງນີ້ໃຫ້ກັນຟັງ ແລະສະນັ້ນ ຖ້າພວກເຮົາພົບຜູ້​ທີ່​ແຕ່ງ​ເລື້ອງດີໆແດ່ ບໍ່ວ່າຈະ
ເປັນພວກນັກແຕ່ງເພງ ນັກປະພັນ ນັກສ້າງຮູບເງົາ
ກໍ​ດີ ພວກເຮົາກໍ​ແມ່ນຫຼົງໄຫຼ ຈັບໃຈກັນເອົາແທ້ເອົາວ່າ.”

ຄວາມຫຼົງໄຫຼດັ່ງກ່າວນັ້ນ ແນ່ນອນ ແມ່ນແຜ່​ລາມ​ໄປ​ຮອດພວກນັກກິລາເດັ່ນຊື່ດັງທັງຫຼາຍ
ນໍາ. ແຊມປ້ຽນກິລາຕີກ໊ອຟ Tiger Woods ເປັນນັກກິລາພຽງຄົນດຽວ ທີ່​ຮວມຢູ່​ໃນສິບ
ອັນດັບສູງສຸດຂອງບັນຊີ​ຂອງ​ວາລະສານ Forbes ຄືຢູ່ໃນອັນດັບທີແປດ ເທົ່າ​ກັນກັບ Tyler Perry ຜູ້ສ້າງຮູບເງົາ ຊາວອາ​ເມຣິກັນ.
XS
SM
MD
LG