ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝຣັ່ງ ພະຍາຍາມຫຼຸດຜ່ອນຄວາມເຄັ່ງຕຶງທາງການທູດ ຍ້ອນການສະແດງຄວາມເຫັນຂອງ ທ່ານ ມາກຣົງ ກ່ຽວກັບ ຈີນ ແລະ ໄຕ້ຫວັນ


ປະທານາທິບໍດີຝຣັ່ງ ທ່ານເອັມມານູແອລ ມາກຣົງ ຢູ່ທີ່ມະຫາວິທະຍາໄລອາມສເຕີດາມ, ວັນທີ 12 ເມສາ 2023.
ປະທານາທິບໍດີຝຣັ່ງ ທ່ານເອັມມານູແອລ ມາກຣົງ ຢູ່ທີ່ມະຫາວິທະຍາໄລອາມສເຕີດາມ, ວັນທີ 12 ເມສາ 2023.

ຝຣັ່ງ ກໍາລັງພະຍາຍາມຈໍາກັດຜົນກະທົບທາງດ້ານການທູດ ລຸນຫຼັງທີ່ປະທານາ ທິບໍດີ ເອັມມານູແອລ ມາກຣົງ ກ່າວວ່າ ຢູໂຣບ ຄວນຫຼຸດການເພິ່ງພາອາໄສ ສະຫະລັດ ແລະຫຼີກລ້ຽງ ‘ການຕິດຄ້າງຢູ່ໃນວິກິດການ ທີ່ບໍ່ແມ່ນຂອງພວກເຮົາ’ ຫຼັງຈາກການຢ້ຽມຢາມຈີນຢ່າງ​ເປັນ​ທາງການໃນຕົ້ນເດືອນເມສານີ້. ບັນດານັກວິເຄາະກ່າວວ່າ ການສະແດງຄວາມຄິດເຫັນຂອງທ່ານ ເປັນບ່ອນທໍາລາຍຄວາມສໍາພັນກັບພັນທະມິດຂ້າມທະວີບ ໃນຊ່ວງເວລາທີ່ເຄັ່ງຕຶງທາງດ້ານພູມສາດການເມືອງນີ້.

ທ່ານມາກຣົງ ໄດ້ເດີນທາງໄປປັກກິ່ງເມື່ອວັນທີ 5-8 ເມສາທີ່ຜ່ານມາ ພ້ອມດ້ວຍປະທານຄະນະກໍາມາທິການໃຫຍ່ຂອງສະຫະພາບຢູໂຣບ ທ່ານນາງເອີຊູລາ ວອນ ເດີເລເຢັນ, ສ່ວນນຶ່ງກໍເພື່ອພະຍາຍາມຂໍໃຫ້ ຈີນ ຊ່ວຍຍຸດການຮຸກຮານຂອງຣັດເຊຍ ໃນ ຢູເຄຣນ, ເຂົາເຈົ້າໄດ້ເດີນທາງໄປພ້ອມກັບບັນດາຜູ້ນໍາທາງເສດຖະກິດຂອງສະຫະພາບຢູໂຣບ ເຊິ່ງໄດ້ລົງນາມໃນຂໍ້ຕົກລົງດ້ານການຄ້າໃນລະຫວ່າງການເດີນທາງໄປຢ້ຽມຢາມ.

ຈົນເຖິງຂະນະນີ້, ຈີນຍັງໃຫ້ການປະຕິເສດ ກ່ຽວກັບການປະນາມການຮຸກຮານ ຢູເຄຣນ ຂອງ ຣັດເຊຍ. ປະທານປະເທດຈີນ ທ່ານສີ ຈິ້ງ ຜິງ, ໄດ້ຍົກເວັ້ນການປະນາມຕໍ່ມົສກູອີກຄັ້ງ ໃນລະຫວ່າງການເດີນທາງໄປຢ້ຽມຢາມຂອງ ທ່ານມາກຣົງ.

ແນວໃດກໍຕາມ, ຫຼັງຈາກນັ້ນ ທ່ານມາກຣົງໄດ້ຂຽນລົງໃນທວິດເຕີ້ວ່າ “ຂໍໃຫ້ສາຍສໍາພັນລະຫວ່າງ ຈີນ ແລະ ຝຣັ່ງ ຈົ່ງໝ້ນຍືນ!”

ຢູ່ໃນຖະແຫຼງການທີ່ເປັນທງການ, ໄດ້ເປີດເຜີຍກ່ຽວກັບການພັນລະນາການຢ້ຽມຢາມຂອງຈີນວ່າ "ປະສົບຜົນສໍາເລັດ ແລະມີ​ຜົນ​ດີ​ຫລາຍ."

France is trying to limit the diplomatic fallout after President Emmanuel Macron said that Europe should reduce its dependence on the U.S. and avoid “getting caught up in crises that are not ours,” following a state visit to China earlier this month. Critics say his remarks undermine the transatlantic relationship at a time of dangerous geopolitical tensions.
Macron traveled to Beijing April 5-8, alongside the European Commission President Ursula von der Leyen, partly to seek China’s help in ending Russia’s invasion of Ukraine. They were accompanied by dozens of European business leaders, who signed a series of commercial deals during the visit.
So far, China has refused to condemn Russia’s February 2022 invasion of Ukraine. President Xi Jinping again refrained from criticizing Moscow during Macron’s visit. Nevertheless, Macron later wrote on Twitter: “Long live the friendship between China and France!’”
In an official statement, China described the visit as “successful and rewarding with fruitful outcomes.”

XS
SM
MD
LG