ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຄົນຮ້າຍທີ່ປ່ວງບ້າ ເອົາພ້າໄລ່ໂຈມຕີຄົນ ຢູ່ສະໜາມບິນ ນະຄອນນິວອໍລີນສ໌ ເສຍຊີວິດແລ້ວ


ບັນດາເຈົ້າໜ້າທີ່ ຍາມທາງເຂົ້າ ສູ່ປະຕູຂຶ້ນຍົນ A ແລະ B ຢູ່ສະໜາມບິນສາກົນ New Orleans International Airport, ວັນທີ 20 ມີນາ 2015, ໃນ ເມືອງ Kenner ລັດ Louisiana.
ບັນດາເຈົ້າໜ້າທີ່ ຍາມທາງເຂົ້າ ສູ່ປະຕູຂຶ້ນຍົນ A ແລະ B ຢູ່ສະໜາມບິນສາກົນ New Orleans International Airport, ວັນທີ 20 ມີນາ 2015, ໃນ ເມືອງ Kenner ລັດ Louisiana.

ທຸກ​ພາກສ່ວນ​ຂອງ​ສະໜາມ​ບິນ ນະຄອນ New Orleans ລັດ
Louisiana ​ໄດ້​ເປີດ​ບໍລິການ​ຄືນ​ໃນ​ວັນ​ເສົາ​ວານ​ນີ້ ຫຼັງຈາກ​ຊາຍ
​ຄົນ​ນຶ່ງ​ ໄດ້​ໂຈມ​ຕີ​ຜູ້​ໂດຍສານ ແລະ​ ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ປອດ
​ໄພ​ຢູ່​ທີ່​ນັ້ນ ດ້ວຍ​ສະ​ເປ​ຂ້າ​ແມງ​ໄມ້ ​ແລະພ້າ ​ໃນ​ຂະນະ​ທີ່ມີລະ​ເບີດ
ທີ່​ເຮັດ​ເອົາ​ເອງ 6 ລູກຕິດ​ຕົວ ​ເມື່ອ​ວັນ​ສຸກ​ຜ່ານ​ມາ.

​ບັນດາ​ເຈົ້າໜ້າ​ທີ່ ກ່າວ​ວ່າ ຕຳຫລວດຮ້ອຍ​ໂທຄົນ​ນຶ່ງ ​ໄດ້​ຍິງ​
ຄົນ​ຮ້າຍໄວ 6​3 ປີ ທີ່ຊື່ Richard White ​3 ນັດ ທີ່ຖືກ​ໃບ​ໜ້າ
ໜ້າເອິກ ​ແລະ ຂາ​ໂຕ້. ​ຜູ້ກ່ຽວໄດ້​ເສຍ​ຊີວິດ ຫຼາຍຊົ່ວ​ໂມງຕໍ່ມາ​
ຢູ່​ທີ່​ໂຮງໝໍ.

​ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ແມ່​ຍິງຄົນ​ໜຶ່ງ ​ທີ່ຖືກຄົນ​ຮ້າຍໄລ່​ຟັນ ກໍຖືກ​ຍິງທີ່​ແຂນ​ຍ້ອນ
​ລູກ​ຫຼົງ ແລ​ະ ​ໄດ້​ໄປ​ນອນ​ຮັກສາບາດ​ແຜຢູ່ໂຮງໝໍ.

​ເຈົ້າໜ້າ​ທີ່ຕຳຫລວດ​ເມືອງ Jefferson Parish ທ່ານ Newell Normand ກ່າວ​ວ່າ
​ໃນ​ຂະນະ​ທີ່ “ບໍ່​ມີ​ໃຜ​ ໃນ​ເວລາ​ນີ້ ຮູ້ຈັກ​ເລີຍ​ວ່າ ​ແມ່ນ​ຫຍັງ​ກໍ່​ໃຫ້​ເກີດເຫດການ​ນີ້​
ຂຶ້ນມາ” ບັນດາ​ນັກ​ສືບສວນ ​ກໍໄດ້ລົງ​ຄວາມ​ເຫັນວ່າ ມັນ​ມີ​ “ອົງ​ປະກອບ​ຂອງ
ອາການ​ເຈັບປ່ວຍທາງ​ຈິດ.”

XS
SM
MD
LG