ເຈົ້າຊາຍ Guillaume ຂອງ Luxembourg ໄດ້ອະພິເສກສົມລົດ ກັບຂຸນນາງ Stephanie de Lannoy ຂອງ Belgium ໃນພິທີອະພິເສກສົມລົດທີ່ຈັດຂຶ້ນຢ່າງພິຖີພິຖັນຕາມສາສະໜາຄາໂທລິກ ຊຶ່ງເປັນງານອະພິເສກສົມລົດຂອງເຊື້ອ
ພະວົງ ທີ່ໃຫຍ່ທີ່ສຸດຂອງປະເທດດັ່ງກ່າວ ໃນຮອບຫລາຍທົດສະວັດຜ່ານມາ.
ພິທີອະພິເສກສົມລົດ ຂອງອົງມົງກຸດແຫ່ງ Luxembourg

9
ເຈົ້າຊາຍ Guillaume ຂອງ Luxembourg (ທີ 2 ຂວາ) ແລະມະເຫສີຂອງພະອົງ ຂຸນນາງ Stephanie de Lannoy ລົມກັບພວກຊາວເມືອງ ໃນຂະນະທີ່ອອກຈາກໂຮງການເມືອງຂອງນະຄອນ Luxembourg ຫລັງພິທີອະພິເສກສົມລົດທາງພົນລະເຮືອນ ຂອງພະອົງທັງສອງ ໃນວັນທີ 19 ຕຸລາ, 2012.

10
ເດັກນ້ອຍພາກັນຖືທຸງຊາດ Luxembourg ໃນຂະນະທີ່ລໍຖ້າເຈົ້າຊາຍ Guillaume ແລະຄູ່ໝັ້ນຂອງພະອົງ ຂຸນນາງ Stephanie de Lannoy ຢູ່ນອກໂຮງການເມືອງຂອງນະຄອນ Luxembourg ກ່ອນພິທີອະພິເສກສົມລົດທາງພົນລະເຮືອນຂອງພະອົງທັງສອງ ໃນວັນທີ 19 ຕຸລາ, 2012.

11
ເຈົ້າຊາຍ Guillaume ຂອງ Luxembourg ແລະຂຸນນາງ Stephanie ລໍຖ້າການເລີ້ມຕົ້ນ ພິທີອະພິເສກສົມລົດທາງພົນລະເຮືອນຂອງພະອົງທັງສອງ ຢູ່ໃນໂຮງການເມືອງຂອງນະຄອນ Luxembourg ທັງສອງ ໃນວັນທີ 19 ຕຸລາ, 2012.