ເຈົ້າຊາຍ Guillaume ຂອງ Luxembourg ໄດ້ອະພິເສກສົມລົດ ກັບຂຸນນາງ Stephanie de Lannoy ຂອງ Belgium ໃນພິທີອະພິເສກສົມລົດທີ່ຈັດຂຶ້ນຢ່າງພິຖີພິຖັນຕາມສາສະໜາຄາໂທລິກ ຊຶ່ງເປັນງານອະພິເສກສົມລົດຂອງເຊື້ອ
ພະວົງ ທີ່ໃຫຍ່ທີ່ສຸດຂອງປະເທດດັ່ງກ່າວ ໃນຮອບຫລາຍທົດສະວັດຜ່ານມາ.
ພິທີອະພິເສກສົມລົດ ຂອງອົງມົງກຸດແຫ່ງ Luxembourg

໕
ເດັກຍິງຄົນນຶ່ງ ໂບກທຸງໃນຂະນະທີ່ຊົມພິທີອະພິເສກສົມລົດໃນວີດິໂອ ທີ່ມົນທົນຂອງນະຄອນຫລວງ Luxembourg ໃນວັນທີ 20 ຕຸລາ, 2012.

໖
ເຈົ້າຊາຍ Guillaume ໄດ້ມາເຖິງສະຖານທີ່ຈັດພິທີອະພິເສກສົມລົດ ກັບເຈົ້າຍິງ Grand Duchess Maria Teresa ພະມານດາຂອງພະອົງ ທີ່ຈັດຂຶ້ນໃນພະວິຫານ Notre-Dame Cathedral ໃນວັນທີ 20 ຕຸລາ, 2012.

໗
ຂຸນນາງ Stephanie de Lannoy ມາເຖິງພິທີອະພິເສກສົມລົດກັບພະອານຸຊາຂອງອົງຍິງເຈົ້າ Jehan de Lannoy ເພື່ອເຂົ້າພິທີອະພິເສກສົມລົດຕາມປະເພນີທາງສາສະໜາ ກັບເຈົ້າຊາຍ Guillaume ຂອງ Luxembourg ທີ່ພະວິຫານ Notre-Dame Cathedral ໃນວັນທີ 20 ຕຸລາ, 2012.

໘
ຂຸນນາງ Stephanie de Lannoy ເດີນທາງອອກຈາກພະຣາຊະວັງ Grand Ducal ເພື່ອໄປເຂົ້າພິທີອະພິເສກສົມລົດຕາມປະເພນີທາງສາສະໜາ ກັບເຈົ້າຊາຍ Guillaume ຂອງ Luxembourg ທີ່ພະວິຫານ Notre-Dame Cathedral ໃນວັນທີ 20 ຕຸລາ, 2012.