ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ແຂວງ​ຫຼວງ​ພະ​ບາງ ຄາດ​ວ່າ​ ຍອດ​ຜະລິດ​ຕະພັນ​ລວມ ຈະ​ຂະຫຍາຍຕົວ​ ເພີ້​ມຂຶ້ນ ​ເຖິງ 9.5%


ທາງການແຂວງຫລວງພະບາງ ໄດ້ລົນນະລົງ ເພື່ອໃຫ້ປະຊາຊົນ ປະກອບສ່ວນເຂົ້າໃນ ການຮັກສາຮີດຄອງປະເພນີ
ອັນດີງາມ ຢ່າງກວ້າງຂວາງ ໃນເວລານີ້.
ທາງການແຂວງຫລວງພະບາງ ໄດ້ລົນນະລົງ ເພື່ອໃຫ້ປະຊາຊົນ ປະກອບສ່ວນເຂົ້າໃນ ການຮັກສາຮີດຄອງປະເພນີ ອັນດີງາມ ຢ່າງກວ້າງຂວາງ ໃນເວລານີ້.

ທາງ​ການ​ແຂວງ​ຫລວງ​ພະ​ບາງຄາດ​ວ່າ​ຍອດ​ຜະລິດ​ຕະພັນ​ລວມ
ຫຼື GDP ​ໃນ​ແຜນການ​ປີ 2013-2014 ນີ້​ຈະ​ຂະຫຍາຍຕົວ​ເພີ້​ມ
ຂຶ້ນ​ເຖິງ 9.5 ​ເປີ​ເຊັນ ​ແລະ​ລາຍ​ໄດ້​ສະ​ເລ່ຍປະຊາກອນ​ ຈະ​ເພີ້​ມ
ຂຶ້ນ​ເປັນ 11 ລ້ານ 5 ​ແສນ​ກີ​ບຕໍ່​ຄົນ.

ທ່ານຄຳແພງ ໄຊສົມແພງ ເຈົ້າແຂວງແລະເລຂາພັກແຂວງ
ຫລວງພະບາງ ໄດ້ຖະແຫລງຢືນຢັນວ່າການພັດທະນາເສດ
ຖະກິດ ສັງຄົມພາຍໃນແຂວງຫລວງພະບາງ ໃນແຜນການປີ
2013-2014 ທີ່ຈະສິ້ນສຸດລົງໃນທ້າຍເດືອນກັນຍາ 2014 ນີ້
ຈະສາມາດຈັດຕັ້ງປະຕິບັດໄດ້ຕາມແຜນການແລະເປົ້າໝາຍທີ່ໄດ້ວາງເອົາໄວ້ ກໍຄືການ
ເຮັດໃຫ້ຍອດຜະລິດຕະພັນລວມຫຼື GDP ຂະຫຍາຍຕົວ ເພີ້ມຂຶ້ນໃນອັດຕາສະເລ່ຍ 9.5
ເປີເຊັນທຽບກັບແຜນການປີ 2012-2013 ທີ່ຜ່ານມາ.

ທ່ານຄຳແພງ ໄຊສົມແພງ ເຈົ້າແຂວງແລະເລຂາພັກແຂວງ ຫລວງພະບາງ ໄດ້ຖະແຫລງຢືນຢັນ ການພັດທະນາ ເສດຖະກິດ ສັງຄົມພາຍໃນ ແຂວງຫລວງພະບາງ.
ທ່ານຄຳແພງ ໄຊສົມແພງ ເຈົ້າແຂວງແລະເລຂາພັກແຂວງ ຫລວງພະບາງ ໄດ້ຖະແຫລງຢືນຢັນ ການພັດທະນາ ເສດຖະກິດ ສັງຄົມພາຍໃນ ແຂວງຫລວງພະບາງ.

ໂດຍການຂະຫຍາຍຕົວທາງເສດຖະກິດໃນລະດັບດັ່ງກ່າວນີ້
ກໍຈະເຮັດໃຫ້ GDP ພາຍໃນແຂວງຫລວງພະບາງມີມູນຄ່າລວມ
ເຖິງ 5,191.4 ຕື້ກີບ ຊຶ່ງຈະຖົວສະເລ່ຍເປັນລາຍຮັບຂອງປະຊາ
ຊົນໄດ້ເຖິງ 11 ລ້ານ 5 ແສນກີບຫຼືປະມານ 1,438 ໂດລາຕໍ່ຄົນ
ຕໍ່ປີແລະຖ້າຫາກວ່າການຂະຫຍາຍຕົວທາງເສດຖະກິດໃນແຂວງ
ຫລວງພະບາງ ຍັງສາມາດຮັກສາລະດັບດັ່ງກ່າວນີ້ຕໍ່ໄປໄດ້ຈົນ
ເຖິງແຜນການປີ 2014-2015 ກໍເຊື່ອວ່າຈະເຮັດໃຫ້ລາຍໄດ້
ສະເລ່ຍ ຂອງປະຊາຊົນ ໃນແຂວງຫລວງພະບາງ ເພີ້ມຂຶ້ນເປັນ
1,575 ດອນລາຕໍ່ຄົນໃນປີ 2015.

ສຳຫລັບພາກການຜະລິດ ທີ່ມີການຂະຫຍາຍຕົວສູງທີ່ສຸດ ໃນ
ແຜນການປີ 2013-2014 ນີ້ ກໍແມ່ນພາກບໍລິການ ແລະການ
ທ່ອງທ່ຽວ ທີ່ຂະຫຍາຍຕົວເພີ້ມຂຶ້ນເຖິງ 13.5 ເປີເຊັນໂດຍມີມູນຄ່າ ທາງເສດຖະກິດເຖິງ
2,249.1 ຕື້ກີບ ຊຶ່ງກວມເອົາ 43.3 ເປີເຊັນ ຂອງມູນຄ່າ GDP ທັງໝົດ ຈຶ່ງຖືເປັນພາກ
ການຜະລິດ ທີ່ສຳຄັນທີ່ສຸດ ຂອງແຂວງຫລວງພະບາງໃນປັດຈຸບັນນີ້.

ໂດຍກ່ອນໜ້ານີ້ Wanderlust Magazine ຊຶ່ງເປັນວາລະສານ ດ້ານການທ່ອງທ່ຽວ
ຊັ້ນນຳຂອງໂລກ ໃນປະເທດອັງກິດ ໄດ້ສະເໜີລາຍງານວ່າ ສະມາຊິກຂອງວາລະສານ
ໄດ້ຈັດໃຫ້ເມືອງມໍລະດົກໂລກຫລວງພະບາງ ເປັນເມືອງ ທີ່ໜ້າທ່ອງທ່ຽວທີ່ສຸດ ເປັນອັນ
ດັບ 2 ຂອງໂລກໃນປີ 2014 ນີ້ ດ້ວຍຄະແນນສະເລ່ຍເຖິງ 95.71 ເປີເຊັນ ຂອງຈຳນວນ
ສະມາຊິກທັງໝົດ ສ່ວນອັນດັບທີ 1 ແລະ 3 ກໍຄືເມືອງພູກາມ ໃນສະຫະພາບມຽນມາ
ແລະ ເມືອງເຫງ່ອານໃນຫວຽນນາມ ທີ່ໄດ້ຮັບຄະແນນຄິດເປັນອັດຕາສະເລ່ຍ 97.5
ເປີເຊັນ ແລະ 94.33 ເປີເຊັນ ຕາມລຳດັບ.

ແຕ່ຢ່າງໃດກໍຕາມ ເມືອງຫລວງພະບາງ ກໍເຄີຍໄດ້ຮັບການຈັດອັນດັບ ໃຫ້ເປັນເມືອງ
ທີ່ໜ້າທ່ອງທ່ຽວທີ່ສຸດ ຂອງໂລກໃນຊ່ວງປີ 2006-2008 ກ່ອນທີ່ຈະເສຍແຊມ ແຕ່ກໍຍັງ
ຄົງຢູ່ໃນ 10 ເມືອງທີ່ໜ້າທ່ອງທ່ຽວທີ່ສຸດ ໃນໂລກໃນປີ 2009 ແລະກັບຄືນມາຄອງແຊມ
ໃນຊ່ວງປີ 2010-2012 ໂດຍມີພຽງປີ 2013 ເທົ່ານັ້ນ ທີ່ເມືອງຫລວງພະບາງຫລຸດຈາກ
10 ອັນດັບຂອງໂລກ.

ໂດຍການທີ່ເມືອງຫລວງພະບາງ ໄດ້ເປັນຈຸດໝາຍປາຍທາງ ທີ່ໜ້າທ່ອງທ່ຽວທີ່ສຸດ
ໃນໂລກດັ່ງກ່າວນີ້ ກໍໄດ້ເປັນຜົນ ເຮັດໃຫ້ມີຊາວຕ່າງຊາດ ເດີນທາງເຂົ້າມາທ່ອງທ່ຽວ
ໃນເມືອງມໍລະດົກໂລກແຫ່ງນີ້ ເພີ້ມຂຶ້ນທຸກປີເຊັ່ນດຽວກັນ ໂດຍໃນປີ 2013 ທີ່ຜ່ານມາ ກໍປະກົດວ່າມີຊາວຕ່າງຊາດຫຼາຍກວ່າ 343,000 ຄົນ ທີ່ເດີນທາງເຂົ້າມາທ່ອງທ່ຽວ
ໃນເມືອງຫລວງພະບາງແລະຄາດວ່າຈະເພີ້ມຂຶ້ນເປັນ 5 ແສນຄົນໃນປີນີ້.

ຫາກແຕ່ວ່າ ການທີ່ມີນັກທ່ອງທ່ຽວ ເພີ້ມຂຶ້ນຢ່າງຕໍ່ເນື່ອງດັ່ງກ່າວ ກໍເຮັດໃຫ້ທາງການ
ລາວຍ້ານວ່າຈະສົ່ງຜົນກະທົບຕໍ່ ຮີດຄອງອັນດີງາມຂອງແຂວງຢ່າງຫລີກລ້ຽງບໍ່ໄດ້
ຈຶ່ງໄດ້ລົນນະລົງ ເພື່ອໃຫ້ປະຊາຊົນ ປະກອບສ່ວນເຂົ້າໃນ ການຮັກສາຮີດຄອງປະເພນີ
ອັນດີງາມ ຢ່າງກວ້າງຂວາງ ໃນເວລານີ້ ດັ່ງທີ່ທ່ານເຈົ້າແຂວງແລະເລຂາພັກ ແຂວງ
ຫລວງພະບາງ ໄດ້ໃຫ້ການຊີ້ແຈງວ່າ:

“ເນື່ອງຈາກວ່າຫລວງພະບາງ ຂອງເຮົາມີສົນທິສັນຍາ ກ່ຽວກັບການ ປົກປັກ
ຮັກສາ ມໍລະດົກ ສະນັ້ນການກໍ່ສ້າງຕຶກອາຄານຕ່າງໆ ແມ່ນການ ຊ້ອມແປງ
ຫຼືເຂົ້າວັດ ຕ້ອງໄດ້ຮັກສາຮີດຄອງອັນດີງາມ ຂອງພໍ່ແມ່ ປະຊາຊົນ ຈັ່ງຊັ້ນ ພວກ
ເຮົາຈຶ່ງໄດ້ເອົາວຽກງານ ການສຶກສາອົບຮົມ ໃຫ້ປະຊາຊົນຢູ່ໃນຕົວເມືອງ ຫຼືວ່າ
ຢູ່ໃນທົ່ວແຂວງ ຕ້ອງຮັກສາລະບຽບ ຫຼືວ່າ ສົນທິສັນຍາກັບອົງການ UNESCO.”

ທາງດ້ານກະຊວງຖະແຫລງຂ່າວ ວັດທະນະທຳ ແລະທ່ອງທ່ຽວກໍລາຍງານວ່າ ໃນປີ
2013 ທີ່ຜ່ານມາ ມີນັກທ່ອງທ່ຽວຊາວຕ່າງຊາດ ເດີນທາງເຂົ້າມາໃນລາວເຖິງ 3,779,490
ຄົນ ໂດຍເພີ້ມຂຶ້ນຈາກ 3 ລ້ານ 3 ແສນກວ່າຄົນໃນປີ 2012 ແລະຖືເປັນຈຳນວນນັກ
ທ່ອງທ່ຽວທີ່ເດີນທາງເຂົ້າມາໃນລາວເກີນກວ່າແຜນການໃນປີ 2013 ທັງຍັງເກີນລະດັບ
ຄາດໝາຍໃນປີ 2015 ທີ່ວາງໄວ້ທີ່ຈຳນວນ 3,750,000 ຄົນອີກດ້ວຍ.

XS
SM
MD
LG