ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼວງພະບາງຄອງຕໍາແໜ່ງທີ່ 1 ຫົກປີລຽນຕິດ ໃນຖານະ ເມືອງຍອດນິຍົມຂອງໂລກ


ພະສົງອອກບິນທະບາດທຸກເຊົ້າ
ພະສົງອອກບິນທະບາດທຸກເຊົ້າ

ມື້ນີ້ ທ່ານຄໍາແພງ ໄຊສົມເພງ ເຈົ້າແຂວງໆຫຼວງພະບາງ ໄດ້ໂອ້ລົມກັບ VOA ກ່ຽວກັບ ການທີ່ຫຼວງພະບາງໄດ້ຮັບລາງວັນ ‘Top City Gold Award’ ຂອງວາລະສານ Wanderlust ຂອງອັງກິດ ໃນຖານະເປັນເມືອງທີ່ໜ້າທ່ອງທ່ຽວທີ່ສຸດໃນໂລກ ທີ່ພວກນັກ ທ່ອງທ່ຽວໄດ້ສົ່ງຄວາມເຫັນເຂົ້າໄປແລະລົງຄວາມເຫັນ ຢ່າງເປັນເອກກະສັນກັນ ເປັນປີທີ່ 6 ລຽນຕິດ ວ່າເປັນເມືອງທີ່ສະງົບງຽບ ໜ້າທ່ອງທ່ຽວ ໜ້າສຶກສາ ທີ່ຍັງຄົງໄວ້ຊຶ່ງຄວາມມີ ວັດທະນະທໍາ ແລະຮີດສິບສອງ ຄອງສິບສີ່ ຮີດຍີ່ຄອງຈຽງ ມາແຕ່ໂບຮານນະການແລະ ຍັງດໍາເນີນສືບຕໍ່ມາ ເທົ່າທຸກມື້ນີ້. ຂໍເຊີນທ່ານຮັບຟັງໄດ້ໃນອັນດັບຕໍ່ໄປ.

ນະຄອນຫຼວງພະບາງອະດີດເມືອງຫຼວງພະບາງເກົ່າແກ່
ໂບຮານຂອງລາວ ຕັ້ງຢູ່ລະຫວ່າງກາງສາຍນະທີທີ່ສໍາຄັນ
ສອງສາຍຄື: ນໍ້າຂອງແລະນໍ້າຄານແລະຫ້ອມລ້ອມໄປດ້ວຍ
ຮ່ອມພູ ໜ້າຜາແລະປ່າດົງພົງໄພ ອັນເປັນສະຖານທີ່
ສະງົບງຽບ ແລະປອດໄພຈາກເຫຼົ່າຂ້າເສິກຕ່າງໆທີ່ພະຍາ
ຍາມຈະເຂົ້າຍຶດຄອງໃນອະດີດ. ນອກຈາກທໍາມະຊາດທີ່ຍັງ
ບໍລິສຸດຢູ່ນັ້ນແລ້ວຫຼວງພະບາງຍັງຂຶ້ນຊື່ໃນການດໍາລົງວິຖີ
ຊີວິດແບບດັ້ງເດີມ ຮັກໃນສິນກິນໃນທໍາ ຮັກສາຮີດຄອງ
ປະເພນີແບບນີ້ສືບຕໍ່ມາຈົນເທົ່າເຖິງທຸກວັນນີ້.

ພະສົງປັດກວາດພຸດທະສະຖານ
ພະສົງປັດກວາດພຸດທະສະຖານ

ຫຼວງພະບາງ ເມືອງທໍາແຫ່ງນີ້ແມ່ນມີວັດວາອາຮາມເກືອບວ່າໃນທຸກໆຄຸ້ມບ້ານ ທີ່ຊາວ
ບ້ານຊາວເມືອງອອກມາຕັກບາດແຕ່ເຊົ້າເປັນແຖວຍາວຢຽດ ຊຶ່ງສ້າງຄວາມປະທັບໃຈໃຫ້
ພວກນັກທ່ອງທ່ຽວທີ່ພັດກັນເຂົ້າໄປສໍາພັດ ຢ້ຽມຢາມ ແລະຮຽນຮູ້ເຖິງຂະນົບປະເພນີ
ແລະວິຖີຊີວິດແບບພື້ນໆ ຢູ່ຢ່າງສະງົບ ທ່າມກາງທໍາມະຊາດອັນຮົ່ມເຢັນ ນີ້ກໍຄື ນຶ່ງໃນ
ປັດໃຈທີ່ຫຼວງພະບາງໄດ້ຖືກເລືອກ ໃຫ້ເປັນເມືອງທີ່ໜ້າທ່ອງທ່ຽວອັນດັບ 1 ຂອງໂລກ
6 ປີ ຕິດຕໍ່ກັນໂດຍ Wanderlust ວາລະສານທ່ອງທ່ຽວຊັ້ນນໍາຂອງອັງກິດ ທີ່ມີທັງ
ໝົດ 615 ເມືອງເຂົ້າແຂງຂັນ ໂດຍໄດ້ຮັບລາງວັນ “Top City Gold Award” ຊຶ່ງມື້ນີ້
ທ່ານຄໍາແພງ ໄຊສົມເພງ ເຈົ້າແຂວງຫຼວງພະບາງໄດ້ໂອ້ລົມກັນ ກັບ VOA ທາງໂທລະ
ສັບຈາກ ນະຄອນຈໍາປາສັກ ຂະນະທີ່ເພິ່ນໄປຣ່ວມງານສະຫຼອງວັດພູຄົບຮອບ 10 ປີ ທີ່ໄດ້ເປັນສະຖານທີ່ມໍລະດົກໂລກແຫ່ງທີ່ 2 ຂອງລາວໃນອາທິດທີ່ແລ້ວນີ້.

ຫຼວງພະບາງຄອງຕໍາແໜ່ງທີ່ 1 ຫົກປີລຽນຕິດ ໃນຖານະ ເມືອງຍອດນິຍົມຂອງໂລກ
ຫຼວງພະບາງຄອງຕໍາແໜ່ງທີ່ 1 ຫົກປີລຽນຕິດ ໃນຖານະ ເມືອງຍອດນິຍົມຂອງໂລກ

ການທີ່ໄດ້ຄອງຕໍາແໜ່ງທີ່ 1 ມາຕະລອດ 6 ປີ ລຽນຕິດກັນນີ້ ກໍບໍ່ແມ່ນຂອງງ່າຍ
ສ້າງຄວາມໜັກໃຈໃຫ້ທ່ານເຈົ້າແຂວງພໍສົມຄວນ ແຕ່ເພິ່ນກໍບໍ່ໄດ້ລົດລະໃນຄວາມຕັ້ງ
ໃຈແລະປາຖະໜາຢາກໃຫ້ບໍລິການຢ່າງດີ ແກ່ພວກນັກທ່ອງທ່ຽວໃຫ້ສະດວກແລະ
ງ່າຍຂຶ້ນ ຊຶ່ງທ່ານໄດ້ເວົ້າເຖິງ ໂຄງການທີ່ຈໍາເປັນແລະຮີບດ່ວນ ທີ່ຕ້ອງແກ້ໄຂຢ່າງປະ
ຈຸບັນທັນດ່ວນ ຕໍ່ພວກເຮົາຟັງເຊັ່ນກັນ.

ບຸນປະເພນີທາງພຸດທະສາສະໜາ
ບຸນປະເພນີທາງພຸດທະສາສະໜາ


ທ່ານເຈົ້າແຂວງຫຼວງພະບາງຍັງເລົ່າໃຫ້ຟັງວ່າ ເຂດເກົ່າແກ່ຂອງນະຄອນຫຼວງພະບາງ
ນັ້ນໄດ້ມີການຄວບຄຸມດູແລຢ່າງໃກ້ຊິດຈາກອົງການ UNESCO ຂອງສະຫະປະຊາຊາດ ສ່ວນການເສີມຂະຍາຍເມືອງໃໝ່ອອກໄປ ຮວມທັງການສ້າງສະໜາມບິນນາໆຊາດແລະ
ຂົວຂ້າມນໍ້າຂອງໄປຝັ່ງຕາເວັນຕົກ ສູ່ເຂດນອກທີ່ຈະສ້າງໃຫ້ເປັນເມືອງໃໝ່ນັ້ນ. ພ້ອມນີ້
ທ່ານຄໍາແພງ ຍັງກ່າວຝາກຂອບໃຈຊາວຫຼວງພະບາງ ທີ່ໄດ້ສືບສານແລະຮັກສາຄວາມ
ເປັນນຶ່ງດຽວໃນໂລກ ຫຼວງພະບາງເມືອງທໍາ ໃຫ້ຍືນຍົງຢູ່ຕໍ່ໄປ ທ່ານຍັງຝາກເຊື້ອເຊີນ
ໃຫ້ຊາວລາວໃນທົ່ວໂລກ ໄດ້ເຂົ້າມາຊື່ນຊົມເມືອງມໍລະດົກໂລກ ແລະມໍລະດົກລາວ
ເມືອງຫຼວງພະບາງແຫ່ງນີ້.

ຂໍເຊີນຟັງການສຳພາດທັງໝົດເພື່ອຊາບລາຍລະອຽດປີກຍ່ອຍ
ຈາກປາກທ່ານເຈົ້າແຂວງເອງ ໂດຍການກົດຮູບທໍລະໂຄ່ງ ທາງຂວາມືຂ້າງເທິງ.

XS
SM
MD
LG