ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຫຼວງພະບາງ ຖືກເລືອກໃຫ້ ເປັນເມືອງ ອັນດັບ 1 ຂອງໂລກ ທີ່ນັກທ່ອງທ່ຽວ ຢາກໄປທ່ຽວຊົມ ຫລາຍທີ່ສຸດ


ພາບທີວທັດຂອງເມືອງຫລວງພະບາງ ຊຶ່ງເປັນເມືອງອັນດັບນຶ່ງ ທີ່ນັກທ່ອງທ່ຽວຕ່າງປະເທດ
ນິຍົມໄປທ່ຽວຊົມຫລາຍທີ່ສຸດໃນໂລກ
ພາບທີວທັດຂອງເມືອງຫລວງພະບາງ ຊຶ່ງເປັນເມືອງອັນດັບນຶ່ງ ທີ່ນັກທ່ອງທ່ຽວຕ່າງປະເທດ ນິຍົມໄປທ່ຽວຊົມຫລາຍທີ່ສຸດໃນໂລກ

ນັກທ່ອງທ່ຽວຊາວຕ່າງປະເທດໄດ້ເລືອກໃຫ້ເມືອງມໍລະດົກໂລກ ຫຼວງພະບາງ ເປັນເມືອງ ອັນດັບ 1 ຂອງໂລກ ທີ່ບັນດານັກທ່ອງທ່ຽວຕ່າງປະເທດ ຢາກຈະເດີນທາງມາຢ້ຽມຢາມ ຫລາຍທີ່ສຸດ ໃນປີ 2012 ນີ້.

ທ່ານຄໍາຕັນ ສົມພັນວິໄລ ຮອງຫົວໜ້າພະແນກການທ່ອງທ່ຽວຂອງແຂວງຫຼວງພະບາງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ບັນດານັກທ່ອງທ່ຽວທັ້ງຈາກພາຍໃນ ແລະຕ່າງປະເທດ ຈະພາກັນຫລັ່ງໄຫລເຂົ້າມາທ່ອງທ່ຽວໃນແຂວງຫຼວງພະບາງຫຼາຍເປັນພິເສດໃນຕະ
ຫລອດປີ 2012 ນີ້ ເນື່ອງຈາກວ່າ ຫຼວງພະບາງບໍ່ພຽງແຕ່ຈະເປັນເມືອງມໍລະດົກໂລກ ທີ່ມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມເພີ້ມຂຶ້ນທຸກປີເທົ່ານັ້ນ ຫາກແຕ່ສໍາລັບໃນປີ
2012 ນີ້ ຫຼວງພະບາງກໍຍັງໄດ້ຖືກເລືອກໃຫ້ເປັນເມືອງອັນດັບ 1 ຂອງໂລກທີ່ບັນດາ
ນັກທ່ອງທ່ຽວຈາກທົ່ວໂລກ ຢາກຈະເດີນທາງມາຢ້ຽມຢາມຫລາຍທີ່ສຸດອີກດ້ວຍ.

ການຖືກເລືອກດັ່ງກ່າວເປັນຜົນມາຈາກການສໍາຫລວດຂອງ The Wanderlust ແຫ່ງ
ປະເທດອັງກິດ ຊຶ່ງເປັນວາລະສານການທ່ອງທ່ຽວຊັ້ນນໍາຂອງໂລກ ທີ່ໄດ້ເປີດໂອກາດ
ໃຫ້ບັນດາສະມາຊິກຂອງວາລະສານໃນທົ່ວໂລກ ໄດ້ເລືອກເອົາເມືອງທີ່ພວກຕົນຊົມ
ຊອບຫລາຍທີ່ສຸດ ຈາກທັງໝົດຫລາຍກວ່າ 1,000 ເມືອງໃນທົ່ວໂລກ ຊຶ່ງກໍປະກົດວ່າ ເມືອງມໍລະດົກໂລກຫຼວງພະບາງໄດ້ຮັບຄວາມນິຍົມສູງສຸດ ແລະພ້ອມກັນນັ້ນລາວຍັງ
ໄດ້ຖືກເລືອກ ໃຫ້ເປັນປະເທດ ອັນດັບທີ 6 ຂອງໂລກທີ່ນັກທ່ອງທ່ຽວຕ່າງປະເທດ ຢາກຈະເດີນທາງມາຢ້ຽມຢາມຫລາຍທີ່ສຸດ ໃນຕະຫລອດປີນີ້ອີກດ້ວຍ.

ເນື່ອງຈາກມີຜົນສໍາເລັດດັ່ງກ່າວ ປະກອບກັບໃນຕະຫຼອດປີ 2012 ນີ້ ກໍຍັງເປັນປີທ່ອງ
ທ່ຽວລາວ (Visit Lao Year) ອີກດ້ວຍນັ້ນ ຈຶ່ງເຮັດໃຫ້ ພະແນກການທ່ອງທ່ຽວຂອງ
ແຂວງຫຼວງບາງເຊື່ອໝັ້ນວ່າ ຈະມີນັກທ່ອງທ່ຽວທັ້ງທີ່ເປັນຄົນລາວ ແລະຊາວຕ່າງປະ
ເທດ ເດີນທາງເຂົ້າໄປໃນແຂວງຫຼວງພະບາງຫຼາຍກວ່າ 2 ລ້ານຄົນຢ່າງແນ່ນອນ.

ວັດຊຽງທອງ ທີ່ຫລວງພະບາງ
ວັດຊຽງທອງ ທີ່ຫລວງພະບາງ

ສໍາລັບຕະຫລອດປີ 2011
ທີ່ຜ່ານມາ ກໍປະກົດວ່າມີ
ນັກທ່ອງທ່ຽວເກືອບ 1.9
ລ້ານຄົນທີ່ໄດ້ເດີນທາງເຂົ້າ
ໄປທ່ອງທ່ຽວໃນແຂວງຫຼວງ
ພະບາງ ໂດຍໃນຈໍານວນດັ່ງ
ກ່າວ ກໍເປັນຄົນລາວຫຼາຍ
ກວ່າ 1.6 ລ້ານຄົນແລະເປັນ
ນັກທ່ອງທ່ຽວຊາວຕ່າງຊາດ
ຫຼາຍກວ່າ 274,500 ຄົນ ຊຶ່ງ
ນອກຈາກ ຈະເພີ່ມຂຶ້ນຈາກ
ປີ 2010 ຄິດເປັນອັດຕາສະ
ເລ່ຍທີ່ສູງກວ່າ 26% ແລະສ້າງລາຍຮັບໃຫ້ແກ່ພາກບໍລິການໃນແຂວງໄດ້ຫຼາຍກວ່າ 164
ລ້ານໂດລາແລ້ວ ກໍຍັງປະກົດວ່າມີນັກທ່ອງທ່ຽວຕ່າງຊາດຈາກຫຼາຍໆ ປະເທດອີກດ້ວຍ
ທີ່ພາກັນເດີນທາງເຂົ້າໄປໃນແຂວງຫຼວງພະບາງ ດັ່ງທີ່ເຈົ້າໜ້າທີ່ຄົນດັ່ງກ່າວໄດ້ຢືນຢັນວ່າ:

“ບັນຍາກາດ​ການທ່ອງທ່ຽວໃນ​ໄລຍະ 3 ​ເດືອນ​ມານີ້ ກະ​ຄ່ອຍໆຄຶກຄັກ​ຂຶ້ນ
ສຳ​ລັບນັກ​ທ່ອງ​ທ່ຽວ ສາກົນ ທີ່ເພີ້ມຂຶ້ນຈາກປີການ​ເກືອ​ບ​ຮອດ​ພັນ​ຄົນ.
ນັກ​ທ່ອງ​ທ່ຽວ ທີ່ເຂົ້າມາ​ທ່ຽວຫລວງ​ພະ​ບາງ ເປັນອັນ​ດັບ​ນຶ່ງ​ກໍ​ແມ່ນນັກ​
ທ່ອງ​ທ່ຽວຈາກປະ​ເທດໄທ, ​ແລ້ວ​ອັນ​ດັບ​ສອງກໍ​ແມ່ນຈາກ​ປະ​ເທດອັງກິດ,
ອັນ​ດັບ​ສາມ ​ແມ່ນ​ຈາກ​ປະ​ເທດ​ຝຣັ່ງ​ເສດ ​ແລ້ວ​ກະສີ່ ກໍ​ເປັນ​ເຢຍລະ​ມັນ ອັອສເທຣເລຍ ​ແລະ
ສະຫະລັດອາ​ເມ​ຣິກາ.”

ສໍາລັບໃນຕະຫຼອດໄລຍະປີການທ່ອງທ່ຽວລາວ 2012 ນີ້ ທາງການແຂວງຫຼວງພະບາງ
ຄາດວ່າ ຈະມີນັກທ່ອງທ່ຽວຊາວຕ່າງຊາດຫຼາຍກວ່າ 360,000 ຄົນ ທີ່ເດີນທາງເຂົ້າໄປ
ທ່ອງທ່ຽວໃນແຂວງຫຼວງພະບາງ ສ່ວນນັກທ່ອງທ່ຽວພາຍໃນປະເທດ ທີ່ເປັນຄົນລາວ
ນັ້ນກໍເຊື່ອວ່າ ຈະມີຈໍານວນຫຼາຍກວ່າ 2.1 ລ້ານຄົນ ທີ່ຈະເດີນທາງເຂົ້າໄປທ່ອງທ່ຽວໃນ
ແຂວງຫຼວງພະບາງຕະຫຼອດປີນີ້ ແລະ ກໍຈະເປັນຜົນເຮັດໃຫ້ພາກບໍລິການໃນແຂວງ
ຫຼວງພະບາງມີລາຍຮັບເພີ່ມຂຶ້ນເປັນຫຼາຍກວ່າ 175 ໂດລາ ລ້ານອີກດ້ວຍ.

ຕະຫລາດຂາຍເຄື່ອງຫັດຖະກໍາຢູ່ໃນເມືອງ ຫລວງພະບາງ
ຕະຫລາດຂາຍເຄື່ອງຫັດຖະກໍາຢູ່ໃນເມືອງ ຫລວງພະບາງ

ໃນປະຈຸບັນນີ້ ແຂວງຫຼວງ
ພະບາງມີສະຖານທີ່ທ່ອງ
ທ່ຽວທັງໝົດ 220 ແຫ່ງ
ໂດຍແບ່ງເປັນສະຖານທີ່
ທ່ອງທ່ຽວດ້ານວັດທະນະ
ທໍາ 82 ແຫ່ງ, ສະຖານທີ່
ທ່ອງທ່ຽວດ້ານປະຫວັດ
ສາດ 32 ແຫ່ງ ແລະສະ
ຖານທີ່ທ່ອງທ່ຽວທໍາມະຊາດ
106 ແຫ່ງ.

ການທີ່ປະກົດວ່າມີນັກທ່ອງທ່ຽວເດິນທາງເຂົ້າໄປໃນແຂວງຫຼວງພະບາງເພີ່ມຂຶ້ນຢ່າງ
ຕໍ່ເນື່ອງນັ້ນ ກໍຍັງເປັນຜົນເຮັດໃຫ້ມີບໍລິສັດທ່ອງທ່ຽວໄດ້ພາກັນໄປເປີດໃຫ້ບໍລິການ
ຢູ່ໃນແຂວງຫຼາຍກວ່າ 50 ສາຂາແລ້ວ ອີກດ້ວຍ.

XS
SM
MD
LG