ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກປະຊາຊົນປະຕິວັດ ລາວ ຈຳກັດໃຫ້ສະມາຊິກພັກ ສາມາດຢູ່ໃນຕຳແໜ່ງເດີມໄດ້ 2​ ສະໄໝ ຫຼືບໍ່ເກີນ 10 ປີຕິດຕໍ່ກັນ


ບັນດາສະມາຊິກພັກ ລາວ ເຂົ້າຮ່ວມກອງປະຊຸມພັກ.
ບັນດາສະມາຊິກພັກ ລາວ ເຂົ້າຮ່ວມກອງປະຊຸມພັກ.

ພັກປະຊາຊົນປະຕິວັດ ລາວ ຈຳກັດໃຫ້ສະມາຊິກພັກສາມາດຢູ່ໃນຕຳແໜ່ງເດີມໄດ້ 2​ ສະໄໝຫຼືບໍ່ເກີນ 10 ປີຕິດຕໍ່ກັນ ດ້ວຍເປົ້າໝາຍເພື່ອປ້ອງກັນການໃຊ້ອຳນາດຫາຜົນປະໂຫຍດສ່ວນຕົວ.


ທ່ານ ບຸນທອງ ຈິດມະນີ ກົມການເມືອງສູນກາງພັກປະຊາຊົນປະຕິວັດ ລາວ ຖະແຫຼງຢືນຢັນວ່າກົດລະບຽບຂອງພັກສະບັບປັບປຸງໃໝ່ ແລະ ໄດ້ຜ່ານມະຕິຮັບຮອງໃນກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກປະຊາຊົນປະຕິວັດ ລາວ ໃນຊ່ວງວັນທີ 13-15 ມັງກອນ 2021 ທີ່ຜ່ານມາໄດ້ກຳນົດຢ່າງຊັດ ເຈນວ່າສະມາຊິກພັກຈະສາມາດຢູ່ໃນຕຳແໜ່ງເດີມໄດ້ 2 ສະໄໝ ຫຼືບໍ່ເກີນ 10 ປີຕິດຕໍ່ກັນ ສ່ວນຄະນະພັກທີ່ມີຕຳແໜ່ງກຳມະການບໍລິຫານຫວ່າງລົງດ້ວຍການລາອອກ ຫຼື ດ້ວຍເຫດໃດກໍຕາມກໍໃຫ້ຄະນະພັກໃນຂັ້ນທີ່ສູງກວ່ານັ້ນເປັນພາກສ່ວນທີ່ແຕ່ງຕັ້ງແທນຕຳແໜ່ງກຳມະການທີ່ຫວ່າງລົງ ດັ່ງກ່າວ ດັ່ງທີ່ທ່ານ ບຸນທອງ ໄດ້ໃຫ້ການຢືນຢັນວ່າ

“ສຳລັບການດຳລົງຕຳແໜ່ງຂອງເລຂາຄະນະພັກແຕ່ລະຂັ້ນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ເລຂາຄະນະພັກກະຊວງ, ອົງການ, ແຂວງ, ນະຄອນຫຼວງ, ເລຂາຄະນະພັກເມືອງ ແລະ ນະຄອນ ດຳລົງຕຳແໜ່ງຢູ່ບ່ອນເກົ່າບໍ່ເກີນ 2 ສະໄໝຕິດຕໍ່ກັນ ແລະ ສຳລັບຂັ້ນຮາກຖານພັກທີ່ມີກຳມະການຄະນະພັກມີແຕ່ 3 ສະຫາຍລົງມາ ຫາກຫວ່າງລົງ ຄະນະພັກຂັ້ນເທິງຖັດນັ້ນສາ ມາດບົງຕົວແຕ່ຕັ້ງທົດແທນຕາມຈຳນວນທີ່ຫວ່າລົງ.”

ທ່ານ ບຸນທອງ ປະຊາຊົນລາວມີທ່າອຽງທີ່ເສື່ອມສັດທາຕໍ່ການຊີ້ນຳຂອງພັກເພີ້ມຂຶ້ນນັບມື້ ທີ່ມີສາ ເຫດສຳຄັນມາຈາກການປະຕິບັດວຽກງານຂອງບຸກຄະລາກອນພັກທີ່ຂາດປະສິດທິຜົນ ລວມເຖິງການທຸຈະລິດເກີດຂຶ້ນຢ່າງກວ້າງຂວາງ ທັງໃນຂັ້ນສູນກາງ ແລະທ້ອງຖິ່ນ ອັນໄດ້ກາຍເປັນອຸປະສັກທີ່ມີຕໍ່ການເສີມສ້າງຄວາມເຂັ້ມແຂງຂອງພັກ, ຕົວຢ່າງກໍຄືການກວດກາບັນດາໂຄງການລົງທຶນຂອງລັດ 209 ໂຄງການທີ່ບໍ່ໄດ້ຈັດການປະມູນ ຫຼື ຈັດການປະມູນແຕ່ບໍ່ຖືກຕ້ອງຕາມກົດໝາຍນັ້ນ ເຮັດໃຫ້ລັດຖະບານ ສູນເສຍງົບປະມານໄປ 5,331 ກວ່າຕື້ກີບ ໃນປີ 2016-2020.

ໃນການທຸຈະລິດດັ່ງກ່າວມີພະນັກງານລັດ 970 ຄົນ ກັບ ນັກທຸລະກິດ 315 ຄົນທີ່ຮ່ວມມືກັນທຸຈະລິດໃນ 105 ໂຄງການພັດທະນາຂອງລັດຖະບານ ລາວ ດ້ວຍການໃຊ້ອຳນາດໜ້າທີ່ເພື່ອສະແຫວງຫາຜົນປະໂຫຍດ, ການຮັບສິນບົນ, ການຍັກຍອກສໍ້ໂກງເອົາຊັບສິນຂອງລັດ, ການປອມແປງເອ ກະສານສຳຄັນຂອງລັດ, ກນປອມແປງມາດຕະຖານກໍ່ສ້າງ ແລະ ເທັກນິກຕ່າງໆ ຊຶ່ງສ່ວນໃຫຍ່ເປັນໂຄງການພັດທະນາທີ່ລັດຖະບານ ລາວ ໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດເປັນດ້ານຫຼັກນັ້ນ ຈຶ່ງເຮັດໃຫ້ລັດຖະບານ ລາວ ຖືກນານາຊາດກົດດັນເພື່ອໃຫ້ແກ້ໄຂບັນຫາທີ່ເກີດຂຶ້ນຢ່າງຮີບດ່ວນອີກດ້ວຍ.

ນອກຈາກນີ້ກໍຍັງກວດພົບໂຄງການນອກແຜນການຂອງລັດຖະບານເຖິງ 280 ໂຄງການທີ່ມີມູນຄ່າເສຍຫາຍຫຼາຍກວ່າ 4,483 ຕື້ກີບທີ່ບໍ່ເປັນໄປຕາມລະບຽບດ້ານງົບປະມານ ແລະ ບໍ່ຜ່ານການຮັບ ຮອງຂອງສະພາແຫ່ງຊາດ ທັງມີການລັກລອບຂົນສົ່ງໄມ້ໄປຕ່າງປະເທດກວ່າ 4 ລ້ານແມັດກ້ອນຊຶ່ງເຮັດໃຫ້ອົງການເພື່ອຄວາມໂປ່ງໃສສາກົນ ລາຍງານວ່າລັດຖະບານ ລາວ ມີຄວາມໂປ່ງໃສໃນການບໍລິຫານງານທີ່ລະດັບ 29 ຈາກ 100 ຄະແນນເຕັມໃນປີ 2019 ຊຶ່ງເທົ່າກັບໃນປີ 2018 ໝາຍຄວາມວ່າມີນັກທຸລະກິດຊາວຕ່າງຊາດທີ່ລົງທຶນຢູ່ໃນລາວພຽງ 29 ຄົນໃນ 100 ຄົນທີ່ເຫັນວ່າການບໍລິຫານງານໃນວົງການພັກ ແລະ ລັດຖະບານ ລາວ ໄດ້ດຳເນີນງານໂດຍບໍ່ມີການທຸຈະລິດ ສ່ວນ 71 ຄົນຈາກ 100 ຄົນດັ່ງກ່າວເຫັນວ່າການທຸຈະລິດໃນ ລາວ ຍັງເກີດຂຶ້ນຢ່າງກວ້າງຂວາງ.

ສ່ວນອົງການ Human Right Watch ລາຍງານວ່າການບັງໃຊ້ກົດໝາຍໃນໜ່ວຍງານຕ່າງໆຂອງລັດຖະບານ ລາວ ທັງໃນຂັ້ນສູນກາງ ແລະ ໃນທ້ອງຖິ່ນຍັງເກີດບັນຫາຊັກຊ້າ ແລະ ບໍ່ມີປະສິດທິ ພາບ ທັງມີການບັງຄັບໃຊ້ກົດໝາຍເກົ່າທີ່ຖືກແທນທີ່ໂດຍກົດໝາຍໃໝ່ແລ້ວ ຈຶ່ງຖືເປັນການເລືອກປະຕິບັດກົດໝາຍຕໍ່ປະຊາຊົນຢ່າງບໍ່ຍຸຕິທຳ ຊຶ່ງຈະເຫັນໄດ້ຈາກການທີ່ນາຍົກລັດຖະມົນຕີລາວ ໄດ້ສັ່ງການໃຫ້ເລັ່ງບັງຄັບຄະດີຕາມການຕັດສິນຂອງສານ ເພື່ອເຮັດໃຫ້ປະຊາຊົນສັດທາຕໍ່ລະບົບຍຸຕິ ທຳຂອງ ລາວ ເພາະວ່າມີຄະດີທີ່ສານໄດ້ຕັດສິນໄປແລ້ວ 29,000 ກວ່າຄະດີທີ່ຍັງບໍ່ມີການບັງຄັບຄະດີແຕ່ຢ່າງໃດ.

XS
SM
MD
LG