ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໗ ພຶດສະພາ ໒໐໒໔

ຄາດວ່າຈະມີນັກທ່ອງທ່ຽວ ຫຼາຍກວ່າ 360,000 ຄົນ ໄປທ່ຽວຫຼວງພະບາງ ໃນປີນີ້


ຂະບວນແຫ່ພະບາງໄປສົງທີ່ວັດຊຽງທອງ
ຂະບວນແຫ່ພະບາງໄປສົງທີ່ວັດຊຽງທອງ

ເຈົ້າໜ້າທີ່ຂັ້ນສູງປະຈໍາຜະແນກການທ່ອງທ່ຽວ ຂອງແຂວງຫຼວງພະບາງ ໄດ້ສະແດງ ຄວາມໝັ້ນໃຈວ່າໃນຕະຫຼອດປີ 2012 ນີ້ ເຊິ່ງເປັນປີທ່ອງທ່ຽວລາວ (Visit Lao Year) ນັ້ນຈະມີນັກທ່ອງທ່ຽວທັ້ງທີ່ເປັນຄົນລາວ ແລະຊາວຕ່າງປະເທດ ເດີນທາງເຂົ້າໄປໃນ ແຂວງຫຼວງພະບາງຫຼາຍກວ່າ 2 ລ້ານຄົນຢ່າງແນ່ນອນ.

ເຈົ້າໜ້າທີ່ຂັ້ນສູງປະຈໍາຜະແນກການທ່ອງທ່ຽວຂອງແຂວງຫຼວງພະບາງ ໄດ້ສະແດງ
ຄວາມໝັ້ນໃຈວ່າ ໃນຕະຫຼອດປີ 2012 ນີ້ ເຊິ່ງເປັນປີທ່ອງທ່ຽວລາວ (Visit Lao
Year) ນັ້ນຈະມີນັກທ່ອງທ່ຽວທັ້ງທີ່ເປັນຄົນລາວ ແລະຊາວຕ່າງປະເທດ ເດີນທາງ
ເຂົ້າໄປໃນແຂວງຫຼວງພະບາງຫຼາຍກວ່າ 2 ລ້ານຄົນຢ່າງແນ່ນອນ.

ທັງນີ້ກໍເນື່ອງຈາກວ່າໃນຕະຫຼອດປີ 2011 ທີ່ຜ່ານມາກໍປະກົດວ່າມີນັກທ່ອງທ່ຽວ
ເກືອບ 1.9 ລ້ານຄົນ ທີ່ໄດ້ເດີນທາງເຂົ້າໄປໃນທ່ອງທ່ຽວໃນແຂວງຫຼວງພະບາງໂດຍ
ໃນຈໍານວນດັ່ງກ່າວ ກໍເປັນຄົນລາວຫຼາຍກວ່າ 1.6 ລ້ານຄົນ ແລະເປັນນັກທ່ອງທ່ຽວ
ຊາວຕ່າງຊາດຫຼາຍກວ່າ 274,500 ຄົນ ຊຶ່ງນອກຈາກຈະເພີ່ມຂຶ້ນ ຈາກປີ 2010 ຄິດ
ເປັນອັດຕາສະເລ່ຍທີ່ສູງກວ່າ 26% ແລະສ້າງລາຍຮັບໃຫ້ກັບພາກບໍລິການໃນແຂວງ
ໄດ້ຫຼາຍກວ່າ 164 ລ້ານໂດລາແລ້ວ ກໍຍັງປະກົດວ່າມີນັກທ່ອງທ່ຽວຕ່າງຊາດ ຈາກ
ຫຼາຍໆ ປະເທດອີກດ້ວຍທີ່ພາກັນເດີນທາງເຂົ້າໄປໃນແຂວງຫຼວງພະບາງ ດັ່ງທີ່ເຈົ້າ
ໜ້າທີ່ຄົນດັ່ງກ່າວໄດ້ຢືນຢັນວ່າ:

“ບັນຍາກາດ​ການທ່ອງທ່ຽວໃນ​ໄລຍະ 3 ​ເດືອນ​ມານີ້ ກະ​ຄ່ອຍໆຄຶກຄັກ​ຂຶ້ນ
ສຳ​ລັບນັກ​ທ່ອງ​ທ່ຽວ ສາກົນ ທີ່ເພີ້ມຂຶ້ນຈາກປີການ​ເກືອ​ບ​ຮອດ​ພັນ​ຄົນ.
ນັກ​ທ່ອງ​ທ່ຽວ ທີ່ເຂົ້າມາ​ທ່ຽວຫລວງ​ພະ​ບາງ ເປັນອັນ​ດັບ​ນຶ່ງ​ກໍ​ແມ່ນນັກ​
ທ່ອງ​ທ່ຽວຈາກປະ​ເທດໄທ, ​ແລ້ວ​ອັນ​ດັບ​ສອງກໍ​ແມ່ນຈາກ​ປະ​ເທດອັງກິດ,
ອັນ​ດັບ​ສາມ ​ແມ່ນ​ຈາກ​ປະ​ເທດ​ຝຣັ່ງ​ເສດ ​ແລ້ວ​ກໍ​ເປັນ​ເຢຍລະ​ມັນ ​ແລະ
ສະຫະລັດອາ​ເມ​ຣິກາ.”

ສໍາລັບໃນຕະຫຼອດໄລຍະປີການທ່ອງທ່ຽວລາວ 2012 ນີ້ ທາງການແຂວງຫຼວງພະ
ບາງຄາດວ່າ ຈະມີນັກທ່ອງທ່ຽວຊາວຕ່າງຊາດຫຼາຍກວ່າ 360,000 ຄົນ ທີ່ເດີນທາງ
ເຂົ້າໄປທ່ອງທ່ຽວໃນແຂວງຫຼວງພະບາງ ສ່ວນນັກທ່ອງທ່ຽວພາຍໃນປະເທດ ທີ່ເປັນ
ຄົນລາວນັ້ນກໍເຊື່ອວ່າ ຈະມີຈໍານວນຫຼາຍກວ່າ 2.1 ລ້ານຄົນທີ່ຈະເດີນທາງເຂົ້າໄປ
ທ່ອງທ່ຽວໃນແຂວງຫຼວງພະບາງຕະຫຼອດປີນີ້ ແລະ ກໍຈະເປັນຜົນເຮັດໃຫ້ພາກບໍລິ
ການໃນແຂວງຫຼວງພະບາງມີລາຍຮັບເພີ່ມຂຶ້ນເປັນຫຼາຍກວ່າ 175 ໂດລາ ລ້ານອີກ
ດ້ວຍ.

ພາບພົດລວມຂອງເມືອງຫລວງພະບາງ, ມໍລະດົກໂລກ
ພາບພົດລວມຂອງເມືອງຫລວງພະບາງ, ມໍລະດົກໂລກ

ໃນປະຈຸບັນນີ້ ແຂວງຫຼວງ
ພະບາງມີສະຖານທີ່ທ່ອງ
ທ່ຽວທັງໝົດ 220 ແຫ່ງ
ໂດຍແບ່ງເປັນສະຖານທີ່
ທ່ອງທ່ຽວດ້ານວັດທະນະ
ທໍາ 82 ແຫ່ງ, ສະຖານທີ່
ທ່ອງທ່ຽວດ້ານປະຫວັດ
ສາດ 32 ແຫ່ງ ແລະສະ
ຖານທີ່ທ່ອງທ່ຽວທໍາມະ
ຊາດ106 ແຫ່ງ.
ສ່ວນໃນດ້ານການລົງທຶນເພື່ອພັດທະນາພາກບໍລິການ ແລະການທ່ອງທ່ຽວໃນຕະຫຼອດ
ປີ 2011 ທີ່ຜ່ານມານັ້ນ ກໍປະກົດວ່າທາງການແຂວງຫຼວງພະບາງໄດ້ອະນຸມັດການລົງທຶນ
ທັງຈາກພາຍໃນ ແລະ ຈາກຕ່າງປະເທດຄິດເປັນມູນຄ່າລວມກັນຫຼາຍກວ່າ 83 ຕື້ກີບແລະ ການທີ່ປະກົດວ່າມີນັກທ່ອງທ່ຽວເດິນທາງເຂົ້າໄປໃນແຂວງຫຼວງພະບາງເພີ່ມຂຶ້ນຢ່າງຕໍ່
ເນື່ອງນັ້ນ ກໍຍັງເປັນຜົນເຮັດໃຫ້ມີບໍລິສັດທ່ອງທ່ຽວໄດ້ພາກັນໄປເປີດໃຫ້ບໍລິການຢູ່ໃນ
ແຂວງຫຼາຍກວ່າ 50 ສາຂາແລ້ວອີກດ້ວຍ.

ພາຍ​ໃຕ້ແຜນການ​ດັ່ງກ່າວ​ນີ້ ນອກຈາກອົງການທ່ອງທ່ຽວແຫ່ງຊາດລາວຈະ​ໄດ້​ຕັ້ງ​ເປົ້າ
ໝາຍ ທີ່​ຈະດຶງ​ດູດ​ເອົານັກທ່ອງທ່ຽວຊາວຕ່າງຊາດ​ ໃຫ້ພາກັນ​ມາ​ທ່ອງ​ທ່ຽວ​ໃນ​ລາວ ໃຫ້
​ໄດ້ບໍ່ໜ້ອຍກວ່າ 2.6 ລ້ານ​ຄົນ​ໃນ​ຕະຫລອດ​ປີ 2012 ​ແລ້ວກໍ​ຍັງ​ໄດ້​ແນ​ໃສ່​ການກຽມຄວາມ
​ພ້ອມ​ທັງ​ໃນ​ດ້ານ​ໂຮງ​ແຮມ, ຮ້ານ​ອາຫານ, ສະຖານ​ທີ່​ທ່ອງ​ທ່ຽວ ​ແລະ​ການ​ບໍລິການ​ຕ່າງໆ
ສຳລັບຮອງ​ຮັບ​ປີ​ທ່ອງ​ທ່ຽວລາວ​ໃຫ້​ໄດ້ຢ່າງມີ​ປະສິດທິພາບ ​ແລະ​ໃຫ້​ເປັນ​ທີ່​ປະ​ທັບ​ໃຈ​ຂອງ
​ນັກ​ທ່ອງ​ທ່ຽວຊາວ​ຕ່າງ​ຊາດ​ ອີກ​ດ້ວຍ.

ປັດຈຸບັນ​ນີ້ ທົ່ວ​ປະ​ເທດ​ລາວ ​ມີ​ໂຮງ​ແຮມ 357 ​ແຫ່ງ, ບ້ານ​ພັກ 1,127 ​ແຫ່ງ, ຮ້ານອາຫານ
1,246 ​ແຫ່ງ ​ແລະ​ສະຖານ​ທີ່​ທ່ອງ​ທ່ຽວທຳ​ມະ​ຊາດແລະ​ວັດທະນະທຳ 1,493 ແຫ່ງ. ຫາກ​
ແຕ່​ວ່າ​ໃນ​ຈຳນວນ​ນີ້ ມີ​ພຽງ 456 ​ແຫ່ງ​ເທົ່າ​ນັ້ນ ທີ່​ໄດ້​ຮັບ​ການ​ພັດທະນາໃຫ້​ສາມາດ​ຮັບຮອງ​
ນັກ​ທ່ອງ​ທ່ຽວ​ໄດ້​ແລ້ວ ​ໃນ​ຂະນະ​ທີ່​ໂຮງ​ແຮມ​ແລະ​ບ້ານ​ພັກ​ໃນທົ່ວປະ​ເທດ​ນັ້ນ ກໍ​ສາມາດ​ຮອງ​
ຮັບ​ນັກ​ທ່ອງ​ທ່ຽວ​ໄດ້​ທັງໝົດ 40,000 ຄົນ​ຕໍ່ຄືນ.

ນອກ​ຈາກນັ້ນ ຖ້າຫາກວ່າ ໂຄງການກໍ່ສ້າງທາງດ້ວຍລົດໄຟຄວາມໄວສູງລະຫວ່າງຈີນກັບ
ລາວເສັດແລ້ວ ຕາມແຜນການ ທີ່ວາງໄວ້ພາຍໃນປີ 2015 ກໍຍັງຈະສົ່ງຜົນດີ ຕໍ່ການພັດ
ທະນາການທ່ອງທ່ຽວໃນລາວອີກດ້ວຍ ໂດຍທາງການລາວຄາດໝາຍວ່າ ຈະມີນັກທ່ອງ
ທ່ຽວຊາວຕ່າງຊາດ ຫລາຍກວ່າ 2.8 ລ້ານຄົນ ທີ່ຈະເດີນທາງເຂົ້າໄປໃນລາວໃນປີ 2015
ສ່ວນປີທີ່ຜ່ານມາ ກໍປະກົດວ່າ ມີນັກທ່ອງທ່ຽວຕ່າງຊາດ ເກືອບ 2.5 ລ້ານຄົນ ທີ່ເດີນທາງ
ເຂົ້າໄປໃນລາວ.

XS
SM
MD
LG