ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ລະ​ບາດ​ຂອງ​​ໂຄ​ວິດ-19 ແລະແຮງງານ ທີ່ມີຄຸນນະພາບຕໍ່າ ເຮັດໃຫ້ອັດຕາ ການຫວ່າງງານຢູ່ລາວ ເພີ້ມຂຶ້ນເປັນ 25 ເປີເຊັນ


ການຝຶກແຮງງານລາວໃຫ້ມີຝີມື
ການຝຶກແຮງງານລາວໃຫ້ມີຝີມື

ການ​ລະ​ບາດ​ຂອງ​ເຊື້ອ​ໂຄ​ວິດ 19 ແລະແຮງງານທີ່ມີຄຸນນະພາບຕໍ່າທີ່ບໍ່ສາມາດຕອບສະໜອງແຮງງານ ໃຫ້ບໍລິສັດຕ່າງປະເທດໄດ້ຢ່າງພຽງພໍ ຄືສາຍເຫດເຮັດໃຫ້ອັດຕາການຫວ່າງງານຢູ່ໃນລາວເພີ້ມຂຶ້ນເປັນ 25 ເປີເຊັນ. ຊົງລິດ ໂພນເງິນ ມີລາຍງານເລື້ອງນີ້ມາສະເໜີທ່ານຈາກບາງກອກ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງແຮງງານ ແລະສະຫວັດດີການສັງຄົມລາວ ຢືນຢັນວ່າ ການພັດທະນາເພື່ອຍົກລະດັບສີມືແຮງງານຂອງຄົນລາວ ຍັງບໍ່ສາມາດຕອບສະໜອງຄວາມຕ້ອງການຂອງບໍລິສັດຕ່າງປະເທດທີ່ມາລົງທຶນຢູ່ລາວໄດ້ພຽງພໍກັບຄວາມຕ້ອງການຕົວຈິງ ໂດຍສະເພາະແມ່ນນັກຊ່ຽວຊານດ້ານເທັກໂນໂລຈີທີ່ທັນສະໄໝ ແລະເມື່ອສົມທົບກັບການລະບາດຂອງໄວຣັສໂຄວິດ-19 ໃນປັດຈຸບັນນີ້ ກໍເຮັດໃຫ້ອັດຕາການຫວ່າງງານຢູ່ໃນລາວເພີ່ມຂຶ້ນຈາກ 7 ເປີເຊັນ ໃນຕົ້ນປີ 2020 ມາເປັນ 25 ເປີເຊັນ ໃນປັດຈຸບັນນີ້.

ໃນຊ່ວງປີ 2016-2020 ຜ່ານມາ ລັດຖະບານລາວ ສາມາດສ້າງວຽກເຮັດງານທຳໃຫ້ກັບແຮງງານລາວໄດ້ທັງໝົດ 523,559 ຄົນ ຄິດເປັນ 73 ເປີເຊັນຂອງແຜນການ 5 ປີ. ໃນນີ້ ແບ່ງເປັນການສ້າງວຽກເຮັດງານທຳພາຍໃນປະເທດໄດ້ທັງໝົດ 244,055 ຄົນ ແລະ 279,504 ຄົນ ເປັນແຮງງານລາວ ທີ່ສົ່ງອອກໄປປະເທດໄທ, ເກົາຫຼີໃຕ້ ແລະ ຍີ່ປຸ່ນພາຍໃຕ້ສັນຍາການຈ້າງແຮງງານທີ່ລັດຖະບານລາວ ໄດ້ຕົກລົງຮ່ວມກັບ 3 ປະເທດທີ່ໄດ້ວາງແຜນການຈ້າງແຮງງານລາວ ລວມກັນເຖິງ 473,150 ຄົນ ແຕ່ດ້ວຍການລະບາດຂອງໄວຣັສໂຄວິດ-19 ຈຶ່ງເຮັດໃຫ້ແຮງງານລາວ 193,646 ຄົນບໍ່ສາມາດເດີນທາງໄປ 3 ປະເທດດັ່ງກ່າວໄດ້ ຈົນເຖິງປັດຈຸບັນ.

ນອກຈາກນີ້, ການລະບາດຮ້າຍແຮງຂອງໄວຣັສ COVID-19 ໃນປະເທດໄທ, ຍັງເຮັດໃຫ້ມີການເລີກຈ້າງແຮງງານລາວຫຼາຍກວ່າ 300,000 ຄົນ ທີ່ໄດ້ພາກັນກັບຄືນມາລາວແລ້ວນັ້ນ. ຈຳນວນຄົນຫວ່າງງານຢູ່ໃນລາວນັບມື້ນັບກາຍເປັນບັນຫາຮ້າຍແຮງເພີ້ມຂຶ້ນອີກ ຊຶ່ງລັດຖະບານລາວໄດ້ແກ້ໄຂບັນຫາດັ່ງກ່າວ ໂດຍການເຈລະຈາກັບພາກທຸລະກິດໃນລາວ ເພື່ອຂໍໃຫ້ມີການຈ້າງແຮງງານລາວເພີ້ມຂຶ້ນ. ຫາກແຕ່ບັນຫາມີຢູ່ວ່າ ແຮງງງານລາວບໍ່ສາມາດຕອບສະໜອງຄວາມຕ້ອງການຂອງບັນດາໂຄງການຂະໜາດໃຫຍ່ໄດ້ເລີຍ ດັ່ງທີ່ທ່ານກິແກ້ວ ໄຂຄຳ ພິທູນ, ຮອງນາຍົກລັດຖະມົນຕີໄດ້ໃຫ້ການຢືນຢັນວ່າ:

ລະຫວ່າງການພັດທະນາຊັບພະຍາກອນມະນຸດ ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຢູ່ໃນການພັດທະນາບໍ່ທັນສົມຄູ່ນໍາກັນ ແຮງໂຄງການໃຫຍ່ກ້າວເຂົ້າມາ ພວກເຮົາຈຶ່ງເຫັນວ່າພວກເຮົາສ້າງຄົນໄປບໍ່ທັນ ທາງລົດໄຟລາວ-ຈີນ ຊິເປີດໃຊ້ໃນທ້າຍປີນີ້ ເດືອນສິບສອງນີ້ ຢູ່ໃສຄົນ, ຢູ່ໃສກໍາມະກອນ ບໍ່ທັນເວົ້າອັນອື່ນນະ ຊິຊອກຄົນໄປຍົກທຸງຂາວ, ທຸງສີແດງ, ຊິໃຫ້ລົດໄຟໄປ-ບໍ່ໄປ ຍັງຫາຍາກເດະ. ບໍ່ທັນເວົ້າຄຸນນະພາບດີ ຫຼືບໍ່ດີ. ພະຍາດໂຄວິດນີ້ເຂົ້າມາ ມັນຮຽກຮ້ອງໃຫ້ມີການພັດທະນາຂອງຂະແໜງຕ່າງໆ ແຮງມີຄວາມຫຍຸ້ງຍາກ.

ສ່ວນທ່ານອະດີສອນ ເກີດມົງຄົນ ຜູ້ປະສານງານເຄືອຂ່າຍອົງກອນດ້ານປະຊາກອນຂ້າມ
ຊາດ (MWG) ໃຫ້ການຢືນຢັນວ່າ ການລະບາດຂອງພະຍາດໄວຣັສ COVID-19 ໄດ້
ເຮັດໃຫ່້ບັນດານາຍຈ້າງໃນປະເທດໄທ ໄດ້ເລີກຈ້າງແຮງງານຈາກມຽນມາ ກຳປູເຈຍ
ແລະລາວຫລາຍກວ່າ 1 ລ້ານຄົນ ໃນນີ້ລວມເຖິງແຮງງານລາວ 3 ແສນກວ່າຄົນ ທີ່ໄດ້ ເດີນທາງກັບຄືນໄປລາວໃນປີ 2020 ໂດຍບໍ່ສາມາດທີ່ຈະເດີນທາງເຂົ້າມາໃນໄທໄດ້ອີກ ຈຶ່ງຕ້ອງພາກັນລັກລອບເດີນທາງເຂົ້າມາໄທ ໂດຍຜິດກົດໝາຍໃນເວລານີ້ ດັ່ງທີ່ທ່ານອະດີສອນ ໄດ້ໃຫ້ການອະທິບາຍວ່າ:
ໂຄວິດຊ່ວງທຳອິດ ກິດຈະການສ່ວນໃຫຍ່ ມັນປິດເຮັດໃຫ້ມັນເກີດມີແຮງງານຫາຍ
ຈາກລະບົບໃນຊ່ວງນັ້ນ 5 ແສນກວ່າຄົນ ຫຼືເກືອບ 6 ແສນຄົນທີ່ເຮັດວຽກຜິດກົດໝາຍ
ອີກອັນນຶ່ງຄື ຄົນທີ່ເດີນທາງກັບໄປກ່ອນຈະປິດຊາຍແດນ ກຸ່ມນຶ່ງກໍຄືກຸ່ມຄົນເດີມ ທີ່ເຮັດ
ວຽກຢູ່ແລ້ວໆກໍກັບບ້ານໄປກ່ອນ ບັນຫາຄືພໍປິດຊາຍແດນປັບ ມັນກັບເຂົ້າມາບໍ່ໄດ້ຄົນ
ອີກກຸ່ມນຶ່ງກໍຄືຄົນທີ່ຂໍນຳເຂົ້າ ຖືກຕ້ອງໝົດ ແລ້ວຫລະ ພຽງແຕ່ວ່າຊ່ວງກ່ອນນຳເຂົ້າ
ມາ ມັນເປີດຊາຍແດນ ແລະຄາວນີ້ພໍມັນເຂົ້າມາບໍ່ໄດ້ເຮັດໃຫ້ຄົນກຸ່ມນີ້ແອບລັກລອບເຂົ້າມາເຖິງ 4 ແສນກວ່າຄົນ.

ສ່ວນສະພາການຄ້າ ແລະອຸດສາຫະກໍາແຫ່ງຊາດລາວ ກໍປະເມີນວ່າທຸລະກິດບໍລິການ ແລະທ່ອງທ່ຽງໃນລາວໄດ້ມີການເລີກຈ້າງພະນັກງານເກີນກວ່າ 1 ແສນຄົນ ໃນປີ 2020 ສອດຄ້ອງກັບສະຖາບັນຄົ້ນຄ້ວາເສດຖະກິດແຫ່ງຊາດລາວ ທີ່ຄາດການວ່າ ພາກບໍລິການ ແລະທ່ອງທ່ຽວໃນລາວຕ້ອງສູນເສຍລາຍໄດ້ເກີນກວ່າ 700 ລ້ານໂດລາ ເພາະວ່າ ບໍ່ມີນັກທ່ອງທ່ຽວຕ່າງຊາດເດີນທາງເຂົ້າມາໃນລາວ ນັບແຕ່ເດືອນເມສາ 2020 ເປັນຕົ້ນມາ.

ສ່ວນກະຊວງແຜນການ ແລະການລົງທຶນ ກໍ່ໄດ້ປະເມີນວ່າ ການລະບາດຂອງໄວຣັສໂຄວິດ-19 ເຮັດໃຫ້ເສດຖະກິດລາວເກີດການເສຍຫາຍຫລາຍກວ່າ 128,690 ບໍລິສັດ ໃນທົ່ວປະເທດ ຊຶ່ງຈະຕ້ອງໃຊ້ເວລາຫລາຍປີ ເພື່ອຟື້ນຟູໃຫ້ກັບຄືນສູ່ສະພາບປົກກະຕິ ແລະຄາດວ່າລັດຖະບານລາວຕ້ອງການ ຈະໄດ້ຮັບການຊ່ວຍເຫລືອຈາກຕ່າງປະເທດບໍ່ໜ້ອຍກວ່າ 4,000 ລ້ານໂດລາສໍາລັບນໍາໃຊ້ເຂົ້າໃນການຟື້ນຟູເສດຖະກິດ ແລະສັງຄົມລາວໃນຊ່ວງປີ 2021-2025 ຕໍ່ໄປນີ້.

XS
SM
MD
LG