ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນຫາຄຸນນະພາບຕ່ຳ ຂອງຄູໃນລາວ ຄືສາເຫດສຳຄັນ ເຮັດໃຫ້ຄຸນນະພາບ ການສຶກສາຕົກຕ່ຳ


Xwendekarên Efrînî di Ezmûnên dawîya salê da li penageha Şehba
Xwendekarên Efrînî di Ezmûnên dawîya salê da li penageha Şehba

ລັດຖະມົນຕີລາວ ຍອມຮັບວ່າ ບັນຫາຄຸນນະພາບຕ່ຳຂອງບັນດາຄູສ່ວນໃຫຍ່ໃນລາວ
ຄືສາເຫດສຳຄັນ ທີ່ເຮັດໃຫ້ການສຶກສາໃນລາວ ມີຄຸນນະພາບຕ່ຳທີ່ສຸດ ໃນບັນດາ
ປະເທດສະມາຊິກ ຂອງອາຊຽນດ້ວຍກັນ.

ໂດຍອີງຕາມລາຍງານຂອງກະຊວງສຶກສາທິການ ແລະກິລາ ລະບຸວ່າ ອັດຕາການເຂົ້າ
ຮຽນຂອງເດັກນ້ອຍລາວ ທີ່ມີອາຍຸ ລະຫວ່າງ 3 ຫາ 5 ປີ ຢູ່ທີ່ລະດັບ 49 ເປີເຊັນ ສ່ວນ
ການເຂົ້າຮຽນໃນລະດັບປະຖົມສຶກສາ ລະດັບມັດທະຍົມຕົ້ນ ແລະລະດັບມັດທະຍົມ
ປາຍນັ້ນ ຢູ່ທີ່ອັດຕາສະເລ່ຍ 97.9 ເປີເຊັນ ກັບ 82.2 ເປີເຊັນ ແລະ 47.8 ເປີເຊັນ ຕາມ
ລຳດັບ ຊຶ່ງຖືເປັນການພັດທະນາດ້ານການສຶກສາ ທີ່ມີການຂະຫຍາຍຕົວເພີ້ມຂຶ້ນ ໃນ
ທຸກພາກສ່ວນ ຫາກແຕ່ການພັດທະນາການສຶກສາໃນລາວ ຍັງຂາດຄຸນນະພາບ ຊຶ່ງ
ເຫັນໄດ້ ຈາກອັດຕາການຄ້າງຫ້ອງ ໃນລະດັບປະຖົມສຶກສາ ຍັງຢູ່ທີ່ລະດັບ 4.9 ເປີເຊັນ
ສ່ວນບັນຫາຄວາມຍາກຈົນ ກໍເຮັດໃຫ້ເດັກນ້ອຍຕ້ອງປະການຮຽນ ໃນອັດຕາສະເລ່ຍ
4.8 ເປີເຊັນ ຊຶ່ງສູງທີ່ສຸດໃນກຸ່ມອາຊຽນດ້ວຍກັນ.

ຍິ່ງໄປກວ່ານັ້ນ ດ້ວຍສະພາບຊີວິດການເປັນຢູ່ ທີ່ຍາກຈົນຢ່າງຍິ່ງຂອງປະຊາຊົນລາວ
ຊຶ່ງມີສາເຫດມາຈາກລະດັບຄ່າຄອງຊີບ ທີ່ປັບຕົວສູງຂຶ້ນນັບມື້ ໃນຂະນະທີ່ລັດຖະບານ
ລາວ ກໍບໍ່ສາມາດຈະໃຫ້ການຊ່ອຍເຫຼືອໄດ້ເລີຍນັ້ນ ກໍຍັງເຮັດໃຫ້ການປະການຮຽນ ຂອງ
ເດັກນ້ອຍ ໃນລະດັບປະຖົມສຶກສາ ໃນເຂດຊົນນະບົດຂອງລາວນັ້ນ ມີອັດຕາສະເລ່ຍສູງ
ກວ່າ 20 ເປີເຊັນ ອີກດ້ວຍ.

ຄູທ່ານນຶ່ງ ທັງຕ້ອງໄດ້ສອນໜັງສື ແລະເອົາລູກນ້ອຍພ້ອມໆກັນໄປ ຊຶ່ງສະທ້ອນໃຫ້ເຫັນ ບັນຫາການຂາດແຄນຄູ ຢູ່ໃນເຂດຊົນນະບົດ
ຄູທ່ານນຶ່ງ ທັງຕ້ອງໄດ້ສອນໜັງສື ແລະເອົາລູກນ້ອຍພ້ອມໆກັນໄປ ຊຶ່ງສະທ້ອນໃຫ້ເຫັນ ບັນຫາການຂາດແຄນຄູ ຢູ່ໃນເຂດຊົນນະບົດ


ຍິ່ງໄປກວ່ານັ້ນ ບັນຫາຄຸນນະພາບຕ່ຳຂອງບັນດາຄູ-ອາຈານສ່ວນໃຫຍ່ຂອງລາວ ໃນ
ປັດຈຸບັນນີ້ ມີສາເຫດມາຈາກວິທີການຄັດເລືອກທີ່ຜິດພາດ ແລະບໍ່ໄດ້ມາດຕະຖານ
ເພາະການຄັດເລືອກ ຄູ-ອາຈານຂອງລາວ ໃນໄລຍະຜ່ານມາ ໄດ້ໃຫ້ຄວາມສຳຄັນກັບ
ສະພາບຮ່າງກາຍຫຼາຍກວ່າ ຄວາມຮູ້ຄວາມສາມາດຂອງຄູ ຈຶ່ງເຮັດໃຫ້ໄດ້ຄູໂຕໃຫຍ່
ແຕ່ບໍ່ມີຄວາມຮູ້ຄວາມສາມາດ ໃນການສອນນັກຮຽນ ອັນໄດ້ສົ່ງຜົນຕໍ່ເນື່ອງ ເຮັດໃຫ້
ນັກຮຽນທີ່ຈົບການສຶກສາມາ ຢ່າງບໍ່ມີຄຸນນະພາບດ້ວຍເຊັ່ນກັນ ໂດຍເພື່ອເປັນການແກ້
ໄຂບັນຫາດັ່ງກ່າວ ກະຊວງສຶກສາທິການ ແລະກິລາຂອງລາວ ຈຶ່ງລິເລີ້ມການຄັດເລືອກ
ຄູ-ອາຈານແບບໃໝ່ ດ້ວຍການຈັດໃຫ້ມີການສອບເສັງ ຢ່າງເປີດກວ້າງ ແລະຄັດເລືອກ
ເອົາສະເພາະຜູ້ທີ່ສອບເສັງໄດ້ຄະແນນສູງເທົ່ານັ້ນ ດັ່ງທີ່ທ່ານກອງສີ ແສງມະນີ ລັດຖະ-
ມົນຕີຊ່ວຍວ່າການ ກະຊວງສຶກສາທິການ ແລະກິລາ ໄດ້ໃຫ້ການຢືນຢັນວ່າ:

ຫຼັງປົດປ່ອຍມາ ຄຸນນະພາບຂອງຄູມັນມີ 2 ຫາ 3 ໄລຍະ ທີ່ແຕກຕ່າງກັນ ດຽວນີ້ຄູ
ເຂົ້າມາຫຼາຍແລ້ວ ພວກຂ້າພະເຈົ້າເລືອກ ໂດຍມີມາດຕະຖານຄວາມສູງ ຄວາມຕຸ້ຍ
ຄວາມໜັກ ນອກຈາກຜູ້ທີ່ເປັນກໍລະນີພິເສດ ແລ້ວກະມີ ກໍລະນີຫາງສຽງວ່າ ຄູຜູ້ເກັ່ງ
ມັນສິບໍ່ໄດ້ຕີ້ ອັນຄູເຕ້ຍຫລະແມ່ນເກັ່ງຫັ້ນໜະ ແຕ່ປັດຈຸບັນນີ້ ພວກເຮົາຍັງເລືອກຜູ້
ມາຮຽນຄູ ບໍ່ທັນໄດ້ຄຸນນະພາບ ອັນນີ້ຍອມຮັບ ແລະປີໜ້ານີ້ ໄດ້ວາງແຜນກັນແລ້ວ
ວ່າ ຈະເສັງເອົາໝົດ ຜູ້ໃດເຂົ້າຮຽນຄູ ເສັງໄດ້ເກັ່ງກວ່າໝູ່ ແມ່ນສິຂໍໃຫ້ລັດລ້ຽງ.”

ປັດຈຸບັນ ກະຊວງສຶກສາທິການແລະກິລາ ມີຄູ-ອາຈານທັງໝົດ 18,000 ກວ່າຄົນ ທົ່ວ
ປະເທດ ແລະໃນປີ 2018 ນີ້ ລັດຖະບານລາວ ກໍອະນຸຍາດໃຫ້ສາມາດຮັບຄູໃໝ່ໄດ້
ບໍ່ເກີນ 1,800 ຄົນ ເທົ່ານັ້ນ ດ້ວຍເຫດນີ້ ຈຶ່ງເຮັດໃຫ້ໂຮງຮຽນໃນເຂດຊົນນະບົດຫ່າງໄກ
ຍັງຈະຕ້ອງປະເຊີນບັນຫາຂາດຄູສອນຕໍ່ໄປນັ້ນເອງ.

ຍິ່ງໄປກວ່ານັ້ນ ບັນຫາດັ່ງກ່າວຍັງຖືເປັນສະພາບການ ທີ່ກົງກັນຂ້າມກັບນະໂຍບາຍ
ຂອງລັດຖະບານລາວ ຊຶ່ງໄດ້ປະກາດເປົ້າໝາຍ ຈະຂະຫຍາຍໂອກາດດ້ານການສຶກສາ
ສຳລັບເດັກນ້ອຍ ໃນເຂດຊົນນະບົດໃຫ້ໄດ້ຢ່າງທົ່ວເຖິງໃນປີ 2015 ທີ່ຜ່ານມາ ຫາກແຕ່
ດ້ວຍບັນຫາຄວາມຍາກຈົນ ຂອງປະຊາຊົນທີ່ຍັງບໍ່ໄດ້ຮັບການແກ້ໄຂນັ້ນ ຈຶ່ງເຮັດໃຫ້ລັດ
ຖະບານລາວ ບໍ່ສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ໃນຕົວຈິງ.

ນອກຈາກນັ້ນ ບັນຫາທີ່ເປັນອຸປະສັກ ຕໍ່ການຂະຫຍາຍໂອກາດ ທາງດ້ານການສຶກສາ
ຂັ້ນພື້ນຖານ ໃຫ້ໄດ້ຢ່າງທົ່ວເຖິງໃນລາວ ອີກປະການນຶ່ງ ກໍແມ່ນບັນຫາຂາດແຄນດ້ານ
ງົບປະມານຂອງລັດຖະບານ ໂດຍເຫັນໄດ້ຈາກການພິມ ແລະແຈກຈ່າຍຕຳລາຮຽນ ໃຫ້
ນັກຮຽນໃຫ້ນັກຮຽນຊັ້ນປະຖົມທຸກຄົນ ໃນປີ 2015 ແຕ່ຈົນເຖິງປັດຈຸບັນ ກໍຍັງສາມາດ
ປະຕິບັດໄດ້ບໍ່ເຖິງ 70 ເປີເຊັນ ຂອງນັກຮຽນທັງໝົດໃນທົ່ວປະເທດລາວ.

XS
SM
MD
LG