ການພັດທະນາດ້ານການສຶກສາທີີ່ມີຄຸນນະພາບຕໍ່າ ເຮັດໃຫ້ລັດຖະບານລາວມບໍ່ ສາມາດບັນລຸເປົ້າໝາຍທີ່ວາງໄວ້ເຖິງ 10 ດ້ານໃນປີ 2020 ໂດຍສະເພາະເປົ້າ ໝາຍການຂະຫຍາຍໂອກາດ ດ້ານການສຶກສາ ໄປເຂດຊົນນະບົດ ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.
ທ່ານນາງແສງເດືອນ ຫຼ້າຈັນທະບຸນ ລັດຖະມົນຕີວ່າການກະຊວງສຶກສາທິການ ແລະກິລາ
ຍອມຮັບວ່າມາດຕະຖານການສຶກສາໃນເຂດໂຕເມືອງ ກັບເຂດຊົນນະ ບົດໃນລາວ ຍັງມີ
ການແຕກໂຕນກັນຫຼາຍຊຶ່ງເຫັນໄດ້ຈາກບັນຫາຂາດແຄນຄູຂອງ ບັນດາໂຮງຮຽນໃນເຂດ
ຊົນນະບົດ ເຮັດໃຫ້ຕ້ອງອາໄສການປະກອບສ່ວນ ຈາກຄູ ອາສາສະໝັກຈຳນວນ 9,809
ຄົນ ຂະນະທີ່ໂຮງຮຽນໃນເຂດໂຕເມືອງ ກັບມີຄູ ເກີນລະດັບຄວາມຕ້ອງການໂຕຈິງເຖິງ
8,611 ຄົນແລະໃນຈໍານວນດັ່ງກ່າວນີ້ ກໍ ຍັງບໍ່ມີຄູຄົນໃດທີ່ສະໝັກໄປສອນ ໃນເຂດຊົນ
ນະບົດ ໂດຍເມື່ອສົມທົບກັບການທີ່ ລັດຖະບານລາວ ໄດ້ຈຳກັດໂຄຕາ ໃຫ້ບັນຈຸຄູໃໝ່
ໄດ້ບໍ່ເກີນ 1,040ຄົນ ໃນປີ 2020 ດ້ວຍແລ້ວ ຈຶ່ງເຮັດໃຫ້ໂຮງຮຽນໃນເຂດຊົນນະບົດ ຍັງ
ຕ້ອງຜະເຊີນບັນຫາຂາດແຄນຄູຕໍ່ໄປ.
ແຕ່ຢ່າງໃດກໍຕາມກະຊວງສຶກສາທິການກໍຈະແກ້ໄຂບັນຫາດັ່ງກ່າວດ້ວຍການພັດທະນາ
ການສຶກສາທາງໄກຜ່ານລະບົບ Internet ແລະໂທລະພາບທີ່ເຊື່ອມຕໍ່ໄປ ຍັງບັນດາໂຮງ
ຮຽນ ໃນເຂດຊົນນະບົດໃຫ້ໄດ້ຢ່າງກວ້າງຂວາງຫຼາຍຂຶ້ນ ຊຶ່ງເປັນ ສ່ວນນຶ່ງໃນແຜນການ
ພັດທະນາ ແລະສົ່ງເສີມການສຶກສາຕະຫຼອດຊີວິດຂອງປະ ຊາຊົນລາວໃນທົ່ວປະເທດ
ໂດຍແນ່ໃສ່ການພັດທະນາເພື່ອຍົກລະດັບຄຸນນະພາບ ຊັບພະຍາກອນຂອງປະເທດ
ລາວ ໃນທົ່ວປະເທດໂດຍແນໃສ່ການພັດທະນາເພື່ອ ຍົກລະດັບຄຸນນະພາບ ຊັບພະຍາ
ກອນມະນຸດໃນລາວໃຫ້ໄດ້ມາດຕະຖານສາກົນ ເທື່ອລະກ້າວ ດັ່ງທີ່ທ່ານນາງແສງເດືອນ
ໄດ້ໃຫ້ການຢືນຢັນວ່າ:
“ຕໍ່ກັບສະພາບການນັ້ນ ກະຊວງສຶກສາທິການ ແລະກໍພາໄດ້ມີການຮັບມື ໂດຍອີງໃສ່
ກົດໝາຍນິຕິກໍາຕ່າງໆ ທີ່ມີໂດຍສະເພາະແມ່ນດຳລັດ ວ່າດ້ວຍການຮຽນຮູ້ຕະ ຫຼອດ
ຊີວິດ ເພື່ອສົ່ງເສີມການສຶກສາໄປສູ່ເຂດຫ່າງໄກສອກຫຼີກ ສ້າງເງື່ອນໄຂໃຫ້ແກ່ກຸ່ມ
ເປົ້າໝາຍຜູ້ທີ່ດ້ອຍໂອກາດ ຜູ້ທຸກຍາກ ເພດຍິງ ຊົນເຜົ່າ ຜູ້ພິການ ໄດ້ຮັບ ການສຶກສາ
ທີ່ມີຄວາມສະເໝີພາບ ແລະເທົ່າທຽມ ໂດຍຜ່ານການຈັດການຮຽນ ການສອບໃນຫຼາຍ
ຮູບແບບເຊັ່ນການຮຽນຜ່ານໂທລະພາບ ວິທະຍຸ ສື່ສັງຄົມ online ແລະອື່ນໆ.”
ໃນປັດຈຸບັນອັດຕາການເຂົ້າຮຽນຂອງເດັກນ້ອຍລາວອາຍຸ 3 ຫາ 5 ປີ ຢູ່ທີ່ລະດັບ 49
ເປີເຊັນ ສ່ວນການເຂົ້າຮຽນ ໃນລະດັບປະຖົມສືກສາ ລະດັບມັດທະຍົມຕົ້ນ ແລະມັດ
ທະຍົມປາຍຢູ່ທີ່ອັດຕາສະເລ່ຍ 97.9 ເປີເຊັນ ກັບ 82.2 ເປີເຊັນ ແລະ 47.8 ເປີເຊັນ
ຕາມລຳດັບ ຊຶ່ງກໍຖືເປັນການພັດທະນາດ້ານການສຶກສາທີ່ມີການ ຂະຫຍາຍໂຕເພີ້ມ
ຂຶ້ນໃນທຸກພາກສ່ວນ ຫາກແຕ່ວ່າການພັດທະນາການສຶກສາ ໃນລາວທີ່ຍັງຂາດຄຸນ
ນະພາບເຫັນໄດ້ຈາກອັດຕາການຄ້າງຫ້ອງໃນລະດັບປະຖົມ ສືກສາຍັງຢູ່ທີ່ລະດັບ
3.8 ເປີເຊັນ ສ່ວນບັນຫາຍາກຈົນ ຂອງປະຊາຊົນລາວໃນ ເຂດຊົນນະບົດກໍຍັງເຮັດ
ໃຫ້ເດັກນ້ອຍລາວຕ້ອງປະການຮຽນໃນອັດຕາສະເລ່ຍເຖິງ 4.8 ເປີເຊັນ ຊຶ່ງຖືເປັນອັດ
ຕາທີ່ສູງທີ່ສຸດໃນອາຊຽນ ແລະເມື່ອສົມທົບດ້ວຍສະ ພາບການຊີວິດການເປັນຢູ່ທີ່ຍາກ
ຈົນຢ່າງຍິ່ງຂອງປະຊາຊົນໃນລາວ ຊຶ່ງມີສາເຫດ ມາຈາກລະດັບຄ່າຄອງຊີບທີ່ປັບໂຕ
ສູງຂຶ້ນນັບມື້ ໃນຂະນະທີ່ລັດຖະບານລາວ ກໍບໍ່ສາມາດຈະໃຫ້ການຊ່ວຍເຫຼືອໄດ້ເລີຍນັ້ນ
ກໍຍັງເຮັດໃຫ້ການປາກ ການຮຽນ ໃນ ລະດັບປະຖົມສຶກສາໃນເຂດຊົນນະບົດຂອງລາວ
ນັ້ນ ມີອັດຕາສະເລ່ຍ ສູງກວ່າ 20 ເປີເຊັນ ອັນເຮັດໃຫ້ລັດຖະບານບໍ່ສາມາດບັນລຸເປົ້າ
ໝາຍການພັດທະນາໃນ ດ້ານການສຶກສາເຖິງ 10 ຄາດໝາຍ ດັ່ງທີ່ທ່ານທອງລຸນ
ສີສຸລິດ ນາຍົກລັດ ຖະມົນຕີ ໄດ້ຖະແຫ໌ງຢືນຢັນວ່າ:
“ບໍ່ບັນນລຸຜົນມີ 10 ຄາດໝາຍເປັນຕົ້ນແມ່ນອັດຕາການຄ້າງຫ້ອງຊອງນັກຮຽນ ປ. 1
ຍັງເຫຼືອ 6.3 ເປີເຊັນ ແຜນການ 5 ເປີເຊັນ ອັດຕາການປະລະການຮຽນ ຂອງນັກຮຽນ
ຊັ້ນ ປ. 1ຍັງເຫຼືຶອ 6.4 ເປີເຊັນ ຕາມແຜນລະໃຫ້ຍັງເຫຼືອ 5 ເປີ ເຊັນ ອັດຕາການຮອດ
ເຫຼືອຮອດຊັ້ນ ປ. 5 ປະຕິບັດໄດ້ 82.1 ເປີເຊັນ ມະຕິ ການໃຫ້ 90 ເປີເຊັນ ອັດຕາເຂົ້າ
ຮຽນຮວມຂອງນັກຮຽນມັດທະຍົມຕອນຕົ້ນໄດ້ 83.3 ເປີເຊັນ ມັດທະຍົມປາຍໄດ້ 54.8
ເປີເຊັນຄາດໝາຍແມ່ນ 60 ເປີເຊັນ. “
ໃນປັດຈຸບັນກະຊວງສຶກສາທິການ ມີຄູ ອາຈານທັງໝົດ 19,000 ກວ່າຄົນ ໃນທົ່ວປະ
ເທດ ແລະໃນປີ 2020 ລັດຖະບານລາວກໍໄດ້ຈຳກັດໂຄຕາ ໃຫ້ບັນຈຸໃໝ່ ໄດ້ບໍ່ເກີນ
1,040 ຄົນເທົ່ານັ້ນ ໃຂະນະທີ່ມີຄູອາສາສະໝັກ ໃນເຂດຊົນນະບົດ ຢູ່ແລ້ວເຖິງ 9,809
ຄົນ ດ້ວຍເຫດນີ້ ຈຶ່ງເຮັດໃຫ້ກະຊວງສຶກສາທິການ ໄດ້ວາງ ແຜນການຈະບັນຈຸຄູໃໝ່
ຈາກຈຳນວນຄູອາສາສະໝັກໄດ້ບໍ່ເກີນ 3,374 ຄົນ ໃນປີ 2020 ຫາ 2022 ສ່ວນທີ່ເຫຼືອ
ນັ້ນກໍຈະສົ່ງໄປລະດັບວິຊາຊີບຄູ 2,312 ຄົນ ແລະສ້າງອາຊີບໃໝ່ 4,123 ຄົນ.
ຍິ່ງໄປກວ່ານັ້ນບັນຫາດັ່ງກ່າວກໍຍັງຖືເປັນສະພາບການທີ່ກົງກັນຂ້າມກັບນະໂຍບາຍຂອງ
ລັດຖະບານລາວ ທີ່ໄດ້ປະກາດເປົ້າໝາຍຂະຫຍາຍໂອກາດດ້ານການ ສຶກສາສຳລັບເດັກ
ໃນເຂດຊົນນະບົດຢ່າງທົ່ວເຖິງພາຍໃນປີ 2015 ແຕ່ວ່າດ້ວຍ ບັນຫາຍາກຈົນຂອງປະຊາ
ຊົນລາວທີ່ຍັງບໍ່ໄດ້ຮັບການແກ້ໄຂນັ້ນ ຈຶ່ງເຮັດໃຫ້ລັດຖະ ບານລາວບໍ່ສາມາດມບັນລຸເປົ້າ
ໝາຍດັ່ງກ່າວໄດ້ແທ້ ຊຶ່ງຮວມເຖິງການຈັດພິມແລະ ແຈກຈ່າຍຕຳລາຮຽນ ໃຫ້ນັກຮຽນຊັ້ນ
ປະຖົມທຸກຄົນຢ່າງຄົບຖ້ວນໃນປີ 2015 ແຕ່ ວ່າກໍປະຕິບັດໄດ້ບໍ່ເຖິງ 70 ເປີເຊນ ໃນປັດ
ຈຸບັນນີ້.