ລັດຖະມົນຕີຕ່າງປະເທດຣັດເຊຍ ທ່ານ Sergai Lavrov ກ່າວ
ວ່າ ການຕັດສິນໃຈ ຂອງເລຂາທິການໃຫຍ່ ສະຫະປະຊາຊາດ
ທ່ານ Ban Ki-moon ທີ່ບໍ່ໃຫ້ອີຣ່ານ ເຂົ້າຮ່ວມການເປີດກອງ
ປະຊຸມເຈລະຈາສັນຕິພາບ ຊີເຣຍ ໃນວັນພຸດມື້ອື່ນນີ້ ແມ່ນຜິດ
ພາດ ແຕ່ບໍ່ເຖິງຂັ້ນພັງພິນາດ.
ທ່ານ Lavrov ໄດ້ໃຫ້ຄວາມເຫັນດັ່ງກ່າວໃນວັນອັງຄານມື້ນີ້
ຫລັງຈາກການຕັດສິນໃຈຂອງທ່ານ Ban ໃນວັນຈັນວານນີ້ທີ່
ວ່າ ອີຣ່ານບໍ່ເປັນທີ່ຕ້ອນຮັບອີກແລ້ວ ເພື່ອໃຫ້ໄປມີໜ້າ ໃນການ
ເຈລະຈາສັນຕິພາບ ທີ່ມີ 30 ກວ່າປະເທດເຂົ້າຮ່ວມຢູ່ ທີ່ເມືອງ
Montreux ປະເທດ Switzerland.
ໃນວັນອາທິດຜ່ານມານີ້ ທ່ານ Ban ໄດ້ປະກາດວ່າ ທ່ານໄດ້ເຊື້ອເຊີນໃຫ້ອີຣ່ານ ເຂົ້າຮ່ວມ.
ທ່ານຍັງກ່າວອີກວ່າ ທ່ານມີຄວາມເຊື່ອວ່າອີຣ່ານ ເຂົ້າໃຈດີ ເຖິງເປົ້າໝາຍຂອງການເຈລະ
ຈາ ແລະຈະເອົາບົດບາດໃນທາງບວກແລະສ້າງສັນ ກ່ຽວ ກັບການເຈລາຈາທີ່ວ່ານີ້.
ແຕ່ວ່າ ອີຣ່ານໄດ້ປະຕິເສດຕໍ່ແນວຄິດ ກ່ຽວກັບການສ້າງຕັ້ງ ລັດຖະບານໄລຍະ ຂ້າມໃນ
ຊີເຣຍ ແລະໂຄສົກຂອງທ່ານ Ban ຄືທ່ານ Martin Nesirky ກ່າວວ່າ ການປະຕິເສດບໍ່
ຍອມຮັບເອົາພື້ນຖານທີ່ມີການເຂົ້າໃຈກັນມາເປັນເວລາດົນ ນານແລ້ວກ່ຽວກັບການເຈລະ
ຈາແມ່ນບໍ່ສອດຄ່ອງກັບຄວາມໝາຍໝັ້ນກ່ອນໜ້າ ນີ້ ເພື່ອໃຫ້ເອົາບົດບາດໃນທາງບວກ
ນັ້ນ.
ທ່ານກ່າວວ່າ ທ່ານ Ban ຫວັງວ່າຈະຮ່ວມກັນກັບບັນດາປະເທດທີ່ໄປມີໜ້າໃນຄັ້ງນີ້ “ຊຸກຍູ້ຄັ້ງສຳຄັນເພື່ອໃຫ້ມີສັນຕິພາບ.” ການປະຊຸມໃນວັນພຸດມື້ອື່ນນີ້ ຈະເປີດໂອກາດໃຫ້ບັນດາ
ຜູ້ຕາງໜ້າໄດ້ຖະແຫລງ ກ່ຽວກັບການດຳເນີນຄວາມພະຍາຍາມ ເພື່ອສ້າງສັນຕິພາບ ກ່ອນ
ຈະຫັນໄປສູ່ ການເຈລະຈາໃນມື້ວັນສຸກ ທີ່ນະຄອນ Geneva ລະຫວ່າງພັກຝ່າຍຕ່າງໆຂອງ
ຊີເຣຍ ເທົ່ານັ້ນ ກັບທູດພິເສດສະຫະປະຊາຊາດ ແລະສັນນິບາດອາຣັບ ທ່ານ Lakhdar Brahimi.