ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເມືອງຈີນ ໃນຊານເມືອງຂອງນະຄອນ ລອສແອນເຈີເລສ ກຳລັງເຕີບໂຕ ພ້ອມກັບຄື້ນຟອງຂອງ ຊາວອົບພະຍົບຈີນ ທີ່ເຂົ້າມາໃໝ່


ວີດີໂອ ເມືອງຈີນ ໃນຊານເມືອງຂອງນະຄອນ ລອສແອນເຈີເລສ ກຳລັງເຕີບໂຕ ພ້ອມກັບຄື້ນຟອງຂອງ ຊາວອົບພະຍົບຈີນ

ເມືອງຈີນຂອງນະຄອນ ລອສ ແອນເຈີເລສ ໄດ້ຖືກປັບປ່ຽນຫຼາຍຢ່າງ ຂະນະທີ່ຊາວອົບພະຍົບຈີນຈາກແຜ່ນດິນໃຫຍ່ ເຂົ້າມາຮ່ວມນຳພວກ ຊາວຮົ່ງກົງ, ຊາວໄຕ້ຫວັນ ແລະຊາວເອເຊຍຕາເວັນອອກສຽງໃຕ້. ດັ່ງທີ່ ໄມ້ ໂອ’ຊູລີວັນ ລາຍງານມານັ້ນ ກໍແມ່ນວ່າ ຊຸ່ມຊົນກຸ່ມດັ່ງກ່າວ ກຳລັງເຕີບໃຫຍ່ ແລະ ທັງຍັງຂະຫຍາຍຕົວອອກໄປໃນເຂດຊົນນະບົດ ບ່ອນທີ່ຜູ້ທີ່ຫາກໍມາຮອດໃໝ່ເມື່ອມໍ່ໆມານີ້ ກໍພົບເຫັນສິ່ງທີ່ຄຸ້ນເຄີຍຫຼາຍຢ່າງ.

ເຖິງຈະມີຊາວອາເມຣິກັນເຊື້ອສາຍຈີນ ຫຼາຍໆຄົນຍັງສະເຫຼີມສະຫຼອງບຸນສຳຄັນ ຕ່າງໆ, ອາໄສຢູ່ ແລະ ເຮັດວຽກໃນເມືອງຈີນ ທີ່ເປັນປະຫວັດສາດ ໃນໃຈກາງ ນະຄອນ ລອສແອນເຈີເລສ ນັ້ນ​ກໍ​ຕາມ, ພື້ນທີ່​ທີ່​ມີ​ປະ​ຊາ​ກອນ​ຊາວຈີນໜາ​ແໜ້ນ​ທີ່​ສຸດຂອງນະຄອນລອສແອນເຈີເລສ ແມ່ນຢູ່ໃນເຂດຊານເມືອງທາງພາກຕາເວັນອອກ ຄື ຮ່ອມພູ ແຊນ ເກບຣີແອລ (San Grabriel Valley).

ນາງເຈັນນີ ເຮີ ອາຍຸ 13 ປີ ກຳລັງຫຼິ້ນກັບນ້ອງຊາຍຂອງລາວ ຢູ່ທີ່ນີ້ ອັນເປັນ ສະຖານທີ່ທີ່ໄດ້ດຶງດູດຊາວອົບພະຍົບ.....ຫຼາຍໆຄົນຈາກຈີນແຜ່ນດິນໃຫຍ່.

ນາງເຈັນນີ ແລະນ້ອງຊາຍຂອງລາວ ແລະພໍ່ ໄດ້ພາກັນເດີນທາງຜ່ານເຂດ ອາເມຣິກາກາງ ແລະ ວີໂອເອກໍໄດ້ພົບປະກັບພວກເຂົາ ຢູ່ທີ່ສູນຍົບພະຍົບໃນ ປະເທດປານາມາ ເມື່ອເດືອນກຸມພາທີ່​ຜ່ານ​ມາ. ພໍ່ຂອງພວກເຂົາ ທ້າວເຫີ ຂໍຮ້ອງບໍ່ໃຫ້ລະບຸຕົວຕົນລາວ ຍ້ອນຢ້ານວ່າ ທາງການຈີນຈະຮາວີລົບກວນຄອບ ຄົວຂອງລາວຢູ່ໃນຈີນ.

ທ້າວເຫີ ຜູ້ໄດ້ຍື່ນເອກະສານຂໍ້ລີໄພ ກ່າວໃນພາສາຈີນກາງ ວ່າ “ເຮືອຂອງພວກເຮົາໄດ້ພິກຂ​ວ້ຳ ສະນັ້ນພວກເຮົາບໍ່ສາມາດໄປດ້ວຍເຮືອ. ດັ່ງນັ້ນແທນທີ່ຈະຍ່າງເປັນເວລາສອງມື້ເຄິ່ງ, ພວກເຮົາໄດ້ຍ່າງເປັນເວລາສີ່ມື້ ເຄິ່ງໃນປ່າເຂດຮ້ອນ.”

ຕໍ່ມາລາວກໍບໍ່ເຫັນຂະບວນພວກຊາວອົບພະຍົບຢູ່ໃນປ່າເຂດຮ້ອນທີ່ຕຶບໜາ.

ລາວກ່າວວ່າ “ຂ້ອຍບໍ່ເຫັນຜູ້ໃດຢູ່ຕໍ່ໜ້າພວກເຮົາ ຫຼື ຢູ່ດ້ານຫຼັງພວກເຮົາເລີຍ ມັນເປັນການທົດສອບສະພາບຈິດຂອງຂ້ອຍເອງ.”

ພວກເຂົາກໍຜ່ານຜ່າອຸປະສັກໄປໄດ້. ເມື່ອຄອບຄົວນີ້ໄດ້ເດີນທາງມາເຖິງ ສະຫະລັດ ພວກເຂົາໄດ້ຂໍລີ້ໄພທາງດ້ານການເມືອງ ແລະ ກໍລິນີຂອງພວກເຂົາ ກໍພວມລໍຖ້າການພິຈາລະນາຢູ່.

ນາງເຈັນນີ ຄຶດຮອດໝາຂອງລາວຢູ່ໃນປະເທດຈີນ ແລະແມ່ຂອງລາວ ຜູ້ທີ່ຈະເດີນທາງມາຮ່ວມກັບພວກເຂົາຕາມທີ່ຫຼັງ, ແຕ່ນາງກໍດີໃຈ ຢູ່ທີ່ນີ້.

ນາງຫຼີ່ ເຫີ ກ່າວໃນພາສາຈີນກາງວ່າ “ອາເມຣິກາທີ່ຂ້ອຍຈິນຕະນາການ ເປັນ ບ່ອນທີ່ບໍ່ປອດໄພແທ້ໆ ແຕ່ເມື່ອຂ້ອຍໄດ້ມາຮອດທີ່ນີ້, ຂ້ອຍຮູ້ສຶກວ່າ ມັນງຽບ ສະຫງົບຫຼາຍຢູ່ທີ່ນີ້ ແລະພວກເຂົາມີຄວາມເມດຕາໂດຍສະເພາະກັບເດັກນ້ອຍ.”

ອີກຄົນນຶ່ງຈາກຈີນ ທີ່ຍື່ນເອກະສານຂໍລີ້ໄພ ກໍຄື ທ້າວຫຼີ່ ເດີລອງ ຜູ້ສົ່ງອາຫານ ຈາກລົດເຊົ່າ. ສອງປີຜ່ານມາ ລາວໄດ້ປະສົບກັບຄວາມຍາກລຳບາກ-ແລະ ພົບກັບພວກໂຈນ-ຢູ່ເຂດອາເມຣິກາກາງ.

ທ້າວຫຼີ່ ດຽວນີ້ ອາໄສ ແລະເຮັດວຽກຢູ່ໃນຄຸ້ມບ້ານບ່ອນທີ່ບໍ່ຕ້ອງໃຊ້ພາສາ ອັງກິດຫຼາຍ ເພື່ອທີ່ຈະຢູ່ລອດໄດ້.

ທ້າວ ຫຼີ່ ເດີລອງ ກ່າວໃນພາສາຈີນກາງວ່າ “ສິ່ງທີ່ຂ້ອຍເຂົ້າໃຈ ກໍແມ່ນວ່າ ສະຫະລັດ ເປັນປະເທດຂອງຊາວອົບພະຍົບ. ມີຊົນຊາດຕ່າງໆທີ່ແຕກຕ່າງກັນ ທັງໝົດອາໄສຢູ່ພາຍໃນຊຸມຊົນຂອງພວກເຂົາເຈົ້າ. ສຳລັບພວກອົບພະຍົບທີ່ມາ ໃໝ່ຄືຂ້ອຍນິ ຜູ້ທີ່ບໍ່ຮູ້ພາສາອັງກິດເລີຍ ຂ້ອຍກໍອາໄສຢູ່ໃນເຂດທີ່ຊາວຈີນຢູ່.”

ທ້າວຫຼີ່ ກໍຮັບມືກັບຄວາມເຫງົາຕາມລຳພັງ ແຕ່ກ່າວວ່າ ຊີວິດຢູ່ທີ່ນີ້ແມ່ນດີກວ່າ ຢູ່ໃນຈີນ.

ທ້າວຫຼີ່ ກ່າວວ່າ “ຢູ່ໃນສະພາບແວດລ້ອມແບບນັ້ນ ມັນຍາກທີ່ຈະຢູ່ລອດໄດ້. ພວກເຮົາບໍ່ຄ່ອຍເບິ່ງໂລກໃນແງ່ດີ ກ່ຽວກັບອະນາຄົດຂອງຈີນ ໂດຍສະເພາະ ນັບຕັ້ງແຕ່ທ່ານ ສີ ຈິ້ນຜິງ ໄດ້ເຂົ້າມາກຳອຳນາດ. ເສດຖະກິດຂອງຈີນ ກຳລັງ ຕົກຕ່ຳລົງເປັນເສັ້ນຊື່ເລີຍ.”

ບັນດາເຈົ້າໜ້າທີ່ສະຫະລັດ ກ່າວວ່າ ຈາກເດືອນຕຸລາ ປີ 2023 ຫາເດືອນ ເມສາ ປີ 2024 ມີຊາວອົບພະຍົບຈີນ 27,700 ຄົນໄດ້ພະຍາຍາມເຂົ້າມາໃນ ເຂດຊາຍແດນທາງພາກໃຕ້ໂດຍບໍ່ມີວີຊາ ພ້ອມທັງພວກອົບພະຍົບຫຼາຍຮ້ອຍ ພັນຄົນທີ່ມາຈາກປະເທດອື່ນໆ.

ຄື້ນຟອງຂອງພວກອົບພະຍົບຊາວຈີນ ທີ່ເດີນທາງມາຮອດນະຄອນ ລອສແອນເຈີເລສ ຕະຫຼອດໄລຍະບໍ່ເທົ່າໃດປີມານີ້ ໄດ້ຮັບການຊ່ວຍເຫຼືອຈາກ ກຸ່ມທີ່ມີຄວາມເມດຕາຕ່າງໆ-ທີ່ປະກອບດ້ວຍຊາວຈີນ ຜູ້ທີ່ໄດ້ມາຮອດກ່ອນພວກ ເຂົາເຈົ້າ.

ຫລ້າສຸດ ການຊ່ວຍເຫຼືອກໍມາຈາກ ແຫ່ງຕ່າງໆທີ່ຢູ່ພາຍນອກຊຸມຊົນຂອງພວກ ເຂົາເຈົ້າ ທີ່ລວມມີບົດຮຽນພາສາອັງກິດ ຈາກໂບດໃນທ້ອງຖິ່ນຢູ່ທີ່ແຫ່ງນີ້ ແລະ ເຄື່ອງໃຊ້ໃນຄົວເຮືອນຕ່າງໆ ໃນການປຸກລະດົມເພື່ອການກຸສົນຂອງຄຸ້ມບ້ານ ແຫ່ງນີ້.

ການຊ່ວຍເຫຼືອທັງຫຼາຍແມ່ນບໍ່ເປັນທາງການ, ມັນມາຈາກພວກເພື່ອນໆທີ່ມາໃໝ່ ທີ່​ພົບ​ກັນຢູ່ສະຖານທີ່ເຮັດວຽກ ຫຼື ຢູ່ສະຖານທີ່ເຕົ້າໂຮມກັນ ເຊັ່ນສູນການຄ້າ ແລະວັດວາແຫ່ງຕ່າງໆ....ຂະນະທີ່ພວກເຂົາປັບຕົວໃຫ້ເຂົ້າກັບໂລກ ທີ່ເປັນທັງ ແບບທີ່ຄຸ້ນເຄີຍ ແລະແຕກຕ່າງນັ້ນ.

Los Angeles' Chinatown has undergone many changes, as immigrants from mainland China join those from Hong Kong, Taiwan and Southeast Asia. As Mike O’Sullivan reports, the growing community has also expanded to the suburbs, where recent arrivals find much that is familiar.]]

Although many Chinese Americans still celebrate major festivals, ((nat pop)) live and work in historic Chinatown in downtown Los Angeles,

the most heavily populated Chinese areas of Los Angeles are the eastern suburbs — the San Gabriel Valley.

Thirteen-year-old Jenny He ((Pr: Huh)) plays with her younger brother here,

a place that has attracted many...

migrants from mainland China.

Jenny, her brother and father made their way through Central America, and VOA met them at a migrant center in Panama in February. Their father, He, asks that he not be fully identified for fear that Chinese authorities will harass his family in China.

(He, Asylum Applicant)

“Our boat overturned, so we couldn’t go by boat. So instead of a two and a half day walk, we had to walk for four and a half days in the rainforest.”

He would later lose sight of the migrant caravan in the depths of the rainforest.

(He, Asylum Applicant)

“I couldn’t see anyone in front of us or behind us. At that point, it was a test of my own state of mind.”

They persevered. When the family reached the United States, they asked for political asylum, and their case is pending.

Jenny misses her dog back in China, and her mom, who will join them later, but she is happy here.

(Jenny He, Asylum Applicant)) ((Female, Speaking Mandarin)

31:06 The America I had imagined is a place that’s not very safe, but once I got here, I feel it’s quite quiet here and they are especially kind to children. 31:20

Another asylum applicant from China, Li Delong, delivers food from a rental car. Two years ago, he faced hardships — and bandits — in Central America.

Li now lives and works in a neighborhood where not much English is needed to survive.

(Li Delong, Asylum Applicant)

“My understanding is that the U.S. is a country of immigrants. Different ethnicities all live within their communities. For a new immigrant like me who doesn’t really understand English, I mainly live in the Chinese enclave.”

Li copes with loneliness, but says life is better here than in China.

(Li Delong, Asylum Applicant)

“In that kind of environment, it’s hard to survive. We are not optimistic about the future (of China) especially since Xi Jinping came to power. The Chinese economy is declining in a straight line.”

U.S. officials say from October 2023 through April 2024, 27,700 Chinese migrants tried to enter without visas through the southern border, along with hundreds of thousands of migrants from other countries.

The waves of Chinese immigrants arriving in Los Angeles over the years have received help from benevolent groups — made up of Chinese who had come before them.

More recently, help has come from outside their own communities, including English lessons from this local church.

and household supplies at this neighborhood charity drive.

Much of the aid is informal, coming from new friends made at work or at gathering places like shopping centers and temples..

as they adapt to a world that’s both familiar and different.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG