ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວເມືອງ ແລະນັກທ່ອງທ່ຽວ ຕື່ນຕາຕື່ນໃຈ ໄປກັບແສງສີ ສະຫລອງບຸນຄຣິສມັສ ທີ່ Los Angeles


Los Angeles Christmas, A Feast for the Senses
please wait

No media source currently available

0:00 0:01:56 0:00

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ​ມື້​ອື່ນ​ນີ້ ວັນ​ທີ 25 ທັນວາ ກໍ​ຈະ​ແມ່ນ​ວັນ
ສະຫລອງ​ ບຸນຄຣິສມັສກັນ​ແລ້ວ ບັນຍາ​ກາດ​ໃນ​ທົ່ວ​ສະຫະລັດ
ຕອນ​ນີ້ ​ແມ່ນ​ຄຶກຄຶ້ນ​ໄປ​ດ້ວຍ​ສຽງ​ເພງ​ຄຣິສມັສ ແລະ​ການ​ເອ້
ຍ້ອງ​ທີ່ສວຍ​ງາມຢູ່​ຕາມ​ຫົວເມືອງ​ນ້ອຍ​ໃຫຍ່ ​ໂຮມ​ທັງ​ນະຄອນ
ລອສ ​ແອນ​ຈີ​ແລ​ສ ​ທີ່​ຕັ້ງ​ຢູ່ແຄມ​ທະ​ເລ ຂ້ອນ​ໄປທາງ​ພາກໃຕ້
ຂອງ​ລັດ​ແຄ​ລິ​ຟໍ​ເນຍ ເປັນ​ເມືອງ​ທີ່​ມີ​ອາກາດເຢັນ​ສະບາຍ ໂດຍ
​ສະ​ເພາະ​ໃນ​ຊ່ວງ​ເທດສະການຄຣິສມັສນີ້ ​ແມ່ນ​ໜ້າ​ເບິ່ງ​ໜ້າ​ຊົມ
ເປັນ​ພິ​ເສດໃນ​ຍາມ​ຄ່ຳຄືນ ຍ້ອນແສງ​ໄຟ​ແລະແສງສີເອ້ຍ້ອງ
ຂອງບຸນຄຣິສມັສ​ ຢູ່​ທົ່ວ​ຕົວ​ເມືອງ. ດາຣາຈະ​ພາ​ເຮົາ​ໄປ​ຊົມ​
ສະຖານ​ທີ່​ເອ້ຍ້ອງ​ທີ່​ເດັ່ນໆຫລາຍໆ​ແຫ່ງ​ຂອງ​ເມືອງ​ນີ້ ທີ່​ຖື​ວ່າ
​ເປັນ​ສູນ​ກາງ​ຄວາມ​ບັນ​ເທີ​ງ​ແລະ​ອຸດສາຫະກຳ​ຮູບ​ເງົາ​ຂອງ
ສະຫະລັດ ອິງຕາມ​ລາຍ​ງານ​ຂອງ Elizabeth Lee.

ສຽງ​ບັນ​ເລງ​ເພງຄຣິສມັສຂອງວົງ​ດົນຕີ ການຕົກ​ແຕ່ງເອ້ຍ້ອງ​ຕ່າງໆ ແລະແສງ​ສີຂອງ​
ດອກ​ໄຟ​ນ້ອຍໆ​ຫລາຍ​ຮ້ອຍ​ດອກ​ຢູ່​ຕາມຕົ້ນ​ໄມ້ ​ເຮັດ​ໃຫ້ຄຣິສມັສປີ​ນີ້​ ​ຮຸ່ງແຈ້ງສະຫວ່າງ
ສະ​ໄຫວ ມີ​ສີສັນ ​ແລະ​ຄຶກຄື້ນ​ມ່ວນ​ຊື່ນ​ເປັນ​ພິ​ເສດຢູ່​ໃນ​ພາກ​ໃຕ້​ລັດ​ແຄ​ລິ​ຟໍ​ເນຍ ສຳ​ຫລັບ
ຫລາຍໆຄົນ​ ​ເຊັ່ນ​ທ້າວ Marquis Rosales ທີ່​ມາ​ຊົມ​ການ​ເອ້ຍ້ອງ​ບຸນຄຣີສມັສ​ໃນ​ນະ
ຄອນ Los Angeles ​ເປັນປີ​ທີ​ສອງ ນີ້​ແລ້ວ.

ທ້າວ Rosales ​ເວົ້າ​ວ່າ “ຢູ່​ນີ່​ແມ່ນ​ພິ​ເສດ​ຫລາຍ​ກ່ວາ​ຢູ່ບ່ອນ​ອື່ນ ​ເພາະວ່າ​ທຸກໆ​
ຄົນ​ແມ່ນ​ມີ​ຈິດໃຈດີງາມ ​ຕ້ອນຮັບແລະເປັນ​ມິດ​. ກໍ​ຄື​ເຈົ້າ​ເຫັນ​ຫັ້ນ​ແຫລະ ​ເຂົາ​ເຈົ້າ​ພາກັນຕົກ​ແຕ່ງ​ເອ້ຍ້ອງ​ຢ່າງ​ເຕັມທີ່​ເລີຍ.”


ຈາກ​ຖະໜົນ Rodeo Drive ທີ່​ເຕັມ​ໄປ​ດ້ວຍ​ຮ້ານ​ຄ້າ​ຫລູໆຢູ່ Beverly Hills ​ຄຸ້ມບ້ານ​ເຮືອນ​ຂອງ​ພວກ​ດາລາ​ນັກສະ​ແດງ ​ໄປ​ຫາຄຸ້ມ The Grove ​ໃນ Los Angeles ຍ່ານ​ຊອບປິ້ງແລະ​ຈຸດ​ທ່ອງທ່ຽວ​ເຫລົ່າ​ນີ້ ​ໄດ້​ຖືກ​ຫັນປ່ຽນ​ໄປ​ເປັນ ດິນ​ແດນ​ມະຫັດສະຈັນ​ຂອງແສງ​ໄຟ ​ແລະແສງ​ສີ​ແຫ່ງການ​ຕົກ​ແຕ່ງເອ້ຍ້ອງບຸນ​ຄຣິສມັສ ທີ່​ສ້າງ​ຄວາມ​ຕື່ນ​ຕາ​ຕື່ນ​ໃຈ
​ໃຫ້​ແກ່ຜູ້​ໄປຊົມ. ຫລາຍໆ​ຄົນ​ຮູ້ສຶກ​ຄື​ກັນ​ກັບວ່າ ​ເຂົາ​ເຈົ້າ​ກຳລັງ​ທ່ຽວ​ຢູ່​ໃນ​ສວນ​ສະໜຸກ ​ເຊັ່ນ​ແມ່ຍິງຄົນ​ນີ້ ທີ່​ເວົ້າ​ວ່າ:

“​ແສງ​ສີ ​ແລະ​ສຽງ​ຮ້ອງ​ເພງ ກັບ​ສຽງ​ດົນຕີ ​ເຮັດໃຫ້ຂ້ອຍ​ຮູ້​ສຶກຄື​ກັນ​ກັບ​ວ່າ ກຳລັງ​ທ່ຽວຢູ່ສວນ​ສະໜຸກ Disneyland ຫັ້ນ​ແຫລະ.”

ທ້າວ Rosales ​ເວົ້າ​ອີກວ່າ “ມັນ​ມີ​ໝົດ​ທຸກ​ສິ່ງ​ທຸກ​ຢ່າງ​ອີ່ຫລີ ​ແຕ່​ກໍ​ມີຫລາຍໆ​ຄອບ
ຄົວ​ພາກັນມາ​ທ່ຽວ ມາຫລາຍ​ຄອບຄົວ​ອີ່ຫລີ ​ແລະ​ມັນ​ກໍ​ມ່ວນ​ສະໜຸກຫລາຍ.”


ສຳ​ຫລັບ​ເດັກນ້ອຍ​ຫລາຍໆ​ຄົນແລ້ວ ຄວາມ​ມ່ວນ​ຊື່​ນ​ແມ່ນ​ການ​ໄດ້​ໄປ​ຖ່າຍຮູບ​ກັບ Santa Claus ຫລື ​ປາປາ​ໂນແອ​ລ ​ແລະ​ບອກ​ເພິ່ນ​ວ່າ ​ເຂົາ​ເຈົ້າ​ຢາກ​ໄດ້​ຂອງຂວັນ​ຫຍັງສຳ​ຫລັບ​ຄຣິສມັສ. ອີກສິ່ງ​ໜຶ່ງ​ທີ່​ດຶງ​ດູດຄວາມ​ສົນ​ໃຈ ຢູ່​ໃນ​ຄຸ້ມ the Grove ກໍ​ຄື ຕົ້ນຄຣິສມັສສີຂາວ
ທີ່​ສູງ 30 ກ່ວາ​ແມັດ ປະດັບ​ປະດາ​ດ້ວຍ​ເຄື່ອງ​ເອ້ຍ້ອງ ຫລາຍ​ກ່ວາໝື່ນ​ອັນ. ສຳ​ຫລັບນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກຕ່າງປະ​ເທດ​ແລ້ວ ມີ​ສິ່ງ​ອື່ນໆ​ອີກ ນອກ​ເໜືອ​ໄປ​ຈາກ​ການ​ເອ້ຍ້ອງ​ຢ່າງ​ງົດ​ງາມເຫລົ່າ​ນີ້ ທີ່​ເຮັດ​ໃຫ້​ເທດສະການ​ຄຣິສມັສ ຢູ່​ລອສ ​ແອນ​ຈີ​ແລ​ສ ພິ​ເສດ​ກ່ວາ​ໝູ່ ​ແລະ​ບໍ່​ມີ​ບ່ອນ​ໃດ​ເໝືອນ.

ຜູ້​ມາ​ທ່ຽວ​ຄົນ​ນີ້​ເວົ້າ​ວ່າ “ມີ​ຜູ້​ຄົນ​ຈາກ​ປະ​ເທດ​ອື່ນໆ ມາ​ທ່ຽວເປັນ​ຈຳນວນ
ຫລວງຫລາຍ.”

ເບິ່ງວີດີໂອ ກ່ຽວກັບການເອ້ຍ້ອງບຸນຄຣິສມັສ ຢູ່ເຮືອນປະຊາຊົນ ໃນຄຸ້ມ Pasadena ຂອງ ລອສ ແອນຈີແລສ:

In Los Angeles Neighborhood, a Holiday Lights Spectacle
please wait

No media source currently available

0:00 0:02:45 0:00



ນັກ​ທ່ອງ​ທ່ຽວ​ຫລາຍໆ​ຄົນ​ເວົ້າວ່າ ອາກາດ​ທີ່​ເປັນ​ສະບາຍ​ບໍ່​ຮ້ອນ​ບໍ່​ໜາວ​ຫລາຍຢູ່​ເມືອງ​ນີ້ ​ແມ່ນ​ເຮັດ​ໃຫ້ການ​ທ່ອງ​ທ່ຽວຂອງ​ເຂົາ​ເຈົ້າ​ມ່ວນ​ເປັນ​ພິ​ເສດ ​ໂຮມ​ທັງ​ນາງ Carolina Oliveros ຈາກ Spain ທີ່ມາກັບສາມີ.

Carolina Oliveros ​ເວົ້າ​ວ່າ “ອາກາດ​ແມ່ນ​ວິ​ເສດ​ຫລາຍ ​ເພາະວ່າມັນ​ບໍ່​ໜາ​ວ ​
ແລະ​ຜູ້ຄົນກໍ​ສາມາດ​ຢ່າງເລາະ​ຊົມ​ໄດ້ ຢ່າງສະບາຍ.”

ອາກາດ​ໃນ​ເມືອງ​ນີ້ ​ໃນ​ຊ່ວງ​ນີ້​ອາດ​ຈະ​ຮ້ອນ​ຈົນ​ສາມາດ​ນຸ່ງ​ສົ້ງຂາ​ສັ້ນ​ໄດ້​ພຸ້ນ​ແຫລະ ​ແຕ່​ວ່າ ຫລາຍໆ​ຄົນ​ກໍ​ຄົງ​ຢາກ​ຈະ​ເຫັນ​ຄຣິສມັສ ທີ່​ເຕັມ​ໄປດ້ວຍ​ຫິມະ ຄື​ກັນ​ກັບ​ຢູ່​ຫລາຍໆ​ເມືອງໃນ​
ສະຫະລັດ ບ່ອນ​ທີ່​ມີ White Chrismas ດັ່ງ​ໃນ​ເພງ​ນີ້:

ເພງ: Whie Christmas

​ສະ​ນັ້ນ ມັນ​ກໍ​ຈະ​ບໍ່​ແມ່ນ​ຄຣິສມັສຢູ່​ຄຸ້ມ The Grove ຖ້າ​ຫາກ​ບໍ່​ມີ​ຫິມະ. ບັນດາ​ຜູ້​ຈັດ​ງານ​ກໍ
ເລີຍ​ເຮັດ​ຫິມະ​ປອມ ຄ່ອຍໆຕົກລົງ​ມາ​ຈາກ​ທ້ອງຟ້າ.

ທ້າວ Marquis Rosales ​ເວົ້າ​ວ່າ “ມ່ວນຫລາຍ​ແທ້ໆ​. ນີ້​ແມ່ນ​ຍາມ​ຄຣິສມັສ
ສະ​ນັ້ນ ກໍ​ຕ້ອງ​ຫລິ້ນ​ໃຫ້​ມ່ວນ​ແດ່ແຫລະ.”

ສຳ​ຫລັບ​ນັກ​ທ່ອງ​ທ່ຽວ​ຫລາຍໆ​ຄົນ​ແລ້ວ ທັງໜຸ່ມ​ນ້ອຍ​ແລະ​ໄວ​ຊະລາ ບຸນຄຣິສມັສຂອງ​ເຂົາ​ເຈົ້າ ຢູ່ L.A. ຫລື​ນະຄອນ ລອສ ​ແອນ​ຈີ​ແລ​ສ ລັດ​ແຄ​ລິ​ຟໍ​ເນຍ ກໍ​ແມ່ນ​ຈະ​ລືມ​ໄດ້​ຍາກ.

ພ້ອມ​ນີ້ ຂ້າພະ​ເຈົ້າ​ຂໍ​ຕ່າງໜ້າພະ​ແນ​ກພາສາ​ລາວ​ຂອງ​ວີ​ໂອ​ເອ ອວຍພອນ​ໃຫ້​ບັນດາ​ທ່ານ
ຈົ່ງມ່ວນ​ຊື່ນ​ແລະ​ສົມ​ຫວັງ​ ໃນ​ວັນຄຣິສມັສນີ້. Merry Christmas and Happy New Year.

ເບິ່ງວີດີໂອກ່ຽວກັບ ປະເພນີການໄຫລເຮືອໄຟ ສະຫລອງເທດສະການຄຣິສມັສ ທີ່
ເມືອງ Anneapolis ລັດ Maryland ທາງຝັ່ງຕາເວັນອອກ ຂອງສະຫະລັດ:

Parade of Boats Glitter With Festive Holiday Lights
please wait

No media source currently available

0:00 0:02:21 0:00

XS
SM
MD
LG