ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ລອນດອນ ຕຽມພິ​ທີສົ່ງ​ສະ​ການພ​ຣະ​ຣາ​ຊີ​ນີເອ​ລິ​ຊາແບັດ ທີ່​ພະ​ວິ​ຫານແວັ​ສມິນ​ສເຕີ ອາ​ບີ ​


ບັນ​ດາ​ແຂກ​ກຳ​ລັງ​ເຂົ້າ​ນັ່ງ​ຢູ່​ໃນ​ພິ​ທີ ງ​ສະ​ການ​ຢ່າງ​ເປັນ​ທາງ​ການ​ໃຫ້ພ​ຣະ​ຣາ​ຊີ​ນີເອ​ລິ​ຊາແບັດ ກຳ​ລັງ​ຈັດຂຶ້ນ​ໃນ​ວັນ​ຈັນ​ມື້​ນີ້ ທີ່​ພະ​ວິ​ຫານແວັ​ສມິນ​ສເຕີ ອາ​ບີ ​ໃນນະ​ຄອນ​ຫລວງ​ລອນດອນ
ບັນ​ດາ​ແຂກ​ກຳ​ລັງ​ເຂົ້າ​ນັ່ງ​ຢູ່​ໃນ​ພິ​ທີ ງ​ສະ​ການ​ຢ່າງ​ເປັນ​ທາງ​ການ​ໃຫ້ພ​ຣະ​ຣາ​ຊີ​ນີເອ​ລິ​ຊາແບັດ ກຳ​ລັງ​ຈັດຂຶ້ນ​ໃນ​ວັນ​ຈັນ​ມື້​ນີ້ ທີ່​ພະ​ວິ​ຫານແວັ​ສມິນ​ສເຕີ ອາ​ບີ ​ໃນນະ​ຄອນ​ຫລວງ​ລອນດອນ

ພິ​ທີສົ່ງ​ສະ​ການ​ຢ່າງ​ເປັນ​ທາງ​ການ​ໃຫ້ພ​ຣະ​ຣາ​ຊີ​ນີເອ​ລິ​ຊາແບັດ ກຳ​ລັງ​ຈັດຂຶ້ນ​ໃນ​ວັນ​ຈັນ​ມື້​ນີ້ ທີ່​ພະ​ວິ​ຫານແວັ​ສມິນ​ສເຕີ ອາ​ບີ ​ໃນນະ​ຄອນ​ຫລວງ​ລອນດອນ.

​ພ​ຣະບໍ​ລົມ​ມະສົບ​ຂອງ​ພະ​ຣາ​ຊີ​ນີ​ຊຶ່ງ​ໄດ້​ຊົງ​ດອຍ​ໄວ້ ​ຢູ່​ທີ່​ຫໍ​ແວັ​ສ​ມິນ​ສ​ເຕີ ມາ​ຕັ້ງ​ແຕ່​ວັນ​ພຸດແລ້ວ ບ່ອນ​ທີ່​ຜູ້​ໄວ້​ອາ​ໄລ​ຫລາຍ​ພັນ​ຄົນ ພາ​ກັນ​ຍ່າງ​ຜ່ານ​ຫີບ​ພ​ຣະ​ສົບ​ທີ່​ເຂົາ​ເຈົ້າໃຫ້​ຄວາມ​ເຄົາ​ລົບ.

ບັນ​ດາ​ຜູ້​ນຳ​ປະ​ເທດ ແລະ​ແຂກ​ຜູ້​ມີ​ກຽດ​ຈາກ​ທົ່ວ​ໂລກ ໄດ້​ບິນ​ໄປ​ຍັງນະ​ຄອນ​ຫລວງ​ລອນດອນ​ເພື່ອ​ເຂົ້າ​ຮ່ວມ​ພິ​ທີ​ສົ່ງ
​ສະ​ການ​ຂອງ​ຣາ​ຊີ​ນີ​ເອ​ລິ​ຊາ​ແບັດ ຊຶ່ງ​ຄາດ​ວ່າ ​ເຕັ​ມ​ໄປ​ດ້ວຍ​ພິທີ​ອັນ​ງົດ​ງານ ແລະ​ພິ​ທີທັງຫລາຍ.

ພ​ຣະ​ຣາ​ຊີ​ນີ​ມີລາຍ​ງານ​ວ່າ ໄດ້​ມີ​ສ່ວນ​ໃນ​ການ​ວາງ​ແຜນລາຍ​ລະ​ອຽດ​ກ່ຽວ​ກັບ​ການ​ອຳ​ລາ​ເທື່ອ​ສຸດ​ທ້າຍ​ສຳ​ລັບ​ພະ​ອົງ​ເອງ.

​ອາ​ຈານ​ໃຫຍ່​ຂອງ​ພະ​ວິ​ຫານ​ແວັ​ສມິນ​ສ​ເຕີ ​ເດ​ວິດ ຮອຍ​ ຈະ​ເປັນ​ຜູ້​ກຳ​ກັບ​ນຳ​ພິ​ທີ ​ໂດຍ​ມີພະ​ສັງ​ຄະ​ລາດ ​ແຫ່ງແຄນ​ເຕີ​ບູ​ຣີ ຈັ​ສ​ຕິນ ແວລ​ບີ ຈະ​ນຳ​ພາ​ພິ​ທີ​ສູດ​ມົນ. ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທ່ານ​ນາງ​ລິ​ສ ທ​ຣັ​ສ ຜູ້​ທີ່ຫາ​ກໍໄດ້​ຖືກ​ແຕ່ງ​ຕັ້ງໃຫ້​ເຂົ້າ​ຮັບ​ຕຳ​ແໜ່ງ​ ໂດຍ​ພ​ຣະ​ຣາ​ຊີ​ນີ ພຽງ​ແຕ່​ສອງ​ມື້ ​ກ່ອນ​ພ​ະ​ອົງສິ້ນ​ພ​ຣະ​ຊົນ ຈະ​ອ່ານ​ບົດສະ​ດຸ​ດີ.

​ຫີບ​ພ​ຣະ​ບໍ​ລົມ​ມະ​ສົບ​ຂອງ​ພ​ຣະ​ຣາ​ຊີ​ນີ ຈະ​ຖືກ​ນຳ​ພາ​ໃນ​ວັນ​ຈັນ​ຕອນ​ເຊົ້າ​ໄປຍັງ
ພະ​ວິ​ຫານແວັ​ສ​ມິນ​ສ​ເຕີ ໂດຍ​ລົດ​ມ້າ​ແກ່​ປືນ​ແຫ່ງ​ຊາດ​ຂອງກອງ​ທັບ​ເຮືອ​ຣາດ​ຊະ​ອາ​ນາ​ຈັກ ທີ່​ຈະຈູງ​ໂດຍ​ທະ​ຫານ​ເຮືອ 142 ຄົນ. ​ລົດ​ມ້າ​ຍັງ​ໄດ້​ໃຊ້​ຢູ່​ໃນ​ພິ​ທີ​ສົ່ງ​ສະ​ການ​ໃຫ້​ແກ່ພະ​ບິ​ດາ​ຂອງ​ຣາ​ຊີ​ນີ​ເອ​ລິ​ຊາ​ແບັດ ພ​ຣະ​ເຈົ້າ​ຈອ​ຣ​ຈ໌ ທີ​ຫົກ ໃນ​ປີ 1952.

​ພະ​ວິ​ຫານແວັ​ສມິນ​ສ​ເຕີ ຍັງ​ເປັນ​ບ່ອນຈັດ​ພິ​ທີ​ຣາ​ຊາ​ພິ​ເສກ​ຂອງ​ພະຣາ​ຊີນ​ເອ​ລິ​ຊາ​ແບັດ ​ໃນ​ປີ 1953 ແລະ​ພິ​ທີ​ສົມ​ລົດ​ກັບ​ຂອງ​ພ​ຣະ​ນາງ ກັບ​ເຈົ້າ​ຊາຍ​ຟິ​ລິບ ໃນ​ປີ 1947.

​ຫລັງ​ຈາກ​ພິ​ທີຊາປະ​ນ​າ​ກິດ​ສົບ ພ​ຣະ​ເຈົ້າ​ຊາ​ລ໌​ສ ທີ​ສາມ ແລະ​ບັນ​ດາ​ສະ​ມາ​ຊິກເຊື້ອ​ພະວົງ ຈະ​ຍ່າງ​ແຫ່​ຕິດ​ຕາມໄປ​ກັບ​ຫີ​ບ​ສົບ ຂອງ​ພ​ຣະ​ຣາ​ຊີ​ນີ​ເອ​ລິ​ຊາ​ແບັດ ​ຜ່ານ​ປະ​ຕູ​ໄຊແວລ​ລິງ​ຕັນ ບ່ອນ​ຢຸດ​ສຸດ​ທ້າຍ​ຂອງ​ຣາ​ຊີ​ນີ​ເອ​ລິ​ຊາ​ແບັດ ກ່ອນ​ພ​ຣະ​ນາງ​ຈະ​ຖືກ​ນຳ​ໄປ​ຝັງ​ໄວ້​ຢູ່​ປາ​ສາດ​ວິນ​ເຊີ.

​ພິ​ທີ​ສົງ​ສະ​ການ​ຢ່າງ​ເປັນ​ທາງ​ການ​ຂອງ​ອັງ​ກິດ ​ເທື່ອ​ສຸດ​ທ້າຍ ໄດ້​ຈັດ​ຂຶ້ນ​ເກືອບ 60 ປີກ່ອນ ໃຫ້​ແກ່​ທ່ານວິນສ​ຕັນ ເຊີຊຽລ ນາ​ຍົກ​ລັດ​ຖະ​ມົນ​ຕີ​ທີ່​ໄດ້​ນຳ​ພາ​ອັງ​ກິດ ​ຊະ​ນະ​ສົງ​ຄາມ​ໂລກ​ຄັ້ງ​ທີສອງ.

The state funeral of Queen Elizabeth II is being held Monday at London’s historic Westminster Abbey.

Her body has been lying in state since Wednesday at Westminster Hall, where thousands of mourners have filed past her coffin to pay their respects.

Heads of state and dignitaries from around the world have flown into London to attend Elizabeth’s funeral which is certain to be full of British pomp and circumstance.

The queen is reported to have had a hand in planning some of the details of her final farewell.

The dean of Westminster, David Hoyle, will preside over the service; the archbishop of Canterbury, Justin Welby, will deliver a sermon. Prime Minister Liz Truss, who was appointed to her office by the queen just two days before Elizabeth died, will read a lesson.

The queen’s coffin will be carried Monday morning to Westminster Abbey on the State Gun Carriage of the Royal Navy that will be drawn by 142 sailors. The carriage also was used for the funeral of Elizabeth’s father, King George VI, in 1952.

Westminster Abbey also was the site of Elizabeth’s coronation in 1953 and her wedding to Prince Philip in 1947.

After the funeral, King Charles III and other members of the royal family, in a walking procession, will accompany Elizabeth’s coffin to Wellington Arch, Elizabeth’s last stop before her burial at Windsor Castle.

Britain’s last state funeral was held almost 60 years ago for Winston Churchill, the prime minister who led Britain to a World War II victory.

XS
SM
MD
LG