ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕົວເມືອງ​ຕ່າງໆ​ໃນ ​ສ​ຫ​ລ ໃຊ້​ເທັກ​ໂນ​ໂລ​ຈີ ແລະການບັນ​ທຶກຂໍ້ມູນ ເພື່ອ​ແກ້​ໄຂ​ບັນ​ຫາ ​ຄົນ​ຂາດ​ທີ່​ຢູ່​ອາ​ໄສ ​ທີ່ມີ​ມາ​ແຕ່​ດົນ​ນານ


LogOn: US Cities Use Tech, Data to Address Chronic Homelessness
please wait

No media source currently available

0:00 0:02:06 0:00

ອົງການຊ່ວຍເຫລືອຄົນຂາດບ່ອນຢູ່ອາໄສໃນ​ຕົວ​ເມືອງ​ຕ່າງໆ​ ຂອງ​ສະ​ຫະ​ລັດໃຊ້​ເທັກ​ໂນ​ໂລ​ຈີ ແລະ ບັນ​ທຶກຂໍ້ມູນເພື່ອ​ແກ້​ໄຂ​ບັນ​ຫາ​ຄົນ​ຂາດ​ທີ່​ຢູ່​ອາ​ໄສ​ທີ່ມີ​ມາ​ແຕ່​ດົນ​ນານ

ການຂາດ​ບ່ອນຢູ່​ອາ​ໄສເປັນບັນຫາໃຫຍ່ ຢູ່ໃນຫຼາຍຕົວເມືອງຂອງສະຫະລັດແລະຍາກທີ່ຈະແກ້ໄຂໄດ້. ອົງການຈັດຕັ້ງແຫ່ງ​ນຶ່ງໃນນະ​ຄອນຊີອາ​ໂຕ (Seattle) ກໍາລັງພັດທະນາວິທີການໃຫມ່ ໃນ​ການນໍາໃຊ້ຂໍ້ມູນ ເພື່ອຮັບໃຊ້ຄົນທີ່ຂາດ ບ່ອ​ນຢູ່ອາ ໄສ ໃຫ້ດີຂຶ້ນກວ່າເກົ່າ. Phil Dierking ມີ​ລາຍ​ງານ​ຈ​າກ​ລັດ​ວໍ​ຊິງ​ຕັນ ຊຶ່ງ​ບົວ​ສະ​ຫວັນ​ຈະ​ນຳ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ທ່ານເອໄລຢາ ວູດ (Elijah Wood), ເຈົ້າ​ໜ້າ​ທີ່ໃນ​ອົງ​ການ​ຊ່ວຍ​ເຫລືອຄົນຂາດ​ບ່ອນ ຢູ່ອາໄສຂອງຄາວ​ຕີ ຄິງ (King) ​ກ່າວຜ່ານທາງ Zoom ວ່າ:

"ມັນເປັນເລື້ອງທີ່​ແສນປວດໃຈຫຼາຍ ທີ່ຈະຕ້ອງໄດ້ເລົ່າເລື້ອງຂອງເຈົ້າໃຫ້​ຄົນ​ຟັງ​ແລ້ວ​ກະຟັງ​ອີກ ຢູ່ເລື້ອຍໆ."

ທ່ານເອໄລຢາ ວູດ ແຕ່​ກ່ອນເຄີຍເປັນ​ຄົນ​ຂາດ​ບ່ອນ​ຢູ່ອາ​ໄສ ຊຶ່ງ​ຕອນ​ນີ້ລາວເຮັດ​ວຽກ​ໃຫ້​ອົງການ​ຊ່ວຍ​ເຫລືອຄົນ​ຂາດບ່ອນ​ຢູ່​ອາ​ໄສ ຢູ່ໃນ​ນະ​ຄອນຊີອາ​ໂຕ (Seattle), ລັດ​ວໍ​ຊິງ​ຕັນ. ທຸກໆຄັ້ງ ທີ່ລາວໄປ​ຊອກ​ຂໍຄວາມຊ່ວຍເຫຼືອ, ລາວຕ້ອງໄດ້ເລົ່າເລື້ອງ​ຂອງ​ຕົນໃຫ້ຄົນຟັງ ເພາະຜູ້ໃຫ້ບໍລິການບໍ່ຮູ້ວ່າລາວແມ່ນໃຜ ຫຼື ລາວຕ້ອງການຫຍັງ. ແຕ່ວ່າ ສິ່ງນັ້ນກຳ​ລັງມີການປ່ຽນແປງໄປ.

ອົງການຊ່ວຍ​ເຫລືອຄົນຂາດບ່ອນຢູ່ອາໄສຂອງຄາວ​ຕີ ຄິງ (King) ກໍາລັງເຮັດວຽກ ຮ່ວມກັບບໍ​ລິ​ສັດ​ໄມ​ໂຄ​ຣ​ຊັອ​ຟ (Microsoft) ແລະບໍລິສັດເທັກໂນໂລຈີອື່ນໆ ເພື່ອພັດ ທະນາອັນທີ່ເອີ້ນວ່າ "ບັນ​ຊີ-ຕາມຊື່" ຫລື by-name list ຊຶ່ງ​ເປັນຖານຂໍ້ມູນ ທີ່ບັນ ທຶກບຸກຄົນ ແລະຂໍ້ມູນຂອງເຂົາເຈົ້າ. ມັນເປັນວິທີການໃຫມ່ ທີ່ເມືອງອື່ນໆ ໄດ້ຮັບ ຮອງເອົາເພື່ອເຮັດໃຫ້ມີ​ຄວາມ​ເຂົ້າ​ໃຈ ຕໍ່ສິ່ງທີ່ມັກຈະເປັນບັນຫາໃນ​ເລື້ອງບໍ່ເປີດເຜີຍຊື່. ໂດຍ​ການ​ນໍາ​ໃຊ້ ​ແລະ​ການ​ວິ​ເຄາະ​ຂໍ້​ມູນ​, ຜູ້​ສະ​ຫນັບ​ສະ​ຫນຸນເທັກ​ໂນ​ໂລ​ຈີ​ອັນ​ນີ້ ​ເວົ້າ​ວ່າ ​ເມືອງຕ່າງໆ ​ອາດ​ຈະ​ແກ້​ໄຂ​ບັນ​ຫາຂາດ​ບ່ອນ​ຢູ່ອາ​ໄສ​ໄດ້​ດີຂຶ້ນກ​ວ່າເກົ່າ​.

ທ່ານ​ໂຈ ຄອນ​ນິ​ຟ (Joe Conniff) ​ເຮັດ​ວຽກຢູ່ອົງການຊ່ວຍ​ເຫລືອຄົນຂາດ​ບ່ອນຢູ່ອາໄສ ໃນເຂດຄາວ​ຕີຄິງ. ທ່ານໄດ້ໂອ້ລົມກັບວີ​ໂອ​ເອຜ່ານທາງ Zoom ວ່າ: "ຂໍ້ມູນທັງຫມົດທີ່ຄົນຈຳ​ນວນ​ນຶ່ງມີ, ທີ່ຕິດຕໍ່ກັບຜູ້ໃຫ້ບໍລິການເຫຼົ່ານັ້ນ ສາມາດເຂົ້າເຖິງ ໄດ້ຕະ​ຫລອດເວລາ ເພື່ອໃຫ້ມີການດູແລຢ່າງຕໍ່ເນື່ອງ ທີ່ນໍາໄປສູ່ຜົນໄດ້ຮັບທີ່ມີປະສິດ ທິພາບສູງກວ່າ."

ພາຍໃຕ້ລະບົບດັ່ງ​ກ່າວນີ້ ໃນເວລາທີ່ບຸກຄົນນຶ່ງ ຊອກຫາການບໍລິການ ເຊັ່ນບ່ອນ​ໃຫ້ ທີ່ພັກເຊົາ​ແກ່​ຄົນທີ່ຂາດບ່ອນຢູ່ອາໄສ, ຊື່, ວັນເດືອນປີເກີດຂອງເຂົາເຈົ້າ ພ້ອມ​ທັງຂໍ້ ມູນທາງການແພດ, ສຸຂະພາບ, ແລະຂໍ້ມູນດ້ານສ່ວນບຸກຄົນອັນອື່ນໆ ຈະໄປພ້ອມກັບ ເຂົາເຈົ້າ.

ທ່ານເອໄລຢາ ວູດ ໃນ​ອົງ​ການ​ຊ່ວຍ​ເຫລືອຄົນຂາດ​ບ່ອນຢູ່ອາໄສຂອງຄາວ​ຕີ ຄິງ ກ່າວ ຜ່ານທາງ Zoom ວ່າ:
"ຖ້າຜູ້ທີ່ປະສົບກັບການຂາດບ່ອນຢູ່ອາໄສ ຕັດສິນໃຈອະນຸຍາດໃຫ້ບັນທຶກ​ດ້ານສຸຂະ ພາບຂອງເຂົາເຈົ້າ ເຊື່ອມ​ໂຍງ​ໃສ່ກັບຊື່ຂອງເຂົາເຈົ້າ ຢູ່ໃນບັນຊີລາຍຊື່ແລ້ວ ພວກເຂົາເຈົ້າກໍສາມາດອະນຸຍາດໃຫ້ຄົນ​ເຊັ່ນທ່ານຫມໍເບິ່ງບັນທຶກສຸຂະພາບເຫຼົ່າ ນັ້ນໄດ້."

ເປົ້າໝາຍອັນນຶ່ງຂອງໂຄງການ ແມ່ນເພື່ອໃຫ້ບັນດາເມືອງ ແລະ ອົງການຈັດຕັ້ງມີ ຄວາມເຂົ້າໃຈກ່ຽວກັບປະ​ຊາ​ກອນ​ຂອງ​ພວກທີ່ຂາດ​ບ່ອນຢູ່ອາໄສ.

ທ່ານ​ເດັນ​ນິ​ສ ໂຄ​ລເຮ​ນ (Dennis Culhane) ເປັນອາຈານສອນຢູ່ມະຫາວິທະຍາໄລ ເພັນ​ຊີ​ລ​ເວ​ເນຍ (Pennsylvania). ທ່ານ​ກ່າວ​ຕໍ່​ວີ​ໂອ​ເອຜ່ານ​ທາງ Zoom ວ່າ: "ມັນເປັນສິ່ງສໍາຄັນຫລາຍ ທີ່ຈະເຫັນໄດ້​ທ່າ​ອ່ຽງຕະ​ຫລອດເວລາ ເນື່ອງຈາກວ່າ ຈຳ​ນວນປະຊາກອນມີການປ່ຽນແປງ, ສະຖານະການແລະສະພາບແວດລ້ອມມີ​ການປ່ຽນ ແປງ."

ທ່ານອີກ​ເວົ້າ​ວ່າ ແມ່ນແຕ່ ມີຂໍ້ມູນແລະຄວາມເຂົ້າໃຈກໍ​ຕາມ ຊຸມຊົນບາງ​ແຫ່ງແມ່ນ ບໍ່ມີເງິນທີ່ຕ້ອງ​ການ ເພື່ອແກ້ໄຂບັນ​ຫາຄົນຂາດທີ່ຢູ່ອາໄສ.

ທ່ານໂຄ​ລເຮ​ນ ກ່າວຜ່ານທາງ Zoom ດັ່ງ​ນີ້: "ບັນຫາພື້ນຖານແມ່ນພວກເຮົາບໍ່ມີຊັບພະຍາກອນພຽງພໍ ສໍາລັບຄົນທີ່ຢູ່ໃນບັນຊີ -ຕາມຊື່… ຫຼືໃນບັນຊີລາຍຊື່ອື່ນໆ."

ໃນເດືອນຫນ້ານີ້, ຄົນທີ່ເຮັດວຽກກ່ຽວ​ກັບບັນຊີ-ຕາມຊື່ ຢູ່ໜີ້ກ່າວວ່າ ພວກເຂົາເຈົ້າ ຈະພະຍາຍາມສ້າງຄວາມໄວ້ວາງໃຈແກ່ຄົນທີ່ຂາດບ່ອນຢູ່ອາໄສ ​ໃນ​ຂະ​ນະ​ທີ່ ໄປເກັບກໍາຂໍ້ມູນຂອງພວກເຂົາເຈົ້າ​ຢູ່.

​ອ່ານ​ລາຍ​ງານນີ້​ເປັນ​ພາ​ສາ​ອັງ​ກິດ​ເພີ້​ມຢູ່​ລຸ່ມນີ້:

Homelessness is a major issue in many U.S. cities and difficult to address. An organization in Seattle is developing a new way to use data to better serve homeless people. Phil Dierking reports.

Elijah Wood, King County Regional Homeless Authority via Zoom: “It's pretty traumatic to have to retell your story over and over and over again.”

Elijah Wood is a formerly homeless person who now works for a Seattle-based homeless service agency. Every time he sought help, he had to tell his story because service providers didn’t know who he was or what he needed. But that’s changing.

The King County Regional Homeless Authority is working with Microsoft and other technology firms to develop a so-called “by-name list,” a database that records individuals and their information. It’s a new method adopted by other cities to bring light to what is often an anonymous issue. By using and analyzing data, proponents say, cities may better address homelessness.

Joe Conniff is with the King County Regional Homeless Authority. He spoke to VOA over Zoom

“All of that information that somebody's had, in contact with those providers, can be accessed in real time to have more of a continuum of care that leads to more effective outcomes.”

Under the system, when a person seeks services, such as at a homeless shelter, their name, date of birth, as well as medical, health, and other personal information, will travel with them.

Elijah Wood, King County Regional Homeless Authority via Zoom: “If a person experiencing homelessness decides to allow their health records to be attached to their name on the by-name list, they can allow like a doctor to see those health records.”

One goal of the project is to give cities and organizations insight into the homeless population.

Dennis Culhane is a professor at the University of Pennsylvania. He spoke to VOA over Zoom: “It's important to see the trends over time because the population is changing, circumstances and the environment changes.”

But even with data and insights, some communities don’t have the money needed to address homelessness, he says.

Dennis Culhane, Professor University of Pennsylvania via Zoom: “The fundamental problem is we don't have sufficient resources for the people who are on a by-name list ….or any other list.”

In the coming months, people working on the by-name list here say they will strive to build trust with homeless people as they collect their information.

XS
SM
MD
LG