ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຸ່ນ​ຍົນ​ມີ​ບົດ​ບາດ​ທີ່​ໃຫຍ່​ຂຶ້ນຕື່ມ ໃນ​ແຮງ​ງານ​ທາງ​ທະ​ເລ


LogOn: Robots play bigger roles in marine workforce
please wait

No media source currently available

0:00 0:02:00 0:00

​ຊົມ​ວິ​ດີ​ໂອ ກ່ຽວ​ກັບ ລາຍ​ງານນີ້.

ຫຸ່ນ​ຍົນ​ເດີນທະ​ເລ​ໄດ້​ຖືກ​ໃຊ້ຫຼາຍ​ຂຶ້​ນ​ສຳ​ລັບ​ທຸກ​ຢ່າງ ​ນັບ​ຈາກ​ການ​ຄົ້ນ​ຄວ້າ​ໃນ​ມະ​ຫາ​ສະ​ໝຸດ ຕະຫຼອດເຖິງ​ການ​ປະ​ຕິ​ບັດ​ພາ​ລະ​ກິດ​ກູ້​ໄພ. ນັກ​ຂ່າວ​ວີ​ໂອ​ເອ ແມັດ ດິບ​ໂບ ມີ​ຂໍ້​ມູນຫຼ້າ​ສຸດ​ໃນ​ລາຍ​ງານ​ຂອງ​ເຮົາ​ອາ​ທິດນີ້ ເຊິ່ງ ພຸດ​ທະ​ສອນ ຈະ​ນຳ​ເອົາ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ.

ຫຸ່ນ​ຍົນ​ເຮືອ​ຊື່​ວ່າ Otter ລອຍ​ກັບ​ໄປ​ກັບ​ມາ​ຢູ່​ໃນ​ນ້ຳ, ເຊິ່ງ​ມັນ​ແມ່ນ​ເຮືອ​ລອຍ​ຢູ່​ເທິງ​ໜ້າ​ນ້ຳ​ທີ່ບໍ່​ມີ​ຄົນ​ຂັບຫຼືລູກເຮືອ, ທີ່ເອີ້ນຫຍໍ້ວ່າ USV, ໃນ​ລະ​ຫວ່າງ​ການ​ສາ​ທິດ​ຢູ່​ເທິງ​ແມ່​ນ້ຳ​ເທມ ໃນ​ນະ​ຄອນຫຼວງ ລອນດອນ.

ທ່ານ ທອມ​ມາ​ສ ຣີ ຜູ້​ບໍ​ລິ​ຫານ​ດ້ານ​ຜະ​ລິດ​ຕະ​ພັນ​ສຳ​ລັບ​ບໍ​ລິ​ສັດ Maritime Robotics ກ່າວ​ວ່າ “ນັ້ນ​ແມ່ນ​ເຮືອ​ໜ້າ​ນ້ຳ​ອັດ​ຕະ​ໂນ​ມັດ, ໃຊ້​ໄຟ​ຟ້າ​ລ້ວນໆ, ໂດຍ​ໃຊ້​ເທັກ​ໂນ​ໂລ​ຈີ​ ໂຊນາ ເພື່ອຫາ​ວັດ​ຖຸ​ໃຕ້​ນ້ຳ​ດ້ວຍ​ຄື້ນ​ສຽງ, ເກັບ​ກຳ​ຂໍ້​ມູນ​ຈາກ​ພື້ນ​ທະ​ເລ​ໃຕ້​ນ້ຳ ແລ້ວນຳມາຕິດຕໍ່ເຂົ້າ​ກັນ​ກັບ ແຜນ​ທີ່ GPS ສະ​ນັ້ນ​ພວກ​ເຮົາ​ຈຶ່ງ​ສາ​ມາດ​ເຫັນໄດ້​ວ່າ ​ພື້ນ​ທະ​ເລ​ເປັນ​ແນວ​ໃດ.”

ເຮືອໜ້າ​ນ້ຳ Otter ແມ່ນ​ໄດ້​ປາ​ກົດ​ຕົວ​ຢູ່​ກອງ​ປະ​ຊຸມ​ເທັກ​ໂນ​ໂລ​ຈີ​ໃຕ້​ນ້ຳ​ ໃນ​ນະ​ຄອນຫຼວງ ລອນດອນ ພ້ອມ​ກັບ​ຫຸ່ນ​ຍົນ​ເດີນ​ທະ​ເລ​ອີກຫຼາກຫຼາຍ​ຊະ​ນິດ. ຕະຫຼາດ​ສຳ​ລັບ​ຫຸ່ນ​ຍົນ​ໃຕ້​ນໍ້​າ ແມ່ນ​ຄາດ​ວ່າ​ ຈະ​ຂະ​ຫຍາຍ​ຕົວ​ເປັນ​ສາມ​ເທົ່າ​ໃນ​ທົດ​ສະ​ວັດ​ຂ້າງ​ໜ້ານີ້ ໃນ​ຂະ​ນະ​ທີ່​ເທັກ​ໂນ​ໂລ​ຈີໄດ້​ກາຍ​ມາ​ເປັນ​ທາງ​ອອກ​ທີ່​ມີ​ລາ​ຄາບໍ່​ແພງ​ສຳ​ລັບ​ການ​ປະ​ຕິ​ບັດ​ພາ​ລະ​ກິດຫຼາຍ​ຢ່າງ.

ທ່ານ ທອມ​ມາ​ສ ຣີ ກ່າວ​ວ່າ “ກ່ອນ​ໜ້ານີ້, ເຈົ້າ​ຕ້ອງ​ມີ​ເຮືອ​ລຳ​ໃຫຍ່ໆ ແລະ ເຄື່ອງ​ມື​ທີ່​ໃຫຍ່ ແລະ ໜັກ ເພື່ອ​ເຕົ້າ​ໂຮມ​ຂໍ້​ມູນນີ້. ແລະ ພວກ​ເຮົາ​ໄດ້​ຫຍໍ້​ມັນ​ລົງ​ໃຫ້​ເ​ປັນ​ໜ່ວຍ​ປະ​ຕິ​ບັດ​ງານ​ດຽວ ​ຕັ້ງ​ຢູ່​ເທິງ​ໂຕະ​ຂອງ​ລາວ ​ຢູ່​ໃນ​ບ້ານ.”

ໂດ​ຣນ​ໃຕ້​ນ້ຳ​ຂອງ​ບໍ​ລິ​ສັດ Chase ແມ່ນ​ຖືກ​ອອກ​ແບບ​ມາ​ໃຫ້​ເປັນເຄື່ອງ​ມື​ອະ​ເໜກ​ປະ​ສົງ, ສາ​ມາດ​ທີ່​ຈະ​ປະ​ຕິ​ບັດ​ການ​ສຳຫຼວດ​ເຮືອ ແລະ ພື້ນ​ຖານ​ໂຄງ​ລ່າງ, ທຳ​ການ​ຄົ້ນ​ຄວ້າ​ທາງວິ​ທະ​ຍາ​ສາດ ແລະ ແມ່ນ​ກະ​ທັ້ງ​ການ​ກູ້​ໄພ.

ທ່ານ​ ເດັນ​ນິ​ສ ເຮ, ຈາກ​ບໍ​ລິ​ສັດ Chase Innovation Technology ກ່າວ​ວ່າ “ນຶ່ງ​ໃນ​ຫຸ່ນ​ຍົນ​ຂອງ​ພວກ​ເຮົາ, ສາ​ມາດ​ຕິດ​ອຸ​ປະ​ກອນ​ເສີມ​ໄດ້ຫຼາຍ​ກວ່າ 20 ອັນ. ສົມ​ມຸດ​ວ່າ​ ສຳ​ລັບ​ການ​ຄົ້ນ​ຄວ້າ​ດ້ານ​ວິ​ທະ​ຍາ​ສາດ ຫຼື ສຳ​ລັບ​ສິ່ງ​ແວດ​ລ້ອມ. ພວກ​ເຮົາ​ໄດ້ຕົວ​ຢ່າງ​ນ້ຳ ຫຼື ເຊັນ​ເຊີ. ສຳ​ລັບ​ການ​ຄົ້ນ​ຫາ ແລະ ກູ້​ໄພ​ຕ່າງໆ, ເຈົ້າ​ສາ​ມາດ​ໃຊ້​ອຸ​ປະ​ກອນ​ຄົ້ນ​ຫາ​ສິ່ງ​ຂອງ​ຢູ່​ໃຕ້​ນ້ຳ​ດ້ວຍ​ຄື້ນ​ສຽງ ຫຼຶ ໂຊນາ, ພາບຖ່າຍ​ພື້ນ​ທະ​ເລ, ເພື່ອກວດ​ຫາ​ຊາກ​ສົບ​ຕ່າງໆ.”

ແລະ ນອກ​ຈາກ​ນັ້ນ​ ມັນ​ກໍ​ມີ​ວຽກ​ທີ່​ອັ​ນ​ຕະ​ລາຍ​ໂພດ​ສຳ​ລັບ​ມະ​ນຸດ, ເຊັ່ນ​ການ​ຄົ້ນ​ຫາ​ລະ​ເບີດ​ຝັງ​ດິນ​ຢູ່​ຕາມ​ຊາຍ​ຝັ່ງທະ​ເລ.

ຫຸ່ນ​ຍົນ Bayonet ຂອງ​ບໍ​ລິ​ສັດ Greensea IQ ແມ່ນ​ຖືກ​ອອກ​ແບບ​ມາ​ເພື່ອ​ເຮັດ​ວຽກ​ຢູ່​ໃນ​ “ເຂດຄື້ນທະເລ ຫຼື ເຊີ​ຟ” ບ່ອນ​ທີ່​ຄື້ນ​ທະ​ເລທັງຫຼາຍມ້ວນຕົວລົງ.

ທ່ານ ເບັນ ຄິນ​ນາ​ແມນ ຈາກ​ບໍ​ລິ​ສັດ Greensea IQ ກ່າວ​ວ່າ “ສິ່ງ​ທີ່​ພວກຫຸ່ນ​ຍົນ ແລະ ການ​ບັງ​ຄັບ​ດ້ວຍ​ຕົວ​ມັນ​ເອງ ໄດ້ມອບ​ໃຫ້​ເຮົາ​ ກໍແມ່ນວ່າ ​ມັນໃຫ້​ພວກເຮົາວຽກ​ເຮັດງານທຳ ​ອັນ​ໃໝ່ໆ, ວິ​ທີ​ການ​ເຮັດ​ວຽກ​ແບບໃໝ່.

Back and forth across the water goes The Otter, an uncrewed surface vessel, or USV, during a demonstration on the River Thames in London.

"That's an autonomous USV, fully electric USV, using sonar technology, collecting data from the seafloor underwater and stitching that together with GPS mapping so that we can see what the seafloor looks like."

The Otter is appearing at this undersea technology convention in London along with a wide variety of seafaring robots. The market for underwater robotics is expected to more than triple over the next decade as technology has evolved to provide a less-expensive solution for a variety of missions.

"Previously, you'd have to have a big vessel and big, chunky equipment to gather this data. // And we've narrowed that down to a single operator sitting at home behind his desk."

Chasing’s underwater drones are designed to be versatile, capable of performing inspections of boats and infrastructure, scientific research, and even rescues.

"One of our robots, we can attach 20-plus accessories. ((Courtesy: YouTube/Chasing Innovation Technology)) Let's say for scientific research or for environmental. We've got water samples or sensors. For search and rescues, you can use sonars, imaging sonars, to detect bodies.”

And then there are the jobs too dangerous for humans, such as searching for landmines along the shore.

Greensea IQ’s Bayonet robots are designed to work in the “surf zone” where waves are breaking.

“What robots and autonomy gives us is it gives us new jobs to do, new ways of working.”

Expect to see more robots taking the plunge in coming years.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG