ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໓ ພະຈິກ ໒໐໒໔

ການຈັດສັນ ການຕັດໄມ້ທໍາລາຍປ່າ ຊ່ວຍໃຫ້ລັດ ຢູ່ໃນອອສເຕຣເລຍ ຫຼຸດການປ່ອຍທາດຄາຣ໌ບອນລົງມາເປັນລົບ


ແຟ້ມຮູບ-ຕົ້ນໄມ້ຫຼາຍໆຕົ້ນ ເປັນທີ່ຢູ່ອາໄສຂອງພືດ ແລະສັດ ເຊິ່ງເຕັມໄປດ້ວຍປະຊາກອນຂອງໝີໂຄເອລາ ຢູ່ໃນຂົງເຂດມໍລະດົກໂລກ, ໃກ້ກັບເມືອງ Bilpin, ອອສເຕຣເລຍ, ເມື່ອວັນທີ 13 ຕຸລາ 2020.
ແຟ້ມຮູບ-ຕົ້ນໄມ້ຫຼາຍໆຕົ້ນ ເປັນທີ່ຢູ່ອາໄສຂອງພືດ ແລະສັດ ເຊິ່ງເຕັມໄປດ້ວຍປະຊາກອນຂອງໝີໂຄເອລາ ຢູ່ໃນຂົງເຂດມໍລະດົກໂລກ, ໃກ້ກັບເມືອງ Bilpin, ອອສເຕຣເລຍ, ເມື່ອວັນທີ 13 ຕຸລາ 2020.

ອີງຕາມລາຍງານຈາກການວິໄຈໃໝ່ພົບວ່າ ລັດທັສມາເນຍ ທີ່ເປັນເກາະ ຢູ່ໃນປະເທດອອສເຕຣເລຍ ໄດ້ກາຍມາເປັນພາກສ່ວນທໍາອິດຂອງໂລກທີ່ບໍ່ພຽງ ແຕ່ມີຄວາມ​ເປັນ​ກາງ​ທາງ​ດ້ານຄາຣ໌ບອນ​ເທົ່າ​ນັ້ນ ແຕ່​ຍັງ​ມີ​ຄວາມ​ເປັນ​ລົບນຳ​ອີກ​ ຍ້ອນ​ການ​ຫລຸດ​ຜ່ອນ​ໃນ​ການ​ຕັດ​ໄມ້, ຟີລ ເມີເຊີ (Phil Mercer) ມີລາຍງານຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ຈະນໍາເອົາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

​ການວິໄຈໄດ້ກວດກາຄືນເບິ່ງການຫຼຸດລົງ ຂອງການປ່ອຍອາຍ​ພິດເຮືອນແກ້ວຢູ່ໃນລັດທັສມາເນຍ ມາເຖິງປະມານຊ່ວງປີ 2011.

ການຄົ້ນຄວ້າໂດຍມະຫາວິທະຍາໄລແຫ່ງຊາດຂອງອອສເຕຣເລຍ ແລະມະຫາວິ ທະຍາໄລກຣີຟຟິດຕ໌ (Griffith) ຢູ່ໃນລັດຄວີນແລນ (Queenland) ພົບວ່າ ເນື້ອໃນຄວາມໝາຍທີ່ສໍາຄັນຂອງຜົນທີ່ໄດ້ຮັບນັ້ນແມ່ນມາຈາກ “ການຫຼຸດຕໍ່າລົງໃນການຕັດໄມ້ທໍາລາຍປ່າ ຢູ່ໃນທ້ອງຖິ່ນ.”

ເຊິ່ງມັນໄດ້ຊ່ວຍປ່ຽນລັດເກາະດັ່ງ​ກ່າວ ທີ່ຕັ້ງຢູ່ຊາຍຝັ່ງມະຫາສະໝຸດທາງທິດໃຕ້ຂອງ​ແຜ່ນ​ດິນ​ໃຫຍ່ອອສເຕຣເລຍ ຈາກປ່ອຍທາດຄາຣ໌ບອນລົງມາ ທີ່​ມີ​ຜົນເປັນລົບ.

ນັກວິໄຈເຊື່ອວ່າ ມັນເປັນ “ນຶ່ງໃນເທື່ອທໍາອິດຂອງໂລກ ທີ່ໃຜຫຼາຍໆຄົນຊິເຄີຍປະຕິບັດ (ການປ່ອຍທາດຄາຣ໌ບອນ) ແບບນີ້ໄດ້.”

ຫົວໜ້າທີມຜູ້ຂຽນງານວິໄຈ, ສາດສະດາຈານເບຣນແດນ ແມັກຄີ (Brendan Mackey) ຈາກມະຫາວິທະຍາໄລກຣີຟຟິດຕ໌ ກ່າວວ່າ:

“ມັນເປັນການປ່ຽນແປງຢ່າງໃຫຍ່ຫຼວງ, ໂດຍພື້ນຖານມັນໄດ້ຊ່ວຍຫຼຸດການປ່ອຍ ອາຍພິດຄາຣ໌ບອນລົງເທົ່າກັບປະມານ 22 ລ້ານໂຕນຕໍ່ປີ. ລັດທັສມາເນຍ ໄດ້ກາຍມາເປັນຂົງເຂດທີ່ມີການປ່ອຍອາຍພິດຄາຣ໌ບອນທີ່ເປັນລົບ, ນີ້ຄືຜົນຮັບອັນຍິ່ງໃຫຍ່ຈາກການປ່ຽນແປງໃນການຈັດສັນປ່າໄມ້. ດ້ວຍເຫດຜົນຫຼາຍໆຢ່າງມັນ ໄດ້ເຮັດໃຫ້ການຕັດໄມ້ທໍາລາຍປ່າຢູ່ໃນທ້ອງຖິ່ນ ຫຼຸດລົງມາຢ່າງຫຼວງຫຼາຍ ແລະວ່ອງໄວ. ສິ່ງສໍາຄັນອີກອັນນຶ່ງໃນການສັງເກດກ່ຽວກັບລັດທັສມາເນຍ ແລະເຫດ ຜົນອື່ນໆທີ່ວ່າ ດ້ວຍເຫດໃດພວກເຂົາຈຶ່ງສາມາດກາຍມາເປັນບ່ອນທີ່ປ່ອຍທາດຄາຣ໌ບອນເປັນລົບໄດ້ ນັ້ນກໍຄື ພວກເຂົາເຈົ້າບໍ່ໄດ້ນໍາໃຊ້ຊາກພືດ ແລະຊາກສັດດຶກດໍາບັນຫຼາຍເກີນໄປ ເນື່ອງຈາກພວກເຂົາເຈົ້າມີໄຟຟ້າພະລັງງານນໍ້າຢ່າງຫຼວງຫຼາຍນັ້ນເອງ.”

ການສຶກສາຢືນຢັນວ່າ ການປ່ຽນແປງໃນການຈັດສັນປ່າໄມ້ຂອງລັດທັສມາເນຍ ສາມາດນໍາໄປໃຊ້ຢູ່ໃນພື້ນທີ່ອື່ນໆຂອງອອສເຕຣເລຍ ແລະຂົງເຂດອື່ນໆຢູ່ໃນທົ່ວໂລກ.

ພວກເຂົາເຈົ້າລະບຸວ່າ “ສວນຕົ້ນໄມ້” ຫຼື ການປູກພືດອື່ນໆ ຈະຊ່ວຍສະໜອງຄວາມຕ້ອງການຂອງຜົນຜະລິດຈາກໄມ້ໄດ້ ໂດຍປາສະຈາກການປ່ອຍອາຍພິດທີ່ເພີ້ມຂຶ້ນ ອັນໄດ້ພົວພັນກັບການຕັດໄມ້ຢູ່ໃນທ້ອງຖິ່ນຂະໜາດໃຫຍ່.

ມີພຽງສ່ວນນ້ອຍໆຢູ່ໃນຜືນປ່າຂອງລັດທັສມາເນຍທີ່ຖືດຕັດໃນແຕ່ລະປີ ແລະໂຕແທນຂອງພາກສ່ວນອຸດສາຫະກໍາກໍໄດ້ກ່າວວ່າ ການປະຕິບັດງານທີ່ຍືນຍົງນັ້ນເຮັດໃຫ້ໝັ້ນໃຈໄດ້ວ່າ “ຕົ້ນໄມ້ທຸກໆຕົ້ນທີ່ຖືກຕັດອອກໄປ ຈະຕ້ອງມີການປູກທົດແທນຄືນ ຫຼືໄດ້ຮັບການປູກຂຶ້ນມາໃໝ່ ເພື່ອອະນາຄົດຂ້າງໜ້າ.”

ເອກະສານລາຍງານຂອງມະຫາວິທະຍາໄລແຫ່ງຊາດອອສເຕຣເລຍ ລະບຸວ່າ ແຫຼ່ງທີ່ມາອັນສໍາຄັນໃນການປ່ອນອາຍພິດເຮືອນແກ້ວ ແມ່ນມາຈາກການຕັດໄມ້ທໍາລາຍປ່າ ແລະຄວາມເຊື່ອມໂຊມ ອັນເນື່ອງມາຈາກການສະແຫວງຫາຜົນປະໂຫຍດຈາກປ່າພື້ນເມືອງ.

ຢູ່ໃນລັດວິກ​ຕໍເຣຍ ຂອງ ອອສເຕຣເລຍ, ລັດຖະບານໄດ້ຍອມຮັບວ່າ ການຕັດໄມ້ ທໍາລາຍປ່າພື້ນເມືອງນີ້ ໄດ້ກໍ່ໃຫ້ເກີດການປ່ອຍອາຍພິດທີ່ທຽບເທົ່າກັບອາຍພິດຈາກຄັວນລົດ 730,000 ຄັນໃນແຕ່ລະປີ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG