ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປະ​ຊາ​ຊົນ ໃນ​ທ້ອງ​ຖິ່ນ ​ຂອງ​ກຳ​ປູ​ເຈຍ ຕັ້ງ​ໜ່ວຍ​ ລາດ​ຕະ​ເວນ ປ່າ​ໄມ້


Local Cambodian Patrols Seek to End Illegal Logging
please wait

No media source currently available

0:00 0:02:11 0:00

ອີງ​ຕາມ​ລາຍ​ງານ​ຂ່າວ​ປ່າ​ໄມ້​ແລ້ວ ກຳ​ປູ​ເຈຍ​ສູນ​ເສຍ​ປ່​າ​ ຍ້ອນ​ມີ​ການ​ລັກ​ລອບ​ຕັດ​ໄມ້ ປະ​ມານ 208,000 ​ເຮັກ​ຕາໃນ​ແຕ່​ລະ​ປີ. ເວ​ລານີ້ ປະ​ຊາ​ຊົນ​ຢູ່​ໃນເຂດ​ທ້ອງ​ຖິ່ນທີ່​ກາງ​ຕໍ່​ປ່າ​ໄມ້​ໃນ​ການ​ດຳ​ລົງ​ຊີ​ວິດຂອງ​ພວກ​ເຂົາ​ເຈົ້າ ພວມ​ທຳ​ການຕໍ່​ສູ້ຕ້ານ​ຄືນ ແລະ​ຮ້ອງ​ຂໍ ​ການ​ຊ່ວຍ​ເຫຼືອ​. Kevin Enoch ນັກ​ຂ່າວ​ວີ​ໂອ​ເອ ມີ​ລາຍງານ​ກ່ຽວ​ກັບ​ເລື້ອງນີ້ ຊຶ່ງໄພ​ສານຈະ ນຳເອົາ ລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ປ່າ​ໄມ້​ປົກ​ຄຸມ ​ຫຼາຍກວ່າ​ເຄິ່ງນຶ່ງຂອງ​ດິນ​ແດນ​ປະ​ເທດ​ກຳ​ປູ​ເຈຍ​ທັງ​ໝົດ. ແຕ່​ອີງ​ຕາມ​ການ​ສຶກ​ສາເມື່ອ​ໄວໆ​ມານີ້ ປະ​ເທດ​ທີ່​ຕັ້ງຢູ່​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້​ດັ່ງ​ກ່າວ ຍັງ​ສູນ​ເສຍ​ປ່າ​ໄມ້ ໃນ​ລະ​ດັບ​ສູງ​ທີ່​ສຸດ ຄືມີ​ການ​ຕັດ​ໄມ້​ຖາງ​ປ່າ ຫລາຍກວ່າ 200,000 ເຮັກ​ຕາ ໃນ​ແຕ່​ລະ​ປີ.

ໃນ​ພາກ​ເໜືອ​ຂອງ​ປະ​ເທດນັ້ນ ປະ​ມານນຶ່ງ​ສ່ວນ​ສາມ ຂອງດົງຊົມ​ເພັນ (Chom Penh) ​ໄດ້​ຫາຍ​ໄປ​ແລ້ວ ນັບ​ແຕ່​ປີ 2000 ເປັນ​ຕົ້ນ​ມາ ຍ້ອນ​ການ​ຕັດ​ໄມ້​ແບບຜິດ​ກົດ​ໝາຍ ແລະ​ການ​ອະ​ນຸ​ມັດ​ໃຫ້​ເຮັດ​ສວນ​ຢາງ​ພາ​ລາ​ຂອງ​ລັດ​ຖ​ະ​ບ​ານ.

ນັ້ນ​ຄື​ຂ່າວ​ຮ້​າຍ​ສຳລັບ​ພວກ​ຊົນ​ເຜົ່າ​ກອຍ ທີ່​ກາງ​ຕໍ່​ປາ​ໄມ້ ​ເປັນ​ບ່ອນ​ທຳ​ມາ​ຫາ​ກິນ​ຂອງ​ພວກ​ເຂົາ​ເຈົ້າ. ​ປ້າ ຊິນ ບາ ສະ​ມາ​ຊິກ​ໃນ​ໜ່ວຍ​ລາດ​ຕະ​ເວນ​ປ່າ​ໄມ້ ກ່າວ​ເປັນ​ພາ​ສາ​ຂະ​ເໝນ​ວ່າ:

“ປ່າ​ໄມ້​ເປັນ​ພາ​ກ​ສ່ວນ​ທີ່​ສຳ​ຄັນ​ສຳ​ລັບ​ປະ​ເພ​ນີ​ເຜົ່າ​ກອຍ​ຂອງ​ພວກ​ເຮົາ. ຕົ້ນ​ໄມ້​ແລະ​ດິນ ໄດ້​ສະ​ໜອງ​ທຸກໆ​ຢ່າງ​ທີ່​ພວກ​ເຮົາ​ຕ້ອງ​ການ ເພື່ອໃຫ້ພວກ​ເຮົາ​ມີ​ຊີ​ວິດຢູ່​ລອດ. ພວກ​ເຮົາ​ໄດ້​ເງິນ​ມາ​ ຈາກ​ການ​ຂາຍ​ຜະ​ລິດ​ຕະ​ພັນ​ຕ່າງໆ ​ຂອງ​ປ່າ​ໄມ້ທີ່​ນຳ​ໄປ​ໃຊ້​ຈ່າຍໃຫ້​ພວກ​ລູກໆ​ຂອງເຮົາ​ໄປ​ໂຮງ​ຮຽນແລະ​ຊ່ວຍ​ພວກ​ເຮົາ​ຊື້​ຢຸກ​ຢາເວ​ລາ​ພວກ​ເຮົາ​ເຈັບ​ໄຂ້​ໄດ້​ປ່ວຍ.”

ດ້ວຍ​ເຫດນີ້ ພວກ​ເຂົາ​ເຈົ້າ​ຈຶ່ງ​ເລີ້ມ​ພາ​ກັນ​ລາດ​ຕະ​ເວນ​ປ່າ​ໄມ້​ດ້ວຍ​ ໂດຍເອີ້ນ​ຕົນເອງວ່າ ໜ່ວຍ​ຮັກ​ສາ​ຄວາມ​ເປັນ​ລະ​ບຽບ​ຜູ້​ເຖົ້າ. ລຸງ ​ຣົມ ຊູ ສະ​ມາ​ຊິກ​ໃນ​ໜ່ວຍລາດ​ຕະ​ເວນ​ປ່າ​ໄມ້​ອີກ​ຄົນ​ນຶ່ງ​ກ່າວ​ວ່າ:

“ພວກ​ເຮົາ​ໄດ້​ຕັ້ງ​ໜ່ວຍ​ລາ​ດ​ຕະເວນ​ຂຶ້ນ ຍ້ອນ​ພວກ​ເຮົາ​ຢາກ​ປົກ​ປັກ​ຮັກ​ສາ​ປ່າ​ໄມ້​ໄວ້. ພວກ​ເຮົາ​ຊຶ່ງ​ເຖົ້າ​ແກ່​ແລ້ວ ແມ່ນ​ຮູ້​ສຶກ​ເສຍ​ໃຈ​ຫຼາຍ​ກັບ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ຕໍ່​ຕົ້ນໄມ້. ​ການ​ດຳ​ລົງ​ຊີ​ວິດ​ແລະເຮັດ​ວຽກຢູ່​ກັບ​ປ່າ​ໄມ້​ແມ່ນ​ເປັນ​ພາກ​ສ່ວນ​ທີ່​ສຳ​ຄັນ​ສຳ​ລັບວັດ​ທະ​ນະ​ທຳ​ຂອງ​ພວກ​ເຮົາ. ພວກ​ເຮົາ​ຫວັງ​ວ່າ​ ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຈາກ​ອົງ​ການ​ຈັດ​ຕັ້ງທີ່​ໃຫ້​ຄວາມ​ສົນ​ໃຈເຊັ່ນ​ອົງ​ການ​ຈັດ​ຕັ້ງ​ທີ່​ບໍ່​ຂຶ້ນ​ກັບ​ລັດຖະ​ບານຕ່າງໆ.”

ໂດຍ​ມີ​ພ້າ​ອີ່​ໂຕ້​ເປັນ​ອາ​ວຸດ ພວກ​ລາດ​ຕະ​ເວັນ​ໄດ້​ເຂົ້າ​ໄປ​ໃນ​ປ່າ​ເປັນ​ເວ​ລາ​ຫຼາຍໆມື້​ໃນ​ແຕ່​ລະ​ເທື່ອໂດຍ​ຖື​ອາ​ຫານ​ການ​ກິນ​ແລະ​ເຊື້ອ​ໄຟ​ຂອງ​ເຂົາ​ເຈົ້າ​ໄປ​ນຳ. ພວກເຂົາ​ເຈົ້າ​ກ່າວ​ວ່າ ເຂົາ​ເຈົ້າ​ບໍ່​ໄດ້​ທຳ​ຮ້າຍ​ຜູ້​ໃດ ພຽງ​ແຕ່​ພະ​ຍາ​ຍາມ ​ປົກ​ປ້ອງວິ​ຖີ​ຊີວິດ​ຂອງ​ພວກ​ເຂົາ​ເຈົ້າ. ລຸງ ຣູ​ອົ​ສ ລິມ ຜູ້​ກໍ່​ຕັ້ງ​ແລະ​ຫົວ​ໜ້າ​ໜ່ວຍ​ລາດ​ຕະ​ເວນປ່າ​ໄມ້ ກ່າວ​ວ່າ:

“ພວກ​ເຮົາ​ພໍ້​ຄົນ​ລັກ​ຕັດ​ໄມ້​ເລື້ອຍໆ ບາງ​ເທື່ອ​ ພວກ​ເຮົາກໍ​ຍຶດ​ເອົ​າ​ອຸບ​ປະ​ກອນ​ຂອງ​ເຂົາ​ເຈົ້າ​ໄວ້ ເຊັ່ນ​ວ່າ​ເລື່ອຍ ກວຽນ ຫຼື​ສິ່ງ​ອື່ນໆ. ຖ້າ​ພວກ​ເຮົາ​ພົບ​ພໍ້​ຄົນ​ກຸ່ມ​ໃຫຍ່ ພວມ​ພາ​ກັນ​ຕັດ​ໄມ້​ຢູ່ ປົກ​ກະ​ຕິ​ແລ້ວ ພວກ​ເຮົາ​ຈະ​ຢູ່​ຫ່າງໆ ແລະ​ໂທ​ຫາ​ຜູ້​ບັນ​ຊ​າການ​ຕຳ​ຫຼວດ ໃຫ້​ມາ​ຈັດ​ການ​ເລື້ອງນີ້.”

ໜ່ວຍ​ລາດ​ຕະ​ເວນ​ກ່າວ​ວ່າ ສ່ວນ​ໃຫຍ່​ຂອງ​ພວກ​ລັກ​ລອບ​ຕັດ​ໄມ້​ແມ່ນ​ເປັນ​ຄົນ​ໃນ​ທ້ອງ​ຖິ່ນ ທີ່​ຊອກ​ຫາຕັດໄມ້​ຢູ່​ໃນ​ຂົງ​ເຂດ ຍ້ອນ​ປ່າ​ໄມ້​ຂອງ​ພວກ​ເຂົາ​ເຈົ້າ​ໄດ້ໝົດ​ໄປ​ແລ້ວ.

ເຈົ້າ​ໜ້າ​ທີ່​ກຳ​ປູ​ເຈຍ ​ກ່າວ​ວ່າ ໂດຍ​ທົ່ວ​ໄປ​ແລ້ວ ພວກ​ເຂົາ​ເຈົ້າ​ສະ​ໜັບ​ສະ​ໜຸນ ​ໜ່ວຍ​ລາດ​ຕະ​ເວນດັ່ງ​ກ່າວນີ້ແລະ​ພວກ​ເຂົາ​ເຈົ້າ​ກໍ​ພວມ​ພະ​ຍາ​ຍາມ​ຫາ​ທາງ​ຫຼຸດ​ຜ່ອນ​ການ​ຕັດ​ໄມ້​ແບບ​ຜິດ​ກົດ​ໝາຍ.

According to Forest News, Cambodia loses about 208,000 hectares of forest every year from logging. Now some local residents who rely on the forest to make their living are fighting back and asking for help.VOA's Kevin Enochs reports.

Forests cover more than half of Cambodia's territory.

But according to recent studies, the Southeast Asian nation also has the world's highest rate of forest loss. Over 200 hectares are cleared every year.

In the north, about a third of the Chom Penh forest has disappeared since 2000 because of illegal logging and government-approved rubber plantations.

That's bad news for the ethnic Koi people who make their living off the forest.

Sin Ba, Patrol Member:
"The jungle is a vital part of our Koi culture. The trees and the land provide us with everything we need to survive. We earn money from selling various forest products, which pays for our children to go to school and helps us buy medicine when we are sick."


So they started patrolling the forest on their own, calling themselves the vigilante granddads.

Rom Su, Patrol Member:
"We set up the patrols because we want to save the jungle. We old people are very sad about what's happening to the trees. Living and working in the jungle is an important part of our culture. We're hoping to get support from interested organizations, such as NGOs."

Armed with machetes, the teams head into the jungle for several days at a time carrying their own food and fuel. They say they're not hurting anyone, just trying to protect their way of life.

Ruos Lim, Founder and Leader of Forest Patrol:
"We often find people cutting down trees. Sometimes we seize their equipment, such as chainsaws, buffalo carts or other things. If we come across a large group of people cutting down the jungle, we usually stay back at a distance and call the police chief to come and take care of it."

The vigilantes say most of those clearing the jungle are locals who looking for lumber in this region because their forests have disappeared.

Cambodian officials say in general they support the patrols and that they are also trying to cut down on illegal logging.

XS
SM
MD
LG