ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, 25 ກັນຍາ 2026
ການເລືອກຕັ້ງປະທານາທິບໍດີ ສະຫະລັດ 2024 ລະຫວ່າງທ່ານ ດໍໂນລ ທຣຳ ສັງກັດພັກຣີພັບບລີກັນ ແລະ ທ່ານນາງ ຄາມາລາ ແຮຣິສ ສັງກັດພັກເດໂມແຄຣັດ
ການເລືອກຕັ້ງປະທານາທິບໍດີ ສະຫະລັດ 2024 ລະຫວ່າງທ່ານ ດໍໂນລ ທຣຳ ສັງກັດພັກຣີພັບບລີກັນ ແລະ ທ່ານນາງ ຄາມາລາ ແຮຣິສ ສັງກັດພັກເດໂມແຄຣັດ

ລາຍງານບລອກສົດ! ການເລືອກຕັ້ງ ສະຫະລັດ ປີ 2024

ການເລືອກຕັ້ງປະທານາທິບໍດີ ສະຫະລັດ 2024 ລະຫວ່າງທ່ານ ດໍໂນລ ທຣຳ ສັງກັດພັກຣີພັບບລີກັນ ແລະ ທ່ານນາງ ຄາມາລາ ແຮຣິສ ສັງກັດພັກເດໂມແຄຣັດ

ວີໂອເອ ລາວ ລາຍງານສົດ ຄວາມຄືບໜ້າ ການເລືອກຕັ້ງ ປະທານາທິບໍດີ ປີ 2024!

08:01 6.11.2024

ໃນວັນເລືອກຕັ້ງ ຊາວອາເມຣິກັນ ທົ່ວປະເທດ ພາກັນອອກໄປໃຊ້ສິດອອກສຽງ ເລືອກເອົາປະທານາທິບໍດີ

ຜູ້ມີສິດອອກສຽງຂອງສະຫະລັດຫຼາຍລ້ານຄົນ ໄດ້ພາກັນໄປປ່ອນບັດເລືອກຕັ້ງ ໃນວັນອັງຄານມື້ນີ້ ເພື່ອເລືອກເອົາປະທານາທິບໍດີຄົນໃໝ່ ໂດຍຕ້ອງໄດ້ຕັດສິນໃຈຈະຍົກລະດັບຕຳແໜ່ງຮອງປະທານາທິບໍດີ ຄາມາລາ ແຮຣິສ ໃຫ້ກາຍເປັນ ຜູ້ນຳເພດຍິງຄົນທຳອິດຂອງປະເທດ ຫຼືຈະເລືອກເອົາອະດີດປະທານາທິບໍດີ ດໍໂນລ ທຣຳ ກັບຄືນໄປດຳລົງຕຳແໜ່ງໃນທຳນຽບຂາວ.

ໜ່ວຍເລືອກຕັ້ງທັງຫຼາຍສະແດງໃຫ້ເຫັນວ່າ ທ່ານນາງ ແຮຣິສ ຜູ້ສະໝັກສັງກັດ ພັກເດໂມແຄຣັດ ແລະທ່ານທຣຳ, ຄູ່ແຂ່ງຂອງທ່ານນາງຈາກພັກຣີພັບບລີກັນ, ກຳລັງແຂ່ງຂັນກັນຢ່າງສູສີທີ່ສຸດໃນຮອບຫຼາຍທົດສະວັດຜ່ານມາ ໂດຍຜູ້ຊະນະເລີດຈະເລີ້ມດຳລົງຕຳແໜ່ງປະທານາທິບໍດີ ເປັນເວລາສີ່ປີ ໃນເດືອນມັງກອນ ຈະມາເຖິງນີ້.

ອ່ານລາຍງານນີ້ຕື່ມ

ພາບຄູ່ທີ່ໄດ້ສ້າງຂຶ້ນມາເມື່ອວັນທີ 01ພະຈິກ 2024 ສະແດງໃຫ້ເຫັນ ຮອງປະທານາທິບໍດີ ສະຫະລັດ ຜູ້ສະໝັກເປັນປະທານາທິິບໍດີຈາກພັກເດໂມແຄຣັດ ຄາມາລາ ແຮຣິສ (ຊ) ແລະອະດີດປະທານາທິບໍດີ ດໍໂນລ ທຣຳ ຜູ້ຖືກສະເໜີຊື່ໃຫ້ລົງແຂ່ງຂັນເປັນປະທານທິບໍດີ ຈາກພັກຣີພັບບລີກັນ.

08:05 6.11.2024

ແຜນ​ທີ່​ການ​ເລືອກ​ຕັ້ງ ສະ​ຫະ​ລັດ 2024

08:12 6.11.2024

ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ຊະ​ນະ​ຕື່ມ​ອີກ 5 ລັດ ຄື: ອາ​ລາ​ບາ​ມາ, ຟ​ລໍ​ຣິ​ດາ, ເທັນ​ເນັ​ສ​ຊີ, ມິ​ສ​ຊິ​ສ​ຊິບ​ປີ, ໂອກ​ລາ​ໂຮ​ມາ. ທ່ານ​ນາງ ຄາ​ມາ​ລາ ແຮ​ຣິ​ສ​ ຊະ​ນະ​ຕື່ມ​ອີກ​ນຶ່ງ​ລັດ​ຄື: ລັດ ແມ​ຣີ​ແລນ. ທ່​າ​ນ ທ​ຣຳ ນຳ​ໜ້າທ່ານ​ນາງ ແຮ​ຣິ​ສ ໃນ​ຄະ​ແນນ​ຂອງ​ຄະ​ນະ​ຜູ້​ແທນ​ລັດ 86 ຕໍ່ 13.

08:43 6.11.2024

ມາຮອດປັດຈຸບັນນີ້, ທ່ານ ດໍໂນລ ທຣໍາ ມີຄະແນນຕື່ມອີກ 3 ລັດຄື: ລັດ ຄາໂຣໂລນາໃຕ້ ດ້ວຍ 9 ຄະແນນ, ລັດ ອາແກນຊໍ ດ້ວຍ 6 ຄະແນນ, ແລະ ລັດເວີຈີເນຍຕາເວັນຕົກ ດ້ວຍຄະແນນ 4 ຄະແນນ.

ໂຫລດຕື່ມອີກ

XS
SM
MD
LG