ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, 25 ກັນຍາ 2026
ການເລືອກຕັ້ງປະທານາທິບໍດີ ສະຫະລັດ 2024 ລະຫວ່າງທ່ານ ດໍໂນລ ທຣຳ ສັງກັດພັກຣີພັບບລີກັນ ແລະ ທ່ານນາງ ຄາມາລາ ແຮຣິສ ສັງກັດພັກເດໂມແຄຣັດ
ການເລືອກຕັ້ງປະທານາທິບໍດີ ສະຫະລັດ 2024 ລະຫວ່າງທ່ານ ດໍໂນລ ທຣຳ ສັງກັດພັກຣີພັບບລີກັນ ແລະ ທ່ານນາງ ຄາມາລາ ແຮຣິສ ສັງກັດພັກເດໂມແຄຣັດ

ລາຍງານບລອກສົດ! ການເລືອກຕັ້ງ ສະຫະລັດ ປີ 2024

ການເລືອກຕັ້ງປະທານາທິບໍດີ ສະຫະລັດ 2024 ລະຫວ່າງທ່ານ ດໍໂນລ ທຣຳ ສັງກັດພັກຣີພັບບລີກັນ ແລະ ທ່ານນາງ ຄາມາລາ ແຮຣິສ ສັງກັດພັກເດໂມແຄຣັດ

ວີໂອເອ ລາວ ລາຍງານສົດ ຄວາມຄືບໜ້າ ການເລືອກຕັ້ງ ປະທານາທິບໍດີ ປີ 2024!

09:29 6.11.2024

ລາຍງານຫຼ້າສຸດໃນຂະນະນີ້, ທ່ານ ດໍໂນລ ທຣໍາ ນໍາຕື່ມອີກ 7 ລັດ, ໃນນັ້ນລວມມີ ລັດເທັກຊັາ, ລັດຫລຸຍເຊຍນາ, ໂອໄຮໂອ, ເນບຣາສກາ, ດາໂກຕ້າໃຕ້, ດາໂກຕ້າເໜືອ ແລະລັດໂງໂອມິງ, ສ່ວນ ທ່ານນາງ ຄາມາລາ ແຮຣິສ ແມ່ນນໍາຕື່ມໃນລັດ ອີລີນອຍ.

08:43 6.11.2024

ມາຮອດປັດຈຸບັນນີ້, ທ່ານ ດໍໂນລ ທຣໍາ ມີຄະແນນຕື່ມອີກ 3 ລັດຄື: ລັດ ຄາໂຣໂລນາໃຕ້ ດ້ວຍ 9 ຄະແນນ, ລັດ ອາແກນຊໍ ດ້ວຍ 6 ຄະແນນ, ແລະ ລັດເວີຈີເນຍຕາເວັນຕົກ ດ້ວຍຄະແນນ 4 ຄະແນນ.

08:12 6.11.2024

ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ຊະ​ນະ​ຕື່ມ​ອີກ 5 ລັດ ຄື: ອາ​ລາ​ບາ​ມາ, ຟ​ລໍ​ຣິ​ດາ, ເທັນ​ເນັ​ສ​ຊີ, ມິ​ສ​ຊິ​ສ​ຊິບ​ປີ, ໂອກ​ລາ​ໂຮ​ມາ. ທ່ານ​ນາງ ຄາ​ມາ​ລາ ແຮ​ຣິ​ສ​ ຊະ​ນະ​ຕື່ມ​ອີກ​ນຶ່ງ​ລັດ​ຄື: ລັດ ແມ​ຣີ​ແລນ. ທ່​າ​ນ ທ​ຣຳ ນຳ​ໜ້າທ່ານ​ນາງ ແຮ​ຣິ​ສ ໃນ​ຄະ​ແນນ​ຂອງ​ຄະ​ນະ​ຜູ້​ແທນ​ລັດ 86 ຕໍ່ 13.

08:05 6.11.2024

ແຜນ​ທີ່​ການ​ເລືອກ​ຕັ້ງ ສະ​ຫະ​ລັດ 2024

ໂຫລດຕື່ມອີກ

XS
SM
MD
LG