ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກນັກບິນ ສູ້ຊົນສຸດຂີດ ເພື່ອຈະຄວບຄຸມ ເຮືອບິນ ທີ່​ຕົກ ຢູ່​ອິນ​ໂດ​ເນ​ເຊຍ


ພະນັກງານທີມກູ້ໄພ ຢືນເບິ່ງຢູ່ ໃນລະຫວ່າງ ການຍົກຍາຍເຄື່ອງຈັກຂອງເຮືອບິນ ສາຍການບິນ Lion Air ຖ້ຽວບິນ JT610 ຢູ່ທີ່ເມືອງແຄມຝັ່ງ Karawang ທາງກ້ຳເໜືອ ຂອງອິນໂດເນເຊຍ, ວັນທີ 3 ພະຈິກ 2018.
ພະນັກງານທີມກູ້ໄພ ຢືນເບິ່ງຢູ່ ໃນລະຫວ່າງ ການຍົກຍາຍເຄື່ອງຈັກຂອງເຮືອບິນ ສາຍການບິນ Lion Air ຖ້ຽວບິນ JT610 ຢູ່ທີ່ເມືອງແຄມຝັ່ງ Karawang ທາງກ້ຳເໜືອ ຂອງອິນໂດເນເຊຍ, ວັນທີ 3 ພະຈິກ 2018.

ບົດລາຍງານເບື້ອງຕົ້ນ ກ່ຽວກັບອຸບັດເຫດເຮືອບິນອາຍພົ່ນຕົກທີ່ຮ້າຍແຮງ ເມື່ອເດືອນ
ແລ້ວນີ້ ຂອງສາຍການບິນອິນໂດເນເຊຍ ຢູ່ໃນທະເລຈາວາ ສະເໜີແນະ ວ່າ ລະບົບ
ຄວາມປອດໄພອັດຕະໂນມັດຂອງເຮືອບິນ ໄດ້ເຮັດໃຫ້ຫົວເຮືອບິນດິ່ງລົງ ຊ້ຳແລ້ວ
ຊ້ຳອີກ ເຖິງແມ່ນວ່າ ພວກນັກບິນໄດ້ພະຍາຍາມຢ່າງສຸດຂີດ ທີ່ຈະ ຮັກສາການຄວບ
ຄຸມໄວ້ ກໍຕາມ.

ພວກຜູ້ໂດຍສານ ແລະຈຸບິນທັງໝົດ 189 ຄົນ ຢູ່ໃນຖ້ຽວບິນ 610 ຂອງ​ສາຍການ​ບິນ
Lion Air ໄດ້ເສຍຊີວິດ ໃນເວລາ ເຮືອບິນອາຍພົ່ນໂບອິງ 737 ລຸ້ນ Max 8 ໄດ້ຕົກ
ບໍ່ດົນຫຼັງຈາກທີ່ໄດ້ບິນຂຶ້ນ ໃນວັນທີ 29 ຕຸລາ ຜ່ານມາ ຈາກນະຄອນຫຼວງ ຈາກາຕາ
ໄປຍັງ ເກາະບັງກາ-ແບລີຕັງ ທີ່ຢູ່ໃກ້ຄຽງນັ້ນ. ຂໍ້ມູນດັ່ງກ່າວ ໃນບົດລາຍງານ ແມ່ນໄດ້
ມາຈາກເຄື່ອງບັນທຶກຂໍ້ມູນການບິນ ຂອງເຮືອບິນລຳດັ່ງກ່າວ ຊຶ່ງໄດ້ຖືກເກັບກູ້ມາໄດ້
ບໍ່ເທົ່າໃດວັນ ຫຼັງຈາກທີ່ມັນໄດ້ຕົກ. ສ່ວນເຄື່ອງບັນທຶກສຽງ ໃນຫ້ອງນັກບິນ ຍັງບໍ່ສາ
ມາດເກັບກູ້ຂຶ້ນມາໄດ້ເທື່ອ.

ພວກພະນັກງານກູ້ໄພ ຂອງອຸບັດເຫດເຮືອບິນໂດຍສານ Lion Air ຖ້ຽວບິນ JT610 ຕົກລົງໃນ ທະເລຈາວາ ກຳລັງພາກັນຫາມ ຖົງສົບ ຢູ່ທີ່ ທ່າເຮືອ Tanjung Priok ໃນນະຄອນຫຼວງ ຈາກາຕາ ຂອງອິນໂດເນເຊຍ, ວັນທີ 2 ພະຈິກ 2018.
ພວກພະນັກງານກູ້ໄພ ຂອງອຸບັດເຫດເຮືອບິນໂດຍສານ Lion Air ຖ້ຽວບິນ JT610 ຕົກລົງໃນ ທະເລຈາວາ ກຳລັງພາກັນຫາມ ຖົງສົບ ຢູ່ທີ່ ທ່າເຮືອ Tanjung Priok ໃນນະຄອນຫຼວງ ຈາກາຕາ ຂອງອິນໂດເນເຊຍ, ວັນທີ 2 ພະຈິກ 2018.


ບັນດານັກສືບສວນ ປະຈຳ ຄະນະກຳມະການຮັບຜິດຊອບດ້ານຄວາມປອດໄພ ໃນ
ການຂົນສົ່ງ ແຫ່ງຊາດຂອງອິນໂດເນເຊຍ ພວມທຳງານ ໃນຂໍ້ສັນນິຖານທີ່ວ່າ ລະບົບ
ອັດຕະໂນມັດ ຕິດຕັ້ງໃສ່ເຮືອບິນອາຍພົ່ນໂດຍສານລຸ້ນໃໝ່ ທີ່ມີຊື່ສຽງຂອງໂບອິງນັ້ນ
ຊຶ່ງມັນຈະຊ່ອຍບໍ່ໃຫ້ເຮືອບິນຢຸດບິນ ກາງອາກາດ ຖ້າມັນບິນໃນລະດັບທີ່ສູງເກີນໄປ
ແຕ່ມັນໄດ້ຮັບຂໍ້ມູນທີ່ຜິດພາດຈາກເຄື່ອງເຊັນເຊີ ຢູ່ປີກຂອງເຮືອບິນ. ພວກນັກບິນ
ທີ່ປະຈຳການຢູ່ໃນສະຫະລັດ ຕັ້ງແຕ່ນັ້ນມາ ໄດ້ພາກັນຈົ່ມວ່າ ພວກເຂົາເຈົ້າ ບໍ່ໄດ້
ແຈ້ງໃຫ້ຊາບກ່ຽວກັບລະບົບອັດຕະໂນມັດໃໝ່ ດັ່ງ ກ່າວ ທີ່ໄດ້ຍົກລະດັບຂອງເຮືອບິນ
ອາຍພົ່ນ 737 ລຸ້ນ Max 8.

ເຮືອບິນລຳດັ່ງກ່າວນີ້ ໄດ້ຮັບການປະສົບກັບບັນຫາ ທີ່ຄ້າຍຄືກັນນີ້ ໃນລະຫວ່າງ
ການບິນ ຈາກເກາະຕາກ​ອາ​ກາດບາ​ຫລີ ໄປຍັງ ຈາກາຕາ ໃນຄືນມື້ກ່ອນ ແລ້ວ
ຈຶ່ງເກີດອຸບັດເຫດຕົກຢ່າງຮ້າຍແຮງ. ພວກນັກສືບສວນ ໄດ້ກ່າວວ່າ ເຮືອບິນລຳ ນີ້
ບໍ່ເໝາະສົມທີ່ຈະບິນໄດ້ ແລະ ຄວນຖືກງົດບິນ ຫຼັງຈາກຖ້ຽວບິນຂອງຄໍ່າຄືນ ນັ້ນ.

ບົດລາຍງານເບື້ອງຕົ້ນນີ້ ຈະຖືກນຳສະເໜີີ ຕໍ່ສະພາແຫ່ງຊາດ ຂອງອິນໂດເນ ເຊຍ
ໃນວັນພຸດມື້ນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG