ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄໍາປາໄສ ຂອງ ປ. Lincoln ເມື່ອ 150 ປີກ່ອນ ຍັງດັງກ້ອງສະນັ່ນ ຢູ່ຮອດມື້ນີ້ (ວີດີໂອ)


Lincoln's Words at Gettysburg Battlefield Resonate 150 Years Later
please wait

No media source currently available

0:00 0:02:59 0:00
ເມື່ອ​ນຶ່ງ​ຮ້ອຍ​ຫ້າ​ສິບ​ປີຜ່ານມາ​ ໃນ​ວັນ​ທີ 19 ພະ​ຈິກມື້ນີ້ ຕອນທີ່​
ສົງຄາມ​ກາງ​ເມືອງ​ສະຫະລັດ​ໄດ້​ກ້າວ​ຂຶ້ນສູ່​ຈຸດ​ຮ້າຍ​ແຮງ​ສຸດ​ນັ້ນ
ປະທານາທິບໍດີ Abraham Lincoln ​ໄດ້​ກ່າວ​ຄໍາ​ປາ​ໄສ​ສັ້ນ​ໆ​
ບັ້ນ​ນຶ່ງຢູ່​ທີ່​ສະໜາມ​ລົບ​ໃນເມືອງ Gettysburg ລັດ Pennsyl
vania. ການ​ສູ້​ລົບ​ກັນ​ຢ່າງ​ນອງເລືອດໄດ້​ເກີດ​ຂຶ້ນຢູ່​ທີ່​ເມືອງ​ດັ່ງ
ກ່າວ​ນີ້​ເປັນ​ເວລາ​ຫຼາຍ​ເດືອນ ຊຶ່ງ​ບັດ​ນີ້​ຖື​ກັນວ່າ​ ເປັນ​ບາດ​ລ້ຽວ​
ຂອງ​ສົງຄາມ ​ໃນ​ຂະນະ​ທີ່​ ທ່ານ​ຢ້ຽມຢາມ​ສຸສານ​ນັ້ນ ທ່ານ
Lincoln ໄດ້​ກ່າວ​ຍ້ອງຍໍ​ສັນລະ​ເສີນທະຫານ​ທັງຫຼາຍທີ່​ໄດ້​ສູ້​ລົບ​
ໃນ​ສົງຄາມ​ທີ່​ເມືອງ Gettysburg ​ໃນ​ເວລາ​ນັ້ນ. ດັ່ງ​ທີ່ເຮົາ​ໄດ້​
ຟັງ​ລາຍ​ງານ​ຈາກ​ຜູ້​ສື່​ຂ່າວ​ວີ​ໂອ​ເອ Deborah Block ນັ້ນ​ວ່າ
​ໃນ​ຄໍາ​ປາ​ໄສ​ຂອງທ່ານ Lincoln ຄັ້ງ​ນັ້ນ ທ່ານຍັງ​ໄດ້​ກ່າວເນັ້ນ​
ໜັກ​ໃສ່​ດ້ານອິດສະຫຼະພາບ ​ແລະ​ຄວາມ​ສະ​ເໝີ​ພາບ​ນຳ​ດ້ວຍ.
ຊຶ່ງ​ທອງ​ປານ ຈະ​ນໍາເອົາ​ລາຍ​ລະອຽດ ມາສະ​ເໜີ​ທ່ານ ​ໃນ​ອັນ​
ດັບ​ຕໍ່​ໄປ.

ລິງໂດຍກົງ

​ໃນ​ຄໍາ​ປາ​ໄສ​ສັ້ນໆ​ສອງ​ນາທີ​ຂອງ​ທ່ານ​ນັ້ນ ປະທານາທິບໍດີ​ລິນ​ຄອນ ​ໄດ້​ລະນຶກ​ເຖິງ​ການ​ສູ້​ລົບ​ກັນ​ໃນ​ເມືອງ Gettysburg ທີ່​ໄດ້​ເອົາ​ຊີວິດ​ທະຫານຝ່າຍເໜືອ​ແລະທະຫານ​ຝ່າຍ​ໃຕ້ ໄປ​ຫຼາຍ​ສິບ​ພັນ​ຄົນ. ທ່ານ​ໄດ້ໃຫ້ກຽດ​ພວກຜູ້​ຊາຍ​ທີ່​ພິລາດ​ອາດ​ຫານ ທີ່​ມີ​ຊີ ວິດ​ຢູ່​ແລະ​ເສຍ​ຊີວິດ​ໄປແລ້ວ ​ໃນ​ການ​ຕໍ່ສູ້​ກັນ​ຢູ່​ທີ່​ນີ້. ​ແຕ່​ປີ 1861 ຫາ​ປີ 1865 ​ກຸ່ມ​ລັດ​ພາກ​ເໜືອທີ່​ເອີ້ນ​ວ່າ Union ​ໄດ້​ສູ້​ລົບ​ກັບ​ກຸ່ມ​ລັດ​ພາກ​ໃຕ້ ທີ່​ເອີ້ນວ່າ Confederacy ທີ່​ໄດ້​ແຍກ​ຕົວອອກ​ຈາກ​ສະຫະລັດຍ້ອນ​ບໍ່ພໍ​ໃຈ​ໃນ​ບັນຫາ​ຫຼາຍໆ​ປະ​ເດັນ​ໂຮມ​ທັງເລື່ອງ​ຂ້າ​ທາດ ນັ້ນ​ນໍາ.

Martin Johnson ອາຈານ​ສອນ​ວິຊາ​ປະຫວັດສາດ​ປະ​ຈໍາ​ມະຫາວິທະຍາ​ໄລ Miami University ທີ່​ລັດ​ໂອ​ໄຮ​ໂອ ​ໄດ້​ຂຽນ​ປື້​ມ​ໃໝ່​ ເ​ຫຼັ້ມ​ນຶ່ງ ທີ່​ໃສ່​ຊື່ວ່າ “Writing the Gettysburg Address” ຫຼື​ການ​ຂຽນຄໍາປາ​ໄສ Gettysburg ​ຊຶ່ງ​ທ່ານເວົ້າ​ວ່າ ປະທາ ນາທິບໍດີ​ລິນ​ຄອນ​ໄດ້​ຊອກສະແຫວ​ງ ຫາ​ການສະໜັບສະໜຸນ​ຕໍ່ລັດ​ພາກ​ເໜືອຫຼື Union ​ໃນຂະ​ນະ​ສົງຄາມກາງ​ເມືອງ​ທີ່​ຍັງ​ຍືດ​ເຍື້​ອດຳ​ເນີນ​ຕໍ່ໄປຢູ່​ນັ້ນ.

ທ່ານ ຈອນ​ສັນ ​ເວົ້າ​ວ່າ: “ປະທານາທິບໍດີ​ຮູ້​ວ່າ ທ່ານ​ຕ້ອງ​ໄດ້​ເຮັດ​ໃຫ້​ປະ​ເທດ ຊາດ​ເຂົ້າ​ໃຈດີ​ເຖິງ​ຄວາມ​ສໍາຄັນ​ຂອງ​ສາ​ເຫດທີ່ວ່າ ດ້ວຍເຫດ​ໃດ​ສົງຄາມ​ນີ້ ຈຶ່ງຖື​ວ່າ​ສໍາຄັນ ​ແລະ​ຫຼໍ່​ແຫຼມ​ທີ່​ສຸດ.”

ບໍ່​ດົນ ກ່ອນ​ທີ່​ທ່ານ​ຈະ​ໄປ​ຍັງ​ເມືອງ Gettysburg ປະທານາທິບໍດີ​ລິນ​ຄອນ ຍັງ​ຢູ່​ທີ່ເຮືອນ​ຫຼັງ​ນີ້ ​ທີ່​ກຸງວໍ​ຊິງ​ຕັນ. ບ່ອນ​ທີ່​ທ່ານ​ຈະ​ເຂົ້າ​ໄປ​ຫຼົບ​ໜີຈາກ​ການ​ຖືກລົບ​ກວນທີ່​ທໍາ ນຽບຂາວ. ນາງ Callie Hawkins ຜູ້​ອໍາ​ນວຍການ​ ໂຄງການຂອງ​ເຮືອນທີ່​ຖືກ​ສ້ອມ​ແປງ​ໃໝ່ເວົ້າ​ວ່າ ນີ້​ຈະ​ບໍ່​ເປັນ​ການ​ຫລົບໜີ​ແຕ່​ປະການ​ໃດ ຍ້ອນ​ວ່າ​ສຸສານ​ທະຫານ​ແຫ່ງ​ນຶ່ງກໍ​ຕັ້ງ​ຢູ່ໃກ້ໆ​ກັບເຮືອນ​ຫຼັງ​ນີ້.

ນາງ Hawkins ​ເວົ້າ​ວ່າ: “ມັນເປີດໂອກາດໃຫ້ທ່ານ​ໄດ້​ຄິດ ​ແລະໄຕ່ຕອງ ​ແລະ ທົບ​ທວນເບິ່ງຄວາມ​ນຶກ​ຄິດ​ ຂອງ​ທ່ານ​ເລຶ່ອງ ສົງຄາມ​ກາງ​ເມືອງ​ແລະ​ການ​ເລີກ ທາດ​ນັ້ນ. ທ່ານລິນ​ຄອນ ​ໄດ້​ເຫັນ​ການ​ຝັງ​ຄົນ​ຕາຍ ຢູ່​ທຸກໆ​ມື້.”

ນາງ Hawkins ​ເວົ້າ​ຕໍ່​ໄປ​ວ່າ ຄວາມ​ຄິດ​ເຫຼົ່າ​ນັ້ນ ອາດມີ​ອິດ​ທິພົນ​ຕໍ່​ການຂຽນ​ຄໍາປາໄສ Gettysburg ຂອງ​ທ່ານ​ ທີ່​ທ່ານ​ໄດ້ຢືມຄັດ​ມາ​ຈາກ​ຄໍາ​ປະ ກາດ​ເອກ​ກະລາດ​ສະຫະລັດ​ ​ແຖວ​ນຶ່ງ​ທີ່​ເວົ້າ​ວ່າ: “ຜູ້​ຊາຍ​ທັງ​ໝົດ​ຖືກ​ສ້າງ​ຂຶ້ນມາ​ໃຫ້​ເທົ່າ​ທຽມ​ກັນ.” ນອກ​ນີ້​ແລ້ວ ທ່ານລິນ​ຄອນ​ຍັງ​ໄດ້ເວົ້າ​ກ່ຽວ​ກັບ ປະ​ເທດ​ຊາດ​ໃໝ່​ ທີ່ໃຫ້​ກຳ​ເນີ​ດ​ແກ່​ອິດສະຫຼະ ພາບ ​ແລະ​ການເກີດ​ໃໝ່​ຂອງ​ເສລີພາບ.

ຄໍາ​ເວົ້າ​ຂອງ​ທ່ານລິນ​ຄອນ ສະທ້ອນ​ຈິດ​ໃຈນາງ Carrie Otal ​ໄວ 12 ປີ

ນາງ​ນ້ອຍ Carrie Otal ​ເວົ້າ​ວ່າ: “ທ່ານ​ລິນ​ຄອນ ນໍາພາ​ພວກ​ເຮົາ​ພົ້ນ​ຈາກ​ການ​ເປັນ​ຂ້າ​ທາດ ​ແລະ​ໃຫ້​ເສລີພາບ​ແກ່​ທຸກໆ​ຄົນ​ນັ້ນແມ່ນ​ສໍາຄັນ​ຫຼາຍ. ພວກ​ເປັນ​ເຈົ້າຂອງ​ຂ້າ​ທາດ ​ເຂົາ​ເຈົ້າຄິດ​ວ່າ​ພວກ​ເຂົາ​ມີ​ອິດສະຫຼະພາບ​ເປັນ ​ເຈົ້າຂອງ​ພວກ​ຂ້າ​ທາດ​ກໍ​ຈິງ​ຢູ່ ​ແຕ່​ພວກ​ຂ້າ​ທາດ​ຄິດ​ວ່າ​ອິດສະຫຼະພາບ​ ໝາຍເຖິງ​ເສລີ ພາບ ​ແລະ​ຂ້ອຍ​ຄິດ​ວ່າ ທ່ານ​ລິນ​ຄອນ ​ໄດ້​ມອບ​ອິດສະຫຼະພາບ​ໃຫ້​ແກ່​ທຸກໆ​ຄົນ ທີ່​ເຂົາ​ເຈົ້າສົມຄວນ​ຈະ​ໄດ້​ຮັບ​.”

ທ່ານ ຈອນ​ສັນ ​ເວົ້າ​ວ່າ ທ່ານ​ລິນ​ຄອນ ​ໄດ້​ຂຽນ​ຄໍາ​ປາ​ໄສ ຢູ່​ທີ່​ທໍານຽບຂາວ ​ແລະ​ໄດ້​ເອົາ​ໄປ​ຂັດ​ເກົາ​ໃຫ້​ມີ​ເນື້ອ​ໃນ​ດີ​ຂຶ້ນຢູ່​ທີ່ເຮື​ອນ​ຫຼັງ​ນີ້ ທີ່​ເມືອງ Gettysburg. ຊຶ່ງ​ຄໍາ​ເວົ້າ​ໃນ​ຄໍາ​ປາ​ໄສ​ນັ້ນ ​ໄດ້​ແຜ່​ຂະຫຍາຍ​ອອກ​ໄປ​ຢ່າງ​ວ່ອງໄວ.

ທ່ານ ຈອນ​ສັນ ​ເວົ້າ​ວ່າ: “ຄໍາ​ປາ​ໄສໄດ້​ຮັບ​ຄວາມ​ນີຍົມ ​ແລະ​ມີ​ຄວາມ​ສໍາຄັນ​ເກືອບ​ວ່າ​ໃນ​ທັນທີ ຍ້ອນ​ວ່າ​ຫຼາຍໆ​ຄົນ ​ໂດຍ​ສະ​ເພາະ​ພວກ​ບັນນາທິ ການ​ຂອງ​ໜັງສືພິມ ​ແລະ​ພວກ​ນັກ​ການ​ເມືອງ ຕ່າງ​ກໍ​ຮັບ​ຮູ້​ວ່າ​ມັນ​ຫຼໍ່​ຫຼອມ ບົດ​ຮຽນ​ຂອງ​ສົງຄາມ​ໃນ​ລັກສະນະ​ທີ່​ສັ້ນໆ​ຫຼາຍ. ​ຫຼັງ​ຈາກ​ນັ້ນ ຄືໃນ​ໄລຍະ​ພາຍ​ໃນ​ບໍ່​ເທົ່າໃດ​ເດືອນ​ ຄໍາ​ປາ​ໄສ​ນີ້ ກໍ​ຖືກ​ນໍາ​ໃຊ້​ໃນ​ຄໍາ​ປາ​ໄສ​ທາງ​ການ​ເມືອງ​ຕ່າງໆ. ມັນ​ໄດ້​ຝັງ​ຮາກ​ເລິກ​ຢ່າງ​ໄວ​ຫຼາຍໃນ​ຄວາມ​ຊົງ​ຈໍາ​ຂອງ​ຊາວ ອາ​ເມຣິກັນ ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ສົງຄາມ​ກາງ​ເມືອງ​ນັ້ນ.”

ທ່ານ ຈອນ​ສັນ ​ເວົ້າ​ວ່າ ຄໍາ​ປາ​ໄສທີ່ ​ເມືອງ Gettysburg ຂອງ​ທ່ານ​ລິນຄອນ ຍັງ​ຮູ້​ກັນ​ໄປ​ທົ່ວ​ໂລກ.

ທ່ານ ຈອນ​ສັນ​ເວົ້າ​ວ່າ: “ຄໍາ​ປາ​ໄສ​ນັ້ນ​ໄດ້​ເອົາໄປສອນ​ກັນ​ຢູ່​ຕາມໂຮງຮຽນຕ່າງໆ ​ໃນ​ປະ​ເທດ​ຍີ່ປຸ່ນ ​ໄນ​ຈີ​ເຣຍ ອາ​ເຢັນ​ຕິ​ນາ ​ແລະ​ແຫ່ງ​ອື່ນໆ.”

​ໃນຄໍາ​ປາ​ໄສ​ຂອງ​ທ່ານ​ນັ້ນ ປະທານາທິບໍດີ​ລິນ​ຄອນ​ເວົ້າ​ວ່າ “ ​ໂລກ​ຈະ​ບໍ່​ຂຽນ​ບັນທຶກ​ໄວ້​ຫຼາຍ ຫຼື​ຈະ​ຈົດ​ຈໍາ​ໄວ້​ເປັນ​ເວລາ​ດົນນານ ​ໃນ​ສິ່ງທີ່​ພວກ​ເຮົາ​ເວົ້າ​ຢູ່​ທີ່​ນີ້ ສິ່ງ​ນ້ອຍ​ໆທີ່​ທ່ານ​ຮູ້​ນັ້ນ ບໍ່​ພຽງ​ແຕ່​ເປັນ​ຄໍາ​ບັນທຶກ ​ແລະ​ຄວາມ​ຊົງ​ຈໍາ​ຂອງ​ໂລກ​ເທົ່າ​ນັ້ນ ​ແຕ່​ຄໍາ​ປາ​ໄສ​ນັ້ນ ຍັງ​ໄດ້​ກາຍ​ມາ​ເປັນສິ່ງ​ນຶ່ງ​ທີ່​ມີ​ຊື່​ສຽງ​ທີ່​ສຸດ​ໃນປະຫວັດສາດ.
XS
SM
MD
LG