ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການຍົກເລີກ ມາດຕະການປິດເມືອງວູຮານ ກໍບໍ່ໄດ້ເຮັດໃຫ້ ພວກນັກສຶກສາຕ່າງປະເທດ ເປັນອິດສະຫຼະໄດ້


Lifted Lockdown Does Not Free Foreign Students in China
please wait

No media source currently available

0:00 0:02:33 0:00

ເຊີນຊົມວີດີໂອ ເປັນພາສາອັງກິດ

ພວກນັກສຶກສາຕ່າງປະເທດຈຳນວນນຶ່ງຢູ່ໃນຈີນ ຮູ້ສຶກໂລ່ງໃຈເມື່ອມາດຕະການກັກໂຕ ໃນເມືອງຫວູຮານຂອງຈີນ ໄດ້ຖືກຍົກເລີກແລ້ວ ພາຍຫຼັງຈາກການລະບາດຂອງໄວຣັສໂຄວິດ-19 ໄດ້ຜ່ອນຄາຍລົງ. ແຕ່ພວກເຂົາເຈົ້າ ຍັງມີຄວາມເປັນຫ່ວງຢູ່ ກ່ຽວກັບຄອບຄົວຂອງພວກເຂົາ ທີ່ຢູ່ທາງບ້ານ ໃນຂະນະທີ່ໄວຣັສດັ່ງກ່າວ ໄດ້ແຜ່ລະບາດ ເຂົ້າໄປໃນຫຼາຍກວ່າ 170 ປະເທດແລ້ວນັ້ນ. ຊາຣາ ມາຈິດ ມີລາຍງານເລື້ອງນີ້ ຊຶ່ງໄຊຈະເລີນສຸກ ຈະນຳລາຍລະອຽດ ມາ
ສະເໜີທ່ານ ໃນອັນດັບຕໍ່ໄປ.


ໃນເວລາທີ່ ໄວຣັສໂຄວິດ-19 ໄດ້ລະບາດຂຶ້ນຢູ່ໃນຈີນ ຫຼາຍກວ່າ 20 ປະເທດໄດ້ຍົກຍ້າຍພົນລະເມືອງຂອງພວກເຂົາ ອອກຈາກເມືອງຫວູຮານ. ແຕ່ພວກນັກສຶກສາຕ່າງປະເທດຫຼາຍໆຄົນ ເລືອກທີ່ຈະຢູ່ຕໍ່ໄປ ຫຼືອາດເປັນໄປໄດ້ວ່າ ພວກເຂົາເຈົ້າ ບໍ່ມີທຶນຮອນທີ່ຈະອອກໄປໄດ້.

ຜູ້ນີ້ເປັນນັກສຶກສາຄົນນຶ່ງ ທີ່ໄດ້ເລົ່າສູ່ຟັງ ຢ້ອນຫລັງ ກັບຄືນໄປເມື່ອເດືອນກຸມພາຜ່ານມາ.

ນາງຈັນນາທູນ ນາຮາຣ ນັກສຶກສາຊາວບັງກລາແດັສ ກ່າວວ່າ “ຂ້ອຍ ຄຶດວ່າ ມັນແມ່ນຄວາມສ່ຽງອັນໃຫຍ່ຫຼວງ ສຳລັບຂ້ອຍ ທີ່ຈະກັບຄືນໄປໃນເວລານີ້ ສະນັ້ນແລ້ວ ຂ້ອຍເລີຍຢາກຈະຢູ່ທີ່ນີ້. ຖ້າຄວາມພິດພາດໃດໆເກີດຂຶ້ນ ແລ້ວຂ້ອຍກັບຄືນໄປບ້ານເກີດຂອງຂ້ອຍ ແລະພາຍໃນ 14 ວັນ ຂ້ອຍກໍຈະໄປຕິດ ແປດພວກຄົນຢູ່ອ້ອມຕົວຂ້ອຍ.”

ສອງເດືອນຕໍ່ມາ ພວກນັກສຶກສາທັງຫຼາຍ ພາກັນອອກມາຈາກການກັກໂຕ ແລ້ວໄດ້ມາເລົ່າເຖິງຄວາມນຶກຄິດຂອງພວກເຂົາເຈົ້າ ສູ່ຄອບຄົວຢູ່ທາງບ້ານຟັງ ບ່ອນທີ່ມີກໍລະນີຕິດເຊື້ອໄວຣັສຈຳນວນນຶ່ງ ທີ່ໄດ້ຮັບການຢືນຢັນແລ້ວ ແລະກຳລັງສູງຂຶ້ນນັບມື້.

ນັກສຶກສາຄົນນຶ່ງ ຈາກປະເທດປາກິສຖານ ຢູ່ໃນເມືອງຫວູຮານຂອງຈີນ ເວົ້າວ່າ “ສະຖານະການໄດ້ດີຂຶ້ນຫຼາຍແດ່ແລ້ວ ຢູ່ທີ່ນີ້ ປະມານ 80 ຫາ 90 ເປີເຊັນ ແຕ່ພວກເຮົາກໍຍັງເປັນຫ່ວງຢູ່ ໃນຂະນະທີ່ໄວຣັສໂຄໂຣນາ ຍັງຕິດແປດຫຼາຍໆຄົນຢູ່ໃນປະເທດຕ່າງໆອີກ ລວມທັງປາກິສຖານ. ແລະດຽວນີ້ ພວກເຮົາເປັນຫ່ວງເປັນໃຍກ່ຽວກັບຄອບຄົວຂອງພວກເຮົາຢູ່ທາງບ້ານ.”

ພວກນັກສຶກສາຕ່າງປະເທດຄົນອື່ນໆ ກ່າວວ່າ ພວກເຂົາເຈົາຢາກຈະອອກໄປຈາກເມືອງຫວູຮານ ແລະໄດ້ຂໍຮ້ອງລັດຖະບານຂອງພວກເຂົາ ໃຫ້ນຳເອົາພວກເຂົາກັບຄືນປະເທດ.

ນັກສຶກສາຈາກປາກິສຖານ ກ່າວອີກວ່າ “ຈຳນວນຄົນທີ່ໄດ້ຮັບຜົນກະທົບຈາກໄວຣັສໂຄໂຣນາ ໃນເມືອງຫວູຮານ ໄດ້ຫລຸດລົງຢ່າງຫຼວງຫຼາຍ…..ພວກເຮົາຍັງຮູ້ສຶກວ່າ ບໍ່ປອດໄພເລີຍ ຊຶ່ງເຮັດໃຫ້ເກີດຄວາມຊຶມເສົ້າ ແລະຄວາມກະວົນກະ ວາຍ ແລະຄວາມຢ້ານກົວ ເພີ້ມຫຼາຍຂຶ້ນໃນແຕ່ລະວັນທີ່ຜ່ານໄປ. ລັດຖະບານ ປາກິສຖານ ໄດ້ຍົກຍ້າຍພວກທີ່ໄປສະແຫວງບຸນ 6,000 ຄົນອອກຈາກອີຣ່ານ. ພວກເຮົາຂໍຮ້ອງຕໍ່ລັດຖະບານໃຫ້ຊ່ອຍຍົກຍ້າຍພວກເຮົາ ແລະສົ່ງພວກເຮົາກັບຄືນໄປປາກິສຖານ.”

ບາງປະເທດກໍຍັງລັ່ງເລໃຈຢູ່ ທີ່ຈະນຳເອົາພວກພົນລະເມືອງຂອງຕົນ ອອກຈາກເມືອງຫວູຮານ ແລະພວກຜູ້ປົກຄອງຂອງພວກເຂົາ ກໍຮູ້ສຶກອຶດອັດໃຈ.

ທ່ານອິກບາລ ອາວານ ພໍ່ຂອງນັກສຶກຊາວປາກິສຖານຢູ່ໃນຈີນ ກ່າວວ່າ “ພວກເຮົາຈະສືບຕໍ່ປະທ້ວງຈົນກວ່າວ່າ ລູກເຕົ້າຂອງພວກເຮົາຖືກນຳກັບຄືນມາ. ພວກເຮົາບໍ່ມີຂໍ້ຮຽກຮ້ອງໃດໆອີກ. ພວກເຮົາພຽງຕ້ອງການລູກເຕົ້າຂອງພວກເຮົາຄືນມາ ຊີວິດຂອງພວກເຂົາກຳລັງຫ້ອຍຢູ່ລະຫວ່າງ ການຢູ່ລອດແລະຄວາມຕາຍ. ພວກເຂົາເຈົ້າ ຕົກເປັນຜູ້ເຄາະຮ້າຍຈາກໂຣກຊຶມເສົ້າ.”

ແລະນາງຈັນນາທູນ ນາຮາຣ ນັກສຶກສາຜູ້ທີ່ຢູ່ໃນເມືອງຫວູຮານຕໍ່ໄປ ເພື່ອຈຳ ກັດການແຜລະບາດ ບໍ່ໃຫ້ໄປຕິດແປດ ຢູ່ໃນປະເທດຂອງລາວ ກໍຍັງຄົງເປັນຫ່ວງກ່ຽວກັບຄອບຄົວຂອງນາງຢູ່.

ນາງນາຮາຣ ເວົ້າວ່າ “ເວລານີ້ ຂ້ອຍບໍ່ເສຍໃຈເລີຍ ທີ່ຢູ່ບ່ອນນີ້ ແຕ່ມັນເຮັດໃຫ້ຂ້ອຍໂສກເສົ້າ ທີ່ສະພາບການຢູ່ທາງບ້ານກໍບໍ່ດີ ແລະຂ້ອຍບໍ່ສາມາດໄດ້ຮັບຄວາມຈິງ….ຂ້ອຍບໍ່ສາມາດຮູ້ຫຍັງເລີຍວ່າ ແມ່ນຫຍັງເກີດຂຶ້ນຢູ່ທີ່ນັ້ນ.”

ໃນຂະນະທີ່ ມາດຕະການປິດເມືອງຫວູຮານ ໄດ້ຖືກຍົກເລີກແລ້ວ ວັນເວລາສຳ ລັບພວກນັກສຶກສາທັງຫຼາຍ ທີ່ຈະຄືນໄປຮ່ຳຮຽນໄດ້ ກໍຍັງຄົງບໍ່ແນ່ນອນເທື່ອ.

Some international students in China are feeling relieved as the lockdown in Wuhan, China, is being lifted after the COVID-19 outbreak. But they remain concerned about family back home as the virus has spread to more than 170 countries. Sahar Majid has more in this report narrated by Kathleen Struck.]]

When the COVID-19 virus broke out in China, more than 20 countries evacuated their citizens from Wuhan. But many foreign students chose to stay or could not afford to leave.

This is one student speaking back in February.

(Jannatun Nahar, Bangladeshi Student)

"I think it's a very big risk for me to go back right now, so I would like to stay here. If any mistakes happen and I go back to my home, and in 14 days I will already be contaminating people around me.”

Two months later, students emerging from lockdown are sharing their thoughts with family members back home, where the number of confirmed cases is growing.

(Pakistani Student, Wuhan, China)

“The situation has improved here a lot — about 80 to 90 percent -- But we are still worried as coronavirus has now affected many other countries, including Pakistan. And now we are concerned about our families back home.”

Other international students say they want to leave Wuhan and have asked their governments to return them home.

(Pakistani Student, Wuhan, China)

“There’s a sharp decline in the number of people affected by coronavirus in Wuhan. ... We are still feeling unsafe though, which is adding to our depression, anxiety and fear with each passing day. The government of Pakistan evacuated 6,000 pilgrims from Iran. We are requesting the government to help us evacuate and send us back to Pakistan.”

Some countries remain hesitant to return citizens from Wuhan, and parents are frustrated.

(Iqbal Awan, Father of a Pakistani Student in China)

“We will continue our protest until our children are brought back. We have no other demand. We only need our children back who are dangling between life and death. They are falling victim to depression.”

And Jannatun Nahar, the student who stayed in Wuhan to limit the spread to her home country, remains worried about her family.

(Jannatun Nahar, Bangladeshi Student)

“Right now I don’t really regret to stay here, but it makes me sad that back home the situation is not OK and I cannot get the real … I cannot get any idea what of what is going on there.”

As the lockdown in Wuhan is lifted, a date for students to return to the classroom remains unclear.

XS
SM
MD
LG